​ຊົມ​ເຊີຍ! ພາກ​ລັດ​ຈະສົ່ງເສີມການຫັນບໍລິຫານ​ແລະບໍລິການຂອງ​ຕົນ ​ກ້າວໄປສູ່ລະບົບເອເລັກໂຕຣນິກ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສ້າງກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ນຳມາສະເໜີໃຫ້ສະມາຊິກສະພາແຫ່ງຊາດ ພິຈາລະນາ ແລະ ຮັບ ຮອງເອົາ, ເຊິ່ງການສ້າງກົດໝາຍດັ່ງກ່າວ ກໍເພື່ອສົ່ງເສີມການຫັນການບໍລິຫານ, ບໍລິການຂອງພາກລັດ ໄປສູ່ລະບົບເອເລັກໂຕຣນິກໄດ້ຢ່າງມີປະສິດທິ ພາບ ໂດຍຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານພາກລັດ, ທັງສ້າງເງື່ອນໄຂໃຫ້ພາກທຸລະກິດ ສາມາດດຳເນີນທຸລະກິດໄດ້ຢ່າງສະດວກ, ປະຫຍັດ ແລະ ປອດໄພ.


ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ຮູ້ ໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນມື້​ວານນີ້ວ່າ: ການສ້າງກົດໝາຍສະບັບນີ້ ແມ່ນມີຄວາມຈຳເປັນເພື່ອຄຸ້ມຄອງ, ເກັບກຳ ແລະ ສົ່ງເສີມການນຳໃຊ້ລາຍເຊັນເອເລັກໂຕຣນິກ, ເຮັດໃຫ້ການນຳໃຊ້ ແລະ ການບໍລິການມີຄວາມຖືກຕ້ອງ ແລະ ໄດ້ມາດຕະຖານ ແນໃສ່ສ້າງຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ, ປອດໄພ ແລະ ຍຸຕິທໍາ ຕໍ່ຜູ້ບໍລິການ ແລະ ຜູ້ໃຊ້ບໍລິການໃນຂົງ ເຂດການຄ້າ, ການເງິນ ແລະ ບໍລິການທາງອິນເຕີເນັດອື່ນໆ, ທັງເປັນການ ຜັນຂະຫຍາຍ ແລະ ຮອງຮັບ ກົດ ໝາຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍປົກປ້ອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ດຳລັດວ່າດ້ວຍສູນຂໍ້ມູນຂ່າວສານຜ່ານອິນເຕີເນັດ ໃຫ້ສາມາດປະຕິບັດໄດ້ຢ່າງສະດວກ ແລະ ຮັບປະກັນຄວາມປອດໄພເປັນການຊຸກຍູ້ການຄ້າເອເລັກໂຕຣນິກ (e-Commerce) ໃຫ້ສາມາດຂະຫຍາຍຕົວ ແລະ ເຊື່ອມໂຍງກັບສາກົນໄດ້.


ສຳລັບຜົນປະໂຫຍດທີ່ຈະໄດ້ ຈາກກົດໝາຍດັ່ງກ່າວ ແມ່ນຮັບປະກັນຄວາມປອດໄພ ໃນການສົ່ງ-ຮັບເອກະ ສານຂອງພາກລັດ ແລະ ປະຊາຊົນ ໂດຍສະເພາະວຽກງານ ປກສ, ປກຊ, ວຽກງານການເງິນ, ທະນາຄານ, e-Passport, e-VISA ແລະ ອື່ນໆ; ອໍານວຍຄວາມສະດວກ ໃນເຮັດທຸລະກິດຜ່ານອິນເຕີເນັດ ໂດຍສະເພາະທຸລະກໍາການເງິນ, ການຄ້າທາງເອເລັກໂຕຣນິກໃຫ້ມີການຂະຫຍາຍ ຕົວຫລາຍຂຶ້ນ; ສ້າງຄວາມເຊື່ອໝັ້ນໃນການລົງທຶນຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ; ປະຢັດງົບປະມານລາຍຈ່າຍສໍາລັບຜູ້ຊົມໃຊ້ ແລະ ສາມາດສ້າງລາຍຮັບເຂົ້າລັດ ແລະ ເຮັດໃຫ້ມີຄວາມໂປ່ງໃສ ກວດສອບໄດ້ ຊ່ວຍປ້ອງກັນການ ສໍ້ລາດບັງຫລວງ.

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.