Thursday, March 20, 2025

ເປີດກອງປະຊຸມ​ໃຫ້​ແຫຼ່ງຂໍ້ມູນຂ່າວສານການຕະຫລາດ ແລະ ນະວັດຕະກຳໃໝ່ ​ແກ່​ພາກ​ລັດ​ແລະ​ພາກ​ທຸ​ລະ​ກິດ​ໃນ​ທົ່ວ​ປະ​ເທດ.

ມື້ນີ້, ຢູ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມການຄ້າ ໄດ້ຈັດກອງປະຊຸມ ໃນຫົວ ຂໍ້ ທັກສະການເຂົ້າຫາຂໍ້ມູນຂ່າວສານການຕະ ຫລາດ ແລະ ນະວັດຕະກຳໃໝ່, ໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີນັກວິທະຍາກອນ ຈາກພາກລັດ ແລະ ພາກທຸລະກິດ ໃຫ້ກຽດຂຶ້ນບັນຍາຍ. ໃນກອງປະຊຸມສຳມະນາຄັ້ງນີ້, ມີບັນດາສຳມະນາກອນທີ່ຕາງໜ້າຈາກຂະແໜງ ສົ່ງເສີມການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ 18 ແຂວງທົ່ວປະເທດ ແລະ ບັນ ດາຫົວໜ່ວຍທຸລະກິດພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໃນກອງປະປະຊຸມຄັ້ງນີ້, ທ່ານ ພັນທອງ ພິດທຸມມາ ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມ ກໍເພື່ອເປັນການສ້າງໃຫ້ພະນັກງານຂອງລັດ ໂດຍສະເພາະຂະແໜງການສົ່ງເສີມການຄ້າ ແລະ ນັກທຸລະກິດລາວ ໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈ ໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານການຕະຫລາດ ແລະ ຮູ້ຈັກນໍາໃຊ້ນະວັດຕະກໍາໃໝ່ ເຂົ້າໃນການພັດທະນາວຽກງານສົ່ງເສີມການຄ້າທັງພາຍໃນ ແລະ ຕ່າງປະ ເທດ ເພື່ອສົ່ງເສີມໃຫ້ນັກທຸລະກິດລາວ ຮູ້ຈັກການຄ້າຜ່ານທາງອິນເຕີເນັດຫລາຍໆທາງ ເພື່ອເພີ້ມຍອດການຜະລິດ ແລະ ຍອດຂາຍຂອງສິນຄ້າລາວ ໃຫ້ສາມາດການສົ່ງອອກຫລາຍຂຶ້ນ, ສາມາດແຂ່ງຂັນກັບບັນດາປະເທດອາຊຽນ ແລະ ພາກພື້ນໄດ້.

ທີ່​ມາ: facebook.com/945635268973587

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່