Friday, April 18, 2025

ລໍ​ເບິ່ງ! ໃນປີ 2019 ສະພາ ຈະກວດກາ 2 ຫົວຂໍ້ໃຫຍ່ ການ​ເກັບ​ລາຍ​ຮັບ​​ລັດ ແລະການສ້າງວຽກເຮັດງານທຳຂອງປະຊາຊົນ

ສະພາແຫ່ງຊາດ ຈະສຸມໃສ່ຕິດຕາມກວດກາ 2 ຫົວຂໍ້ໃຫຍ່ ທີ່ຕິດພັນກັບການເກັບລາຍຮັບ ແລະ ການສ້າງວຽກເຮັດງານທຳ ຂອງປະຊາຊົນ ສຳລັບປີ 2019 ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງວຽກງານ ຕິດຕາມກວດກາ ໃຫ້ໄດ້ຮັບຜົນດີ ແລະ ນັບມື້ນັບດີຂຶ້ນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII  ວ່າ: ໃນປີ 2019 ສະພາແຫ່ງຊາດ ຈະສຸມໃສ່ຕິດຕາມກວດກາ ການຈັດ ຕັ້ງປະຕິບັດ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ພົວພັນກັບການເກັບລາຍຮັບ ເປັນຕົ້ນ ກົດໝາຍວ່າດ້ວຍ ສ່ວຍສາອາກອນ, ກົດໝາຍວ່າດ້ວຍພາສີ, ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍໄຟຟ້າ ແລະ ອື່ນໆ, ເຊິ່ງເນື້ອໃນຕິດຕາມກວດກວດດັ່ງກ່າວ ຈະລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທືອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII. ອີກເປົ້າໝາຍໜຶ່ງ ແມ່ນຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ນິຕິກຳໃຕ້ກົດ ໝາຍ ທີ່ພົວພັນກັບການສ້າງວິຊາຊີບ, ການພັດທະນາສີມື ແຮງງານທີ່ມີຄຸນນະພາບ ຕິດພັນກັບການສ້າງວຽກເຮັດງານທຳ ຂອງປະຊາຊົນ ເປັນຕົ້ນ ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່ດ້ວຍ ອາຊີວະສຶກສາ, ກົດໝາຍວ່າດ້ວຍແຮງງານ ໂດຍເນື້ອໃນຕິດຕາມ ກວດກວດດັ່ງກ່າວ ຈະລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII.

ຈຸດປະສົງຂອງການຕິດຕາມກວດກາ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລັດຖະທຳ ມະນູນ ແລະ ກົດໝາຍ ໃຫ້ເປັນອັນລະອຽດ ເຂົ້າໃນການເຄື່ອນໄຫວ ວຽກງານຂອງ ສະພາແຫ່ງຊາດ ໂດຍສະ ເພາະ ເພີ່ມທະວີການຈັດຕັ້ງປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ປະຈຳປີ 2019 ໃຫ້ມີປະສິດທິຜົນ ແລະ ການແກ້ໄຂຜົນການຕິດຕາມ ກວດກາໃຫ້ມີ ຄວາມສັກສິດ. ນອກຈາກນັ້ນ, ກໍເພື່ອເປັນບ່ອນອີງໃຫ້ຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ກົງ ຈັກທີ່ຄະນະປະຈຳ ສະພາແຫ່ງຊາດສ້າງຕັ້ງ ໄດ້ນຳໄປຜັນຂະຫຍາຍ ເປັນແຜນການ ຕິດຕາມກວດກາ ລະອຽດຂອງຕົນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.