ສື່ມວນຊົນລາວ ລົງຢ້ຽມຢາມໂຄງການພັດທະນາ ການທ່ອງທ່ຽວແບບຍືນຍົງ ຂອງ ADB

ບັນດາສື່ມວນຊົນ​ລາວ ມີໜັງສືພິມປະເທດລາວ, KPL News, ວຽງຈັນໃໝ່, ວຽງຈັນທາມ, ເສດຖະກິດສັງຄົມ ແລະ ໂທລະພາບແຫ່ງຊາດລາວ ໄດ້ລົງຢ້ຽມຢາມໂຄງ ການພັດທະນາ ການທ່ອງທ່ຽວແບບຍືນຍົງ ຂອງທະນາຄານພັດທະນາອາຊີ (ADB) ທີ່ເມືອງແບ່ງ ແລະ ເມືອງໄຊ ແຂວງອຸດົມໄຊ, ເຊິ່ງນຳພາໂດຍທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດ ທະນາອາຊີ ປະຈຳ ສປປ ລາວ.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເພື່ອລົງຢ້ຽມຢາມ ແລະ ຕິດຕາມໂຄງການພັດທະນາ ກ່ຽວກັບການທ່ອງທ່ຽວແບບຍືນຍົງ ໂດຍປະຊາຊົນມີສ່ວນຮ່ວມ ທີ່ໄດ້ສຳເລັດໄປແລ້ວ ແລະ ໂຄງການພັດ ທະນາພື້ນຖານໂຄງລ່າງ ໂດຍສະເພາະ ການສ້າງເສັ້ນທາງເຂົ້າຖ້ຳຈອມອອງ ທີ່ກຳລັງຈັດຕັ້ງປະຕິບັດຢູ່ ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ, ແມ່ນໄດ້ເລີ່ມຈັດຕັ້ງ ປະຕິບັດມາແຕ່ປີ 2015 ມີຄວາມຍາວເກືອບ 50 km ຜ່ານ 11 ໝູ່ບ້ານ ມູນຄ່າການກໍ່ສ້າງ 9,5 ລ້ານໂດລາສະຫະລັດ ໂດຍການກູ້ຢືມດອກເບ້ຍຕໍ່າ ຈາກ ADB ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2021.

ທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມພັດທະນາ ການທ່ອງທ່ຽວ ກ່າວວ່າ: ໂຄງການ ການ ທ່ອງທ່ຽວແບບຍືນຍົງ ໂດຍປະຊາຊົນມີສ່ວນຮ່ວມ ທີ່ໄດ້ສຳເລັດໄປແລ້ວ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2008 ແລະ ສໍາເລັດໃນປີ 2016 ໂດຍມີມູນຄ່າ 10 ລ້ານໂດລາສະຫະລັດ ຢູ່ບ້ານຍໍ້ ເມືອງແບງ ແຂວງອຸດົມໄຊ, ໂດຍມີໜ້າວຽກຫລັກ ແມ່ນການພັດທະນາການທ່ອງທ່ຽວແບບ ປະຊາຊົນມີສ່ວນຮ່ວມ, ສົ່ງເສີມເຄື່ອຂ່າຍການຜະລິດ ແລະ ສະໜອງຜະລິດຕະພັນສູ່ຕະຫລາດ.

ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານ ພັດທະນາອາຊີ ກ່າວວ່າ: ເອດີບີ ໄດ້ສະໜັບສະໜູນການພັດທະນາ ການທ່ອງທ່ຽວຂອງ ສປປ ລາວ ມາຕັ້ງແຕ່ປີ 2002 ໂດຍມີການຊ່ວຍເຫລືອລ້າ 107,9 ລ້ານໂດລາສະຫະລັດ (ເງິນກູ້ 50,9 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫລືອລ້າ 57ລ້ານໂດລາສະຫະລັດ) ໃນ 4 ໂຄງການ.ໂຄງການເຫລົ່ານີ້, ໄດ້ຊ່ວຍພັດທະນາ ສະຖານທີ່ທ່ອງທ່ຽວ  ໃໝ່, ປັບປຸງໂຄງລ່າງພື້ນຖານ ການທ່ອງທ່ຽວ,ປັບປຸງການບໍລິການດ້ານສິ່ງແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ ໃນສູນທ່ອງທ່ຽວຂ້າມຊາຍແດນແລະ ເພີ່ມທະວີຄວາມສາມາດ ໃນສະຖາບັນ ເພື່ອສົ່ງເສີມການທ່ອງທ່ຽວ. ສິ່ງເຫລົ່ານີ້, ໄດ້ສ້າງໂອກາດທາງທຸລະກິດ, ປັບປຸງຄຸນນະ ພາບການດໍາລົງຊີວິດ ຂອງຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະ ປະຊາຊົນທີ່ດໍາລົງຊີວິດຢູ່ໃນເຂດໂຄງການ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...