Monday, May 19, 2025
Kbank Laos โอน รับ จ่าย

ຊົມເຊີຍ!ກອງປະຊຸມຂອບການຮ່ວມມືເຈົ້າໜ້າທີ່ອາວຸໂສແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 07 ທີ່ນະຄອນຫຼວງພະບາງ ສປປລາວ

ຕອນເຊົ້າມື້ນີ້ 16 ທັນວາ, ພາຍໃຕ້ການເປັນປະ ທານຮ່ວມລະຫວ່າງທ່ານ ສົງການ ຫຼວງມຸນິທອນ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ເສິນ ສຽວຕົງ ຜູ້ຊ່ວຍລັດ ຖະມົນຕີກະຊວງການຕ່າງປະເທດ ສປຈີນ ມີບັນ ດາປະເທດລຸ່ມແມ່ນໍ້າຂອງຄື: ຫວຽດນາມ, ກໍາປູເຈຍ,ໄທ ແລະ ມຽນມາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈຸດປະສົງເພື່ອຖະແຫຼງຂ່າວຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດ ຊື່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018 ນີ້.

ໃນຖະແຫຼງການຮ່ວມມີບັນຫາສໍາຄັນເພື່ອທົບທວນການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ບັນດາຜູ້ນາໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດຄັ້ງທີ 01 ແລະຄັ້ງທີ 02.
ນອກຈາກນັ້ນກໍ່ຍັງມີບັນດາໂຄງການຢູ່ພາຍໃຕ້ກອງທຶນພິເສດຈຳນວນໜຶ່ງ ຊຶ່ງທຸກປະເທດສະມາຊິກ ໄດ້ມີໂຄງການເປັນຂອງຕົນເອງໃນການຈັດຕັ້ງປະ ຕິບັດ.
ສຳລັບ ສປປລາວ ມີ 13 ໂຄງການ ໃນນັ້ນ, ມີໂຄງ ການທີ່ກໍາລັງຈັດຕັ້ງປະຕິບັດ, ຈໍານວນໜື່ງກໍ່ກໍາລັງກະກຽມຈັດຕັ້ງປະຕິບັດ.ພ້ອມກັນນັ້ນກໍ່ຍັງໄດ້ຮັບຊາບບັນດາໂຄງການໃໝ່ ຊື່ງຈະໄດ້ຮັບຮອງເອົາ ເພື່ອຈັດຕັ້ງປະຕິບັດໃນປີ 2019.


ກອງປະຊຸມຍັງຈະປຶກສາຫາລືເຖິງທິດທາງການຮ່ວມມໃນອະນາຄົດຂອງຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ເພື່ອສືບຕໍ່ຂະຫຍາຍຂອບການຮ່ວມມືໃຫ້ກວ້າງຂວາງກວ່າເກົ່າ ເພື່ອພ້ອມ ກັນນຳເອົາຜົນປະໂຫຍດມາສູ່ບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ ການເຊື່ອມໂຍງຢູ່ໃນພາກພື້ນ.

ນອກຈາກນີ້, ເພື່ອເປັນການສືບຕໍ່ຈັດຕັ້ງປະບັດຂໍ້ ຕົກລົງຂອງກອງປະຊຸມສຸດຍອດຂອງຜູ້ນຳຄັ້ງທີສອງຢູ່ນະຄອນຫຼວງພະນົມເປັນ ໃນປີ 2017.

 ສປປລາວ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງຜູ້ນຳ ທັງເປັນການກະກຽມກອງປະຊຸມສຸດຍອດຄັ້ງທີ 03 ໃນປີ 2020 ທີ່ ສປປລາວ ຈະເປັນເຈົ້າພາບຈັດຂຶ້ນ ໂດຍຮ່ວມກັບ ສປຈີນ.

Cr.Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້