Wednesday, March 26, 2025

ປະ​ທັບ​ໃຈ! ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະ ໜາມໄຊ

 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກກະຊວງ-ອົງການທີ່ກ່ຽວ ຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ທີ່ຖືກຜົນກະ ທົບ ຈາກໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບປະ ຊາຊົນ ຢູ່ຈຸດພັກຊົ່ວຄາວ ຈຸດດົງບາກ, ຈຸດປິນດົງ ແລະ ຈຸດຕະມໍຢອດ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃນທ້າຍເດືອນກໍລະກົດທີ່ຜ່ານມາ. ໃນນັ້ນ, ການໄປແຕ່ລະສະຖານທີ່ ທ່ານນາຍົກລັດຖະມົນຕີ ໄດ້ພົບ ປະໂອ້ລົມ ກ່າວສະແດງຄວາມເປັນຫ່ວງເປັນໄຍ ຕໍ່ປະຊາຊົນ ໂດຍໄດ້ຖາມເຖິງສະພາບການດຳລົງຊີວິດຂອງເຂົາເຈົ້າ, ການຮຽນ-ການສອນ ຂອງຄູອາຈານ ແລະ ລູກຫລານນັກຮຽນ, ຄວາມຄືບໜ້າ ໃນການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການສ້າງທີ່ພັກຊົ່ວຄາວ ແລະ ຖາວອນ, ແຜນການປັບປຸງ ແລະ ຟື້ນຟູວຽກງານດ້ານຕ່າງໆ, ລວມທັງການປະເມີນຜົນເສຍຫາຍ, ແຜນ ການຊົດເຊີຍຜົນເສຍຫາຍ, ແຜນການປັບປຸງປົວແປງວຽກ ງານດ້ານຕ່າງໆ ແລະ ອື່ນໆ ຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ຖະບານ, ທັງໃຫ້ແທດເໝາະກັບ ສະ ພາບ ແລະ ເງື່ອນໄຂຕົວຈິງ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮັບຟັງ ການປະກອບຄຳຄິດເຫັນ ແລະ ຂໍ້ສະເໜີຈາກປະຊາ ຊົນຈຳນວນໜຶ່ງ ເຊິ່ງຫລັງຈາກນັ້ນ, ທ່ານນາ ຍົກລັດຖະມົນຕີ ກໍ່ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ແຕ່ລະບັນຫາ ທີ່ປະຊາຊົນໃຫ້ຄວາມສົນໃຈ.

ໃນມື້ດຽວກັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ການນຳຫລັກແຫລ່ງຂອງແຂວງອັດຕະປື ແລະ ເມືອງສະໜາມໄຊ ກໍ່ຄືຄະນະຮັບຜິດຊອບແກ້ໄຂ ແລະ ຟື້ນຟູເມືອງສະໜາມໄຊ ຢູ່ທີ່ສະ ໂມສອນ ຂອງເມືອງດັ່ງກ່າວ. ກ່ອນອື່ນ ແມ່ນໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບຄວາມຄືບໜ້າ ໃນການຊ່ວຍ ເຫລືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຢູ່ເມືອງສະ ໜາມໄຊ ຈາກທ່ານ ເລັດ ໄຊຍະພອນເຈົ້າແຂວງໆອັດຕະປື. ການໂອ້ລົມຂອງທ່ານນາຍົກລັດຖະມົນຕີນັ້ນ, ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ພາກ ສ່ວນກ່ຽວຂ້ອງ ທີ່ສາມາດປະຕິບັດວຽກງານ ມີຜົນ ສຳເລັດ ແລະ ຄືບໜ້າເປັນກ້າວໆ; ພ້ອມທັງໄດ້ຍົກໃຫ້ເຫັນສະພາບການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ; ສະພາບຄວາມຮຽກຮ້ອງຄວາມຕ້ອງການ , ໂດຍສະເພາະ ຄວາມຕ້ອງ ການ ການຊ່ວຍເຫລືອທີ່ແທ້ຈິງຂອງປະຊາຊົນ.

ອັນສຳຄັນແມ່ນທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຕັ້ງຂຶ້ນ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳໄປຄົ້ນຄວ້າ ແລະ ເພີ່ມຄວາມເອົາໃຈໃສ່ຕື່ມ ເປັນຕົ້ນ ເຮັດແນວໃດ ໃຫ້ປະຊາຊົນທີ່ຖືກຜົນກະທົບ ໄດ້ໄປຢູ່ເຮືອນຊົ່ວຄາວ ທັງໝົດໃຫ້ໄວເທົ່າທີ່ໄວ, ໂດຍໃຫ້ປຸກລະດົມຜູ້ຮັບຜິດຊອບເລັ່ງປະຕິບັດ, ຖ້າພາກສ່ວນກ່ຽວຂ້ອງ ມີຄວາມຫຍຸ້ງຍາກ ຫລື ຕ້ອງການຊ່ວຍເຫລືອຫຍັງ ກໍ່ໃຫ້ສຸມໃສ່ແກ້ໄຂ ຫລື ແນະນຳຕາມຄວາມເໝາະສົມ; ຂຸ້ນຂ້ຽວເຮັດເຮືອນຖາວອນໃຫ້ປະຊາຊົນ ໄປຕາມຂັ້ນຕອນ ແລະ ລະບຽບການ ບົນພື້ນ ຖານ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ; ຮີບ ຮ້ອນຄົ້ນຄວ້າຈັດສັນທີ່ຢູ່ອາໄສຖາວອນ, ພື້ນທີ່ທຳການຜະລິດ ແລະ ຟື້ນຟູອາຊີບໃຫ້ປະຊາຊົນ ໂດຍສະເພາະ ເນັ້ນໃສ່ການປູກ-ການລ້ຽງ ກໍ່ຄື ຕາມທ່າແຮງ ແລະ ມູນເຊື້ອຂອງປະຊາຊົນ (ຂໍໃຫ້ລົງເລິກຊ່ວຍປະຊາຊົນແທ້ໆ); ໃຫ້ສະຫຼຸບສັງລວມ ງົບປະມານ ທີ່ໄດ້ນໍາໃຊ້ໄປແລ້ວ ໃນໄລຍະຜ່ານມາ ເພື່ອສາ ມາດວາງແຜນປະຕິບັດໂຄງການຕ່າງໆ ຢ່າງຖືກຕ້ອງ ແລະ ມີປະສິດ ທິຜົນ; ສືບຮັກສາມູນເຊື້ອອັນດີງາມ ຂອງປະຊາຊົນເມືອງສະໜາມໄຊ, ໂດຍສະເພາະ ມູນເຊື້ອຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມູນເຊື້ອດຸໝັ່ນ-ອາດ ຫານ, ຄວາມເດັດດ່ຽວໜຽວແໜ້ນ, ສູ້ຊົນຜ່ານອຸປະສັກຕ່າງໆ ເພື່ອພ້ອມກັນຟື້ນຟູຊິວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເປັນກ້າວໆ, ກາຍເປັນບ້ານ ແລະ ເມືອງພັດທະນາໃນອະນາຄົດ.

ໃນໂອກາດຢ້ຽມຢາມ ແລະ ພົບປະໂອ້ລົມ ກັບປະຊາຊົນ ໃນຄັ້ງນີ້ ທ່ານນາຍົກລັດຖະ ມົນຕີ ໄດ້ມອບເງິນຊ່ວຍ ເຫລືອ ເມືອງສະໜາມໄຊ ຈຳນວນ 100 ລ້ານກີບ ແລະ ບັນດາບ້ານທີ່ໄດ້ຮັບຜົນກະທົບ ບ້ານລະ 10 ລ້ານກີບເຊິ່ງລວມເງິນຊ່ວຍເຫລືອຢູ່ເມືອງສະໜາມໄຊໃນຄັ້ງນີ້ມີຈຳນວນ 190 ລ້ານກີບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ