ຂໍຂອບໃຈນຳຜູ້ສະໜັບສະໜູນ

ເມື່ອ​ຕົ້ນ​ອາທິດ​ຜ່ານ​ມາ ທີ່ນະຄອນຫລວງວຽງຈັນ, ລັດຖະບານ ສປປ ລາວ ຮ່ວມ​ກັບ ສະວິດເຊີແລນ ຈັດກອງປະຊຸມທົບທວນ ຍຸດທະສາດການຮ່ວມມື ລະດັບປະເທດ ແລະ ລະດັບພາກພື້ນແມ່ນໍ້າຂອງ, ​ໂດຍ​ມີຈຸດປະສົງ ປຶກສາຫາລື ກ່ຽວກັບຍຸດທະສາດ ເພື່ອການພັດທະນາ ແບບທົ່ວເຖິງ ຂອງແຜນງານການຮ່ວມມື ຂອງປະເທດສະວິດເຊີແລນໃນ ສປປ ລາວ ໄລຍະ ປີ 2018-2021, ຍຸດທະສາດດັ່ງກ່າວ, ແມ່ນມີຄວາມສອດຄ່ອງ ກັບແຜນພັດທະນາ ເສດຖະກິດ ຄັ້ງທີ 8, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ບັນດາໂຄງການ ທີ່ກຳລັງຖືກຈັດຕັ້ງປະຕິບັດ. ອົງການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ (SDC) ໄດ້ໃຫ້ການສະໜັບສະໜູນໃນ 3 ຂະແໜງການ ມີ ກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ, ການປົກຄອງ ແລະ ການມີສ່ວນຮ່ວມ ຂອງປະຊາຊົນ ແລະ ການພັດທະນາ ທັກສະສີມືແຮງງານ ແລະ ການສ້າງວຽກເຮັດງານທຳ.

ການທົບທວນແຜນງານຮ່ວມ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານສະວິດເຊີແລນ ຖືເປັນໂອ ກາດດີ ທີ່ທັງສອງຝ່າຍໄດ້ສົນທະນາປືກສາຫາລື ກ່ຽວກັບຄວາມຄືບໜ້າ ທິດທາງຂອງແຜນງານ ແລະ ທິດ ທາງຂອງບັນດາໂຄງການ. ນອກຈາກນັ້ນ, ຍັງເປັນໂອກາດຊອກຫາວິທີ ເພື່ອຊອກຫາທາງແກ້ໄຂ ບັນດາສິ່ງທ້າທາຍ ໃນສະພາບຄວາມເປັນຈິງຂອງ ສປປ ລາວ. ພ້ອມ​ດຽວ​ກັນ​ນີ້, ລັດຖະບານຂອງສອງປະເທດ ໄດ້ເຫັນດີຮັບຮອງ ແລະ ອະນຸມັດ ໂຄງການວຽກງານການປົກຄອງທີ່ດິນໄລຍະສອງ. ໂຄງການດັ່ງກ່າວ, ມີຈຸດປະສົງເພື່ອຊຸກຍູ້ຊ່ວຍເຫລືອຊາວນາ ໃຫ້ເຂົ້າເຖິງຄອບຄອງ ດິນກະສິກຳ ແລະ ປ່າໄມ້ ຢ່າງຍຸຕິທຳໃນພາກພື້ນແມ່ນ້ຳຂອງ, ເຊິ່ງລວມ ມີ ກຳປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ.

ອົງການພັດທະນາ ແລະ ການຮ່ວມມື ຂອງສະວິດເຊີແລນ ມີໜ້າທີ່ຮັບຜິດຊອບ ປະສານງານການພັດທະ ນາ, ໄດ້ສົນທະນາກັບລັດຖະບານລາວ ກ່ຽວກັບຍຸດທະສາດຫລຸດຜ່ອນ ຄວາມທຸກຍາກ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ. ພ້ອມນັ້ນ, ລັດຖະບານສະວິດ ຍັງໄດ້ສະເໜີແຜນ ໃຫ້ເງິນຊ່ວຍເຫລືອແກ່ ສປປ ລາວ ຈຳນວນ 16 ລ້ານໂດລາ ໃນສົກ ປີ 2018-2021.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຮູບ​ປະ​ກອບ: https://www.eda.admin.ch

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້