Saturday, January 25, 2025

ການນຳເຂົ້າ ແລະສົ່ງອອກ ພາຍ​ໃນ​ປີ​ໜ້າມີທ່າອ່ຽງດີຂຶ້ນ

​ໃນກອງປະຊຸມເຜີຍແຜ່ວຽກງານ ທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ໃຫ້ພະນັກງານ​ໃນ​ຂະ​ແໜງອຸດສາຫະ ກຳ  ​ແລະ ການ​ຄ້າ(ອຄ) ບັນດາແຂວງພາກກາງ ແລະ ພາກໃຕ້  ໄດ້ຈັດຂຶ້ນທ້າຍ​ອາ​ທິດ​ຜ່ານ​ມານີ້  ທີ່ແຂວງສະ ຫວັນນະເຂດ ​ເຊິ່ງ​ໄດ້​ລະບຸເຖິງຕົວຊີ້ວັດ ລວມກ່ຽວກັບຄວາມສະດວກ ໃນການດຳເນີນທຸລະກິດ ຂອງ ສປປ ລາວ ​ໂດຍ​ສະ​ເພາະ ການຄ້າຂ້າມແດນ ກໍ​ຄືວຽກງານການນຳເຂົ້າ  ແລະ ສົ່ງອອກ ​​​ໄດ້​ຫລຸດ​ລົງຈາກອັນດັບທີ 124 ໃນປີ 2018  ມາເປັນ 76 ໃນປີ 2019,  ນັບວ່າເປັນໝາກຜົນທີ່ໜ້າເພິ່ງພໍໃຈພໍສົມຄວນ.

ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ  ກ່າວວ່າ: ຜົນສຳ​ເລັດ​ດັ່ງກ່າວ  ​ໃນໄລຍະຜ່ານມາ, ກົມການນຳເຂົ້າ ແລະ ສົ່ງອອກ  ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍຫລາຍນິຕິກຳ,  ມາດຕະການ, ນະໂຍບາຍ ແລະແຜນດຳເນີນງານການອຳນວຍຄວາມສະດວກ ທາງດ້ານການຄ້າ ຊຶ່ງວັດຖຸປະສົງແມ່ນແນໃສ່ເຮັດໃຫ້ຂັ້ນຕອນການນຳເຂົ້າ  ແລະ ສົ່ງອອກສິນຄ້າ ມີຄວາມກະທັດຮັດ,  ງ່າຍດາຍ ແລະ ຫລຸດຜ່ອນຕົ້ນທຶນ ເຮັດໃຫ້ນັກທຸລະກິດລາວສາມາດແຂ່ງຂັນ ກັບປະເທດເພື່ອນບ້ານໄດ້.  ຢ່າງ​ໃດ​ກໍ​ຕາມ ເຖິງວ່າຜ່ານມາ ຈະມີ​ຄວາມ​ຫຍຸ້ງຍາກ ຈຳນວນໜຶ່ງ ແຕ່ຍັງຈະຕ້ອງໄດ້ສືບຕໍ່ສູ້ຊົນໃຫ້ໄດ້  2  ຕົວເລກຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ  ເລກທີ 02/ນຍ. ສະນັ້ນ,   ຕ້ອງໄດ້ພ້ອມກັນເພີ່ມທະວີການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກໃຫ້ມີປະສິດທິຜົນສູງ,  ປັບປຸງຂອດການປະສານງານ ກັບບັນດາຂະແໜງການກ່ຽວຂ້ອງຢູ່ສູນກາງ  ແລະ ທ້ອງ ຖິ່ນ ໃຫ້ກົມກຽວ  ທັງເປັນເອກະພາບໃນລວງດຽວກັນ.

ປີ 2018 ຜ່ານ​ມາ ກະຊວງ  ອຄ ​ໄດ້​ເອົາ​ໃຈ​ໃສ່ການຈັດຕັ້ງປະຕິບັດວຽກງານອຳນວນຄວາມສະດວກ ທາງດ້ານການຄ້າ, ວຽກງານຄຸ້ມຄອງແຫລ່ງກຳເນີດສິນຄ້າ,  ວຽກງານການຄ້າຊາຍແດນ,   ຄຳສັ່ງວ່າດ້ວຍການຢຸດຕິການ ອອກໃບອະນຸຍາດນຳເຂົ້າເຫລັກ ແລະ ຊີມັງ,  ລວມທັງແຈ້ງການເພີ່ມທະວີເອົາໃຈໃສ່ການຫລຸດຜ່ອນ ການນຳໃຊ້ຖົງປລາສຕິກເພື່ອບັນຈຸສິນຄ້າ  ແລະ ພາຊະນະບັນຈຸ ທີ່ຜະລິດຈາກປລາສຕິກ  ແລະ ສິດໃນການນຳເຂົ້າສິນ ຄ້າຂອງຜູ້ຄ້າຕ່າງປະເທດ ​ໄດ້​ຮັບ​ຜົນສຳ​ເລັດ​ດີ​ສົມຄວນ.

ຮູບ​ປະ​ກ​ອບ:https://www.prachachat.net

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ