ນະ​ຄອນ​ຫຼວງວຽງ​ຈັນ ມີ​ໜີ້​ສິນ​ຫຼາຍ! ຈົນ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ຊ່ວຍ​ແກ້​ໄຂ

ນະຄອນຫຼວງວຽງຈັນ (ນວ) ໄດ້ສະເໜີກະຊວງການເງິນກໍຄື ລັດຖະບານລາວ ແກ້ໄຂໜີ້ສິນຫຼາຍໂຄງການເປັນຕົ້ນ ໜີ້ສິນຄ່າໄຟຟ້າທາງຫຼວງ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ ພ້ອມທັງສະເໜີສ້າງຕັ້ງການເງິນຂັ້ນບ້ານ ແລະ ໃຫ້ກະຊວງການເງິນມອບຕົວເລກລາຍຮັບງົບປະມານປະຈໍາປີທີ່ເໝາະສົມຕື່ມອີກ ແລະ ບັນຫາສໍາຄັນອື່ນໆ ແຕ່ຮອງນາຍົກລັດຖະມົນຕີ ໃຫ້ການຊີ້ນໍາວ່າ: “ສໍາລັບໜີ້ສິນໄຟຟ້າທີ່ຄ້າງຈ່າຍໃນຜ່ານມາໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆຈະນໍາໄປພິຈາລະນາແກ້ໄຂຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ”.

ໃນກອງປະຊຸມພົບປະລະຫວ່າງຄະນະປະຈໍາພັກ ນວ ແລະ ຄະນະພັກກະຊວງການເງິນ, ວັນທີ 7 ທັນວາ 2018, ໄດ້ປຶກສາຫາລືຫຼາຍບັນຫາທີ່ສໍາຄັນໃນ ນວ ເປັນຕົ້ນ ບັນຫາໜີ້ສິນໂຄງການ ການລົງທຶນຂອງລັດທີ່ ນວ ສະເໜີໃຫ້ແບ່ງຄວາມຮັບຜິດຊອບໜີ້ສິນລະຫວ່າງສູນກາງ ແລະ ທ້ອງຖິ່ນ ເຊິ່ງໂຄງການໃຫຍ່ຂອງປະເທດໃນ ນວ ມີ 46 ໂຄງການ ມູນຄ່າຕາມສະພາຮອງຮັບ 4.000 ຕື້ກວ່າກີບ, ມູນຄ່າຕາມສັນຍາ 4.510 ຕື້ກວ່າກີບ ປະຕິບັດໄດ້ 70,60% ຍັງຄ້າງຊໍາລະ 3.515 ຕື້ກວ່າກີບ ແລະ ຍັງຄ້າງຊໍາລະຕາມວຽກສໍາເລັດ 2.189 ຕື້ກວ່າກີບ. ສ່ວນໂຄງການທີ່ມີລັກສະນະຮັບໃຊ້ການພັດທະນາຂອງ ນວ ມີ 426 ໂຄງການ ມູູນຄ່າຊໍາລະຕາມສັນຍາ 3.808 ຕື້ກີບ ທີ່ ນວ ໄດ້ຮັບຜິດຊອບ.

ນອກຈາກນັ້ນ, ນວ ສະເໜີແກ້ໄຂ້ໜີ້ການຊົມໃຊ້ກະແສໄຟຟ້າທາງຫຼວງຈໍານວນ 42 ຕື້ກີບ, ໜີ້ສວນສາທາລະນະ 266 ຕື້ກີບ ແລະ ໜີ້ນໍ້າປະປາສາທາລະນະ 227 ຕື້ກີບ ໂດຍສະເໜີໃຫ້ລັດຖະບານຕັ້ງງົບປະມານສະເພາະ ເພື່ອຊໍາລະທຸກເດືອນ ແລະ ເພີ່ມຂຶ້ນທຸກປີຕາມການຂະຫຍາຍໄຟແສງສະຫວ່າງຂອງຕົວເມືອງ ຫຼື ເກັບຄ່າບໍລິການໄຟແສງສະຫວ່າງຂອງຕົວເມືອງໃນລາຄາ 4.000-5.000 ກີບ/ກົງເຕີ/ເດືອນ ໃນຂອບເຂດ 300 ບ້ານ ທີ່ໄດ້ຮັບການປະກອບໄຟແສງສະຫວ່າງຕົວເມືອງ; ສະເໜີຄົ້ນຄວ້າງົບປະມານຄືນໃໝ່ ແລະ ຈັດຕັ້ງໂຄງການຫັນເປັນທັນສະໄໝ ໃນການເກັບອາກອນນໍາບັນດາຫົວໜ່ວຍເສຍອາກອນທີ່ ນວ ຄຸ້ມຄອງ ແລະ ສະເໜີນໍາໃຊ້ 50% ຂອງລາຍຮັບຈາກປີ້ເຂົ້າຊົມ 3 ແຫຼ່ງທ່ອງທ່ຽວເຂົ້າໃນການບູລະນະ ແລະ ແບ່ງຂັ້ນຄຸ້ມຄອງຕາມກິດຈະການ, ຕາມມູນຄ່າ; ສະເໜີສ້າງຕັ້ງການເງິນຂັ້ນບ້ານໂດຍໃຫ້ບ້ານມີລາຍຮັບກຸ້ມໃນການໃຊ້ຈ່າຍ ທັງສະເໜີໃຫ້ກະຊວງການເງິນມອບຕົວເລກລາຍຮັບງົບປະມານປະຈໍາປີທີ່ເໝາະສົມຕື່ມອີກ.

ໂອກາດດຽວກັນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຄໍາຊີ້ນໍາຕໍ່ການສະເໜີຂອງ ນວ ວ່າ: “ສໍາລັບໜີ້ສິນໂຄງການລົງທຶນຂອງລັດໃນ 46 ໂຄງການ ໃຫ້ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ຫາກຂຶ້ນກັບພາກສ່ວນໃດ ມອບໃຫ້ພາກສ່ວນນັ້ນຮັບຜິດຊອບ ສ່ວນໜີ້ສິນໄຟຟ້າທີ່ຄ້າງຈ່າຍໃນຜ່ານມານັ້ນໃຫ້ ນວ ເປັນຜູ້ຮັບຜິດຊອບເອງ ແລະ ສ່ວນບັນຫາອື່ນໆຈະນໍາໄປພິຈາລະນາແກ້ໄຂຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ”.

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: ໜັງ​ສື​ພິມ​ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...