​ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ໃນ​ວັນ​ທີ 20 ທັນວາ 2018, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ສສຊ ​​ເຂດ​ເລືອກ​ຕັ້ງ​ຕ່າງໆ ໄດ້​ສືບຕໍ່ສຸມ​ໃສ່​ ປະກອບ​ຄຳ​ຄິດ​ຄຳ​ເຫັນ ຕໍ່ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ ຂອງ​ສະພາ​ແຫ່ງ​ຊາດ ​ໄລຍະ​ເຄິ່ງສະ​ໄໝ, ການ​ປະຕິບັດ​ແຜນການ​ສ້າງ ​ແລະ ປັບປຸງກົດ ໝາຍ,ການ​ປະຕິບັດ​ສິດ ​ແລະ ໜ້າທີ່ ​ໃນ​ການ​ຕິດຕາມ​ກວດກາຂອງ​ສະພາ​ແຫ່ງ​ຊາດ, ພ້ອມ​ດ້ວຍ​ບົດ​ປະກອບ​ຄຳ​ເຫັນ ຂອງ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໂດຍ​ໄດ້​ລົງ​ເລິກ​​ເຖິງ​ບັນຫາ​ຄົງ​ຄ້າງ ​ແລະ ວິທີ​ການ​ແກ້​ໄຂ​ໃນຕໍ່ໜ້າ.

ການ​ປະກອບ​ຄຳ​ເຫັນຂອງບັນດາ ສສຊ ສ່ວນ​ໃຫຍ່​ໄດ້​ເປັນ​ເອກະ​ພາບ ຕໍ່ຜົນສຳ​ເລັດ​​ ໃນ​ການ​ເຄື່ອນ​ໄຫວ​ວຽກ ງານ​ຮອບດ້ານ ຂອງສະພາ​ແຫ່ງ​ຊາດ ຕະຫລອດ​ໄລຍະສາມ​ປີຜ່ານມາ. ຢ່າງ​ໃດ​ກໍ​ຕາມ ສສຊ ​ຍັງ​ມີ​ຄວາມ​ສົນ​ໃຈ ​ແລະ ຍົກ​ຫລາຍ​ບັນຫາ​ມາ​ແລກປ່ຽນ ​ເປັນ​ຕົ້ນ​ແມ່ນ​ ການ​ປະຕິບັດ​ສິດ ​ແລະ ໜ້າທີ່ ​ໃນ​ການ​ຕິດຕາມ​ກວດກາ ​ການ​ປະຕິບັດ​ກົດໝາຍ, ການ​ລົງ​ເຜີຍ​ແຜ່​ຜົນສຳ​ເລັດ ​ຂອງ​ສະພາ, ລວມທັງການພົບ​ປະ​ກັບ​ພໍ່​ແມ່​ປະຊາຊົນ ​ເຫັນ​ວ່າ​ຍັງ​ໃຊ້​ເວລາ​ທີ່​ຈຳກັດຮີບ​ຮ້ອນ, ​ເຊິ່ງ​ເຮັດ​ໃຫ້ການ​ຮັບ​ຟັງ​ຂໍ້​ສະ​ເໜີຂອງ​ປະ ຊາຊົນບໍ່ຄົບ​ຖ້ວນ; ການ​ຕິດຕາມ​ກວດກາ ສະຖານ​ທີ່​ກັກ​ຂັງ​ຜູ້​ຕ້ອງ​ຫາ ​ແລະ ນັກ​ໂທດ ຍັງ​ບໍ່ທັນ​ໄດ້​ດີ, ການ​ສືບສວນ-ສອບ​ສວນ ​ແລະ ການ​ຕັດ ສິນຄະດີ​ຕ່າງໆ ​ສ່ວນ​ຫລາຍເຫັນ​ວ່າ​ ຖືກຕ້ອງກັບ​ກົດໝາຍ ​ແຕ່​ບໍ່ທັນ​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ.

ສສຊ ສະ​ເໜີ​ໃຫ້​ສະພາ​ແຫ່ງຊາດ ຖື​ສຳຄັນ​ການ​ຕິດຕາມ​ກວດ ລົງ​ເຖິງ​ສະຖານ​ທີ່​​ເປົ້າໝາຍ ຕົວ​ຈິງ ບັນດາ​ໂຄງ ການ​ລົງທຶນ​ຂອງ​ລັດ ​ໃຫ້​ເຂັ້ມ​ງວດ​ກວ່າ​ເກົ່າ ຕະຫລອດ​ຮອດ​ບັນດາ​ ໂຮງງານ​ອຸດສາ​ຫະກຳ ​ໂດຍ​ສະ​ເພາະ ​ໂຄງ ການທີ່​ສົ່ງ​ຜົນ​ກະທົບ​ ດ້ານ​ສິ່ງ​ແວດ​ລ້ອມ ​ເພື່ອ​ຈະ​ໄດ້​ມີ​ທິດ​ຊີ້​ນຳ ​ແລະ ​ແກ້​ໄຂ​ໃຫ້​ທັນ​ການ; ສະພາ​ແຫ່ງ​ຊາດ ຄວນ​ເພີ່ມ​ທະວີ ການ​ຕິດຕາມ​ກວດກາ ການປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ລວມທັງ​ມະຕິ​ຕ່າງໆ ຂອງ​ລັດຖະບານ ​ໃຫ້​ພົ້ນ​ເດັ່ນ​ກວ່າ​ເກົ່າ, ການ​ສ້າງ ​ແລະ ປັບປຸງ​ກົດໝາຍ ຕ້ອງ​ມີ​ ການ​ທາ​ບທາມຢ່າງ​ກວ້າງ​ຂວາງ ​ແລະ ຜ່ານ​ການ​ປະກອບ ​ຄຳ​ຄິດ​ເຫັນ​ຂອງ ສສຊ ​ໃຫ້​ມີ​ຄວາມ​ສົມ ບູນ ​ແລະ ຄົບ​ຖ້ວນ​ກວ່າ​ເກົ່າ ກ່ອນ​ຈະ​ມີ​ການ​ຮັບຮອງ​ໃນ​ແຕ່​ລະ​ຄັ້ງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຜ່ານ​ມາ​ສະພາ​ແຫ່ງ​ຊາດ​ ໄດ້ມີ​ມະຕິ​ຮັບຮອງກົດໝາຍ ຫລື ບົດ​ລາຍງານຕ່າງໆ​ ຂອງ​ລັດຖະບານ ກໍ​ຄື​ ຂອງ​ຊາດ ​ແຕ່​ພາຍຫລັງຈັດ​ຕັ້ງ ​ປະຕິບັດຕົວ​ຈິງ ບໍ່​ໄດ້​ຮັບ​ການ​ຕິດຕາມ​ ກວດກາຢ່າງ​ລະອຽດ ບໍ່ສາມາດ​ປະ​ເມີນ​ ໄດ້​​ເຖິງປະສິດທິພາບ​ຂອງ​ວຽກງານ. ສະ​ນັ້ນ, ການ​ພິຈາລະນາ-ຮັບຮອງ​ບັນຫາ​ສຳຄັນ​ຂອງ​ຊາດ ຕ້ອງ​ໃຫ້​ມີ​ຄວາມ​ລະ ອຽດຖີ່​ຖ້ວນ, ທັງ​ມີ​ການ​ກວດກາ​ໃຫ້​ເຂັ້ມ​ງວດ ​ເພື່ອ​ເຮັດ​ໃຫ້ການຈັດ​ຕັ້ງ​ປະຕິບັດ​ຂອງ​ລັດ ຖະບານ​ມີ​ຜົນສຳ​ເລັດ​ສູງ. ການ​ປະຕິບັດ​ສິດ ​ແລະ ໜ້າທີ່ ​ໃນ​ການ​ຕິດຕາມ​ກວດກາ ຂອງ​ສະພາ​ແຫ່ງ​ຊາດ ​ເປັນ​ການ​ຜັນ​ຂະຫຍາຍ​ ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ທີ່​ໄດ້​ກຳນົດວ່າ ສະພາ​​ແຫ່ງຊາດ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ ​ໃນການ​ປະຕິ​ບັດ ​ພາລະ​ບົດບາດ​ຂອງ​ຕົນ ​ເພື່ອ​ເຮັດ​ກວດກາ​ຢ່າງ​ມີ​ຈຸດ​ສຸມ ຊຸກຍູ້​ໃຫ້ການ​ແກ້​ໄຂ ​ຜົນ​ການ​ກວດກາ ມີ​ຄວາມ​ເຂັ້ມ​ງວດ ​ແລະ ມີ​ຜົນ​ສັກສິດ ປະກອບສ່ວນ​ເຂົ້າ​ ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ ປະ​ເທດ​ຊາດ.

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້