ຈ​ວາດ! ສາ​ມາດຊໍາລະພາສີທີ່ດິນ ຜ່ານ 7 ທະນາຄານ ໄດ້ແລ້ວ!

ກົມຊ່ວຍສາອາກອນກະຊວງການເງິນ ແລະທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ (ທຄຕລ) ໄດ້ຈັດພິທີເຊັນສັນຍາ ແລະເປີດນໍາໃຊ້ລະບົບຮັບຊໍາລະພາສີທີ່ດິນ ຜ່ານລະບົບທະນາຄານ ຂຶ້ນໃນມື້​ວານນີ້ ທີ່ນະຄອນ ຫຼວງວຽງຈັນ, ລະຫວ່າງທ່ານ ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມຊ່ວຍສາອາກອນ ກະຊວງການເງິນ ແລະທ່ານ ພູຂົງ ຈັນທະຈັກ ຜູ້ອໍານວຍການໃຫຍ່ ທຄຕລ, ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນກະຊວງການເງິນ, ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາ ກອນ ແລະສິ່ງແວດລ້ອມ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີບັນ ດາທ່ານຜູ້ຕາງໜ້າຈາກທະນາຄານ ການຄ້າຕ່າງປະເທດ ລາວມະຫາຊົນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສີກໍາ, ທະນາຄານຮ່ວມພັດທະນາ (JDB) ທະນາ ຄານບີໄອຊີ ແລະທະນາຄານລາວຈີນ.

ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ໃນໄລຍະຜ່ານ ການຊໍາລະພາສີທີ່ດິນແມ່ນມີຫຼາຍຮູບແບບຄື: ເກັບໄປຕາມປະເພດທີ່ມີໃບຕາດິນມາດຕະຖານ, ໃບສິດນໍາໃຊ, ໃບແຈ້ງເນື້ອທີ່ດິນ, ເກັບໄປຕາມ ບໍ່ມີໃບຕາດິນຫຍັງເລີຍ, ເກັບໄປຕາມ ບໍ່ມີໃບຢັ້ງຢືນ ແລະເກັບໄປຕາມປະເພດຕອນດິນທີ່ເກີດການເກັບບາງຄັ້ງຄາວ. ດັ່ງນັ້ນ ເພື່ອເປັນການປັບປຸງກົນໄກ ແລະວິທີການຊໍາລະໃຫ້ສະດວກວ່ອງໄວ ແລະຮັບປະກັນການກວດສອບໄດ້ ແລະເປັນພື້ນຖານ ໃນການເຊື່ອມໂຍ່ງ ເຂົ້າໃນລະບົບຂໍ້ມູນຂ່າວສານຄຸ້ມຄອງອາກອນ Tax RIS, ກົມສ່ວຍສາອາກອນ ຮ່ວມກັບ ບໍລິສັດພັດທະນາ ໄອທີ ພາຍໃນປະເທດ ແລະທະນາຄານການຄ້າຕ່າງປະເທດ ຄົ້ນຄວ້າກົນໄກການຊໍາລະພາສີທີ່ດິນ ໃຫ້ເຂົ້າສູ່ທະນາຄານ.

ທັງນີ້ກໍເພື່ອເປັນການປັບປຸງຫຼຸດຜ່ອນບັນຫາຂໍ້ຄົນຄ້າງ ແລະສິ່ງທ້າທາຍ ທີ່ເກີດຂຶ້ນໃນໄລຍະຜ່ານມາ, ສຸມໃສ່ແກ້ໄຂຂໍ້ມູນ ຂອງເນື້ອທີ່ດິນໃຫ້ຊັດເຈນ, ປັບປຸງກົນໄກການຊໍາລະດ້ວຍເງິນສົດໃນໄລຍະຜ່ານມາ, ເພີ່ມປະສິດ ທິພາບໃນການຊໍາລະຄ່າພາສີທີ່ດິນຫຼາຍຂຶ້ນ, ມີຄວາມໂປ່ງໃສວ່ອງໄວ ແລະກວດສອບໄດ້ ແລະຮັບປະກັນຂີດຄວາມສາມາດຂອງພະນັກງານສ່ວຍສາອາກອນ ແລະການເງິນບ້ານ ໃນການຕິດຕາມກວດກາ ເປັນໜ້າວຽກຕົ້ນຕໍ ແລະເລັ່ງໃສ່ການປັບປຸງດັດແກ້ຂໍ້ມູນທີ່ດິນ ໃນລະບົບຢ່າງເປັນລະບົບ.

ສໍາລັບການປະຕິຮູບກົນໄກ ຂັ້ນຕອນ ແລະວິທີການຊໍາລະພາສີທີ່ດິນ ເຂົ້າສູ່ລະບົບທະນາຄານ ປະກອບມີ 2 ວິທີຄື: ຊໍາລະຜ່ານປ່ອງບໍລິການຂອງ 7 ທະນາຄານດັ່ງກ່າວ ແລະຊໍາລະຜ່ານ Mobile Banking App ຂອງທະນາຄານ. ໂດຍທຸກທ່ານໆ ສາມາດຊໍາລະພາສີທີ່ດິນຜ່ານລະບົບທະນາຄານ ການຄ້າຕ່າງປະເທດ ລາວມະຫາຊົນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສີກໍາ, ທະນາຄານຮ່ວມພັດທະນາ (JDB), ທະນາຄານບີໄອຊີ ແລະທະນາຄານລາວຈີນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.