Monday, May 19, 2025
Kbank Laos โอน รับ จ่าย

ຂັ້ນ​ແຂວງອັດຕະປື ຊຸກຍູ້​ອົງ​ການ​ທີ່ກ່ຽວ​ຂ້ອງ​ໃນການເຄື່ອນໄ​ຫວວຽກງານຕ້ານການຄ້າມະນຸດ

​ເມື່ອ​ບໍ່ດົນມານີ້ ຄະ​ນະກຳ​ມະ​ການ  ຕ້ານ​ການ​ຄ້າ​ມະ​ນຸດ​ລະ​ດັບ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມຊຸກ​ຍູ້ການຈັດ​ຕັ້ງ  ແລະ ເຄື່ອນ​ໄຫວ ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ  ຢູ່ແຂວງອັດຕະປື ​ໂດຍ​ເນັ້ນ​ເຊື່ອມ​ຊຶມ​ດຳ​ລັດ ​ຂອງ​ນາ​ຍົກລັດຖະມົນ ຕີ ເພື່ອ​ເປັນ​ບ່ອນ​ອີງ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດໃຫ້​ເປັນ​ລະ​ບົບ, ຖືກ​ຕ້ອງ, ມີ​ປະ​ສິດ​ທິ​ພາບ ແລະ​ປະ​ສິດ​ທິຜົນ. ພ້ອມດຽວ​ກັນນັ້ນ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍັງ​ ໄດ້ຍົກ​ໃຫ້​ເຫັນ​​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ​ໃນ​ປັດຈຸບັນ ແລະ ປະ​ກົດ​ການຄ້າ​ມະ​ນຸດ​  ທີ່​ເປັນ​ລັກ​ສະ​ນະ​ການ​ຄ້າ​ໂສ​ເພ​ນີ,  ​ແມ່ຍິງ​ແຕ່ງ​ງານ​ກັບ​ຄົນ​ຕ່າງ​ປະ​ເທດ  ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ,  ທັງ​ມີ​ການຂູດ​ຮີດ​ແຮງ​ງານ ຍັງ​ເກີດ​ຂຶ້ນ​ຢ່າງ​ຫລວງ​ໃນ​ລາວ  ກໍ​ຄື​ແຂວງ​ອັດ​ຕະປື.

ກອງ​ປະ​ຊຸມ​ໄດ້​ຮຽກ​ຮ້ອງ​ໃຫ້ອົງ​ການ​ຈັດ​ຕັ້ງ​​​ກ່ຽວ​ຂ້ອງ  ກໍ​ຄື​ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ຄ້າ​ມະ​ນຸດ​ຂັ້ນ​ແຂວງ​  ​ຕ້ອງໄດ້​ເອົາ​ໃຈ​ໃສ່ ກະກັດ​ກັັ້ນ​​ຕ້ານ ແລະ ແກ້​ໄຂ  ​ ​ເພື່ອແນ່​ໃສ່​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ ຊີ​ວິດ,  ​ສຸ​ຂະ​ພາບ, ກຽດ​ສັກ​ສີ,  ເສ​ລີ​ພາບ ຂອງ​ພົນ​ລະ​ເມືອງ ແລະ ຮີດ​ຄອງ​ປະ​ເພ​ນີ ອັນ​ດີ​ງາມ​ຂອງ​ຊາດ ເຮັດ​ໃຫ້​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ສຸກ,  ເປັນ​ລະ​ບຽບ​ຮຽບ​ຮ້ອຍ  ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ  ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ໃຫ້​ຈະ​ເລີນ​ກ້າວ​ໜ້າ​​.

#insidelaos

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້