ຄຳ​ມ່ວນ​ເຮັດ​ແລ້ວ! ມີແຜນປູກເຂົ້ານາແຊງ 10 ພັນເຮັກຕາ ປະຈຸບັນປັກດຳໄດ້ 26%

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ລາຍງານວ່າ: ໃນສົກປີ 2018-2019 ທົ່ວແຂວງແມ່ນຈະສູ້ຊົນຜະລິດເຂົ້ານາແຊງໃຫ້ບັນລຸ 10 ພັນເຮັກຕາ ໃນນີ້ຜະລິດເປັນສະບຽນອາຫານ 5.220 ເຮັກຕາ ແລະ ຜະລິດເປັນສິນຄ້າ 4.780 ເຮັກຕາ ໃນຈຳນວນໂຄງການຊົນລະປະທານທັງໝົດ 117 ໂຄງການ ເຊິ່ງໃນນີ້ 64 ໂຄງການແມ່ນຈະຕ້ອງໄດ້ສ້ອມແປງຄືນ ໂດຍທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະສານສົມກັບກັບບັນດາເມືອງເພື່ອວາງແຜນ, ຊຸກຍຸ້ປຸກລະດົມພໍ່ແມ່ປະຊາຊົນອະນາໄມຄອງເໝືອງ ແລະ ຈັດຫາຜູ້ປະກອບການສ້ອມແປງ ລະບົບຊົນລະປະທານ ຕາມງົບປະມານທີ່ລັດຖະບານໄດ້ແບ່ງປັນໃຫ້ຈຳນວນ 4,8 ຕື້ກີບ.

ມາຮອດວັນທີ 8 ທັນວາ 2018 ແມ່ນສາມາດສ້ອມແປງສຳເລັດແລ້ວຈຳນວນ 62 ໂຄງການ ແລະ ຍັງອີກ 2 ໂຄງການແມ່ນໄດ້ສ້ອມແປງ ລະບົບຫົວງານສຳເລັດແລ້ວ ຍັງເຫຼືອພຽງແຕ່ປະຕູນ້ຳຍັງບໍ່ທັນຮັບປະກັນ ແຕ່ຄາດວ່າຈະໃຫ້ສຳເລັດໃນຕົ້ນເດືອນທັນວານີ້ ເພື່ອສະໜອງນໍ້າໃຫ້ບັນລຸຕາມເນື້ອທີ່ແຜນ ແລະ ທັນກັບລະດູການຜະລິດ. 


ທ່ານ ບຸນຈັນ ໄຊປັນຍາ ກ່າວຕື່ມວ່າ: ສຳລັບການຜະລິດນາແຊງປີນີ້ແມ່ນເປັນຂະບວນຄຶກຄື້ນອັນເນື່ອງມາຈາກ ລະດູນາປີຂອງປະຊາຊົນ ໃນໄລຍະຜ່ານມາແມ່ນຖືກນ້ຳຖ້ວມເສຍຫາຍຫຼາຍ ປະຊາຊົນຈຶ່ງມີຄວາມຕື່ນຕົວສູງໃນການ ຜະລິດເຂົ້ານາແຊງ ເພື່ອທົດແທນ. ມາຮອດວັນທີ 11 ທັນວາ ຊາວກະສິກອນໃນທົ່ວແຂວງແມ່ນໄດ້ສຳເລັດການຕົກກ້າ 100% ແລະ ລົງມືປັກດຳໄດ້ 26%, ສຳລັບການສະໜອງແນວພັນນອກຈາກແຂວງສະໜອງໃຫ້ແລ້ວ ແມ່ນຍັງມີຜູ້ ປະກອບການສະໜັບສະໜູນຕື່ມ ເປັນຕົ້ນແມ່ນເຂດເມືອງໜອງບົກ, ເຊບັ້ງໄຟ, ມະຫາໄຊ ແລະ ຍົມມະລາດ ໂດຍລວມແລ້ວແມ່ນ ສາມາດຕອບສະໜອງໄດ້ໂດຍພື້ນຖານສຳລັບແນວພັນ, ສ່ວນປຸ໋ຍແມ່ນທາງແຂວງໄດ້ມອບໃຫ້ແກ່ ຜູ້ປະກອບການເປັນຜູ້ນຳເຂົ້າ ສ່ວນລັດແມ່ນໄດ້ແກ້ໄຂທາງດ້ານການນະໂຍບາຍໃນການນຳເຂົ້າ ເພື່ອອຳນວຍຄວາມ ສະດວກແກ່ຜູ້ປະກອບການ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ຜະລິດ.

ຢ່າງໃດກໍ່ຕາມເຖິງວ່າແຂວງຄຳມ່ວນຈະຖືກຜົນກະທົບເສຍຫາຍໜັກ ແຕ່ໃນທົ່ວແຂວງຍັງສາມາດດຸ່ນດ່ຽງເຂົ້າກິນ ໂດຍສະເລ່ຍໃສ່ຫົວຄົນໃນທົ່ວແຂວງແມ່ນຍັງສາມາດກຸ້ມກິນ, ສາມາດຄ້ຳປະກັນໄດ້ທາງດ້ານສະບຽງອາຫານ ແລະ ຍັງຄ້ຳປະກັນໄດ້ສ່ວນໜຶ່ງໃນການຕອບສະໜອງເຂົ້າເພື່ອສົ່ງອອກທີ່ລັດຖະບານໄດ້ກຳນົດໄວ້.

#insidelaos

ທີ່​ມາ: facebook.com/784293368584558

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,