ເຖິງວ່າລັດຖະບານໄດ້ເພີ່ມງົບປະມານ ສໍາລັບການສຶກສາ ເພື່ອພັດທະນາຄຸນນະພາບ ແລະ ຂະຫຍາຍການເຂົ້າເຖິງການສຶກສາ ສໍາລັບເຍົາວະຊົນທົ່ວປະເທດ ໃນຊ່ວງປະມານ 5 ປີຜ່ານມານີ້ກໍຕາມ, ແຕ່ການລົງທຶນກັບການສຶກສາຂອງ ລາວ ຍັງຕໍ່າຫຼາຍ ເມື່ອທຽບໃສ່ກັບກຸ່ມປະເທດ ອາຊຽນ ທີ່ ລາວ ຢາກນໍາໃຫ້ທັນ (ແລະ ລາວ ຕ້ອງນໍາໃຫ້ທັນ). ລາວຕ້ອງໄດ້ລົງທຶນເພີ່ມ ເຂົ້າກັບການສຶກສາ ໂດຍສະເພາະ ລະດັບ ອະນຸບານ-ມັດທະຍົມ, ແຕ່ ລັດຖະບານ ຈະເອົາເງິນມາແຕ່ໃສ ແລະ ຕ້ອງເຮັດຈັ່ງໃດ?.
ການເພີ່ມການລົງທຶນຂອງລັດ ເຂົ້າກັບການສຶກສາ (ແລະ ອື່ນໆ) ເປັນສິ່ງທ້າທາຍຫຼາຍ ໂດຍສະເພາະໃນຊ່ວງ ທີ່ລາຍຮັບຂອງລັດຖະບານ ຕົກ, ປາກົດເຫັນໄດ້ ໂດຍສະເພາະ ຫຼັງຈາກ 2013, ເຊິ່ງໄດ້ເຮັດໃຫ້ໜີ້ສິນຂອງປະ ເທດ ຖີບຕົວສູງຂຶ້ນ ຢ່າງໄວວາ. ສາເຫດຫຼັກທີ່ເຮັດໃຫ້ລາຍໄດ້ຂອງລັດ ຕົກ ແມ່ນລາຍໄດ້ຈາກແຮ່ທາດ (ອາ ກອນ, ຄ່າສໍາປະທານ ແລະ ການປັນຜົນ) ຕົກ. ຮູບສະແດງລຸ່ມນີ້ ສ່ອງແສງໃຫ້ເຫັນວ່າ ໃນຊ່ວງເວລາດຽວກັນ ທີ່ລາຍໄດ້ເຂົ້າລັດ ຈາກແຮ່ທາດ ຕົກ, ຫຼັງຈາກ 2013, ໜີ້ຕ່າງປະເທດ ກໍມີການຖີບຕົວຂຶ້ນທັນທີ.
ລາຍໄດ້ຈາກແຮ່ທາດ ຕົກ ແມ່ນເປັນຜົນຂອງການອອກຄໍາສັ່ງ ໂດຍລັດຖະບານ ໃຫ້ຍຸຕິ ການໃຫ້ສໍາປະທານໃໝ່ ສໍາລັບການຂຸດຄົ້ນບໍ່ແຮ່. ໃນການອອກຄໍາສັ່ງດັ່ງກ່າວ ລັດຖະບານມີເຫດຜົນ ແລະ ໄດ້ຮັບການສະໜັບສະໜຸນຈາກສັງຄົມ ຢ່າງກວ້າງຂວາງ ເພາະວ່າ ການໃຫ້ສໍາປະທານ ມີບັນຫາສັບສົນກ່ຽວກັບກໍາມະສິດທີ່ດິນ, ມີການໃຫ້ຄ່າຊົດເຊີຍ ແບບບໍ່ຖືກກົດໝາຍ ແລະ ບໍ່ເໝາະສົມ, ມີຜົນກະທົບບໍ່ດີ ຕໍ່ສະພາບແວດລ້ອມ ຈາກກິດຈະກໍາການຂຸດຄົ້ນ, ລາຍໄດ້ທີ່ໄດ້ມາມີການຮົ່ວໄຫຼຫຼາຍ ແລະ ຖືກໃຊ້ແບບຟູມເຟືອຍ. ບໍ່ແມ່ນແຕ່ເທົ່ານັ້ນ, ຍ້ອນມີລາຍໄດ້ແບບວ່ອງໄວ ແລະ ງ່າຍດາຍ, ລັດຖະບານ ໃນຊ່ວງນັ້ນຈຶ່ງບໍ່ໄດ້ເອົາໃຈໃສ່ ກັບການປັບປຸງພາຍ ໃນ ເພື່ອພັດທະນາຄຸນນະພາບ ແລະ ປະສິດທິພາບ ຂອງບຸກຄະລາກອນ ແລະ ອົງກອນຕ່າງໆ ຂອງລັດ ເທົ່າທີ່ຄວນ, ແລະ ບໍ່ໄດ້ເອົາໃຈໃສ່ ກັບການປະຕິຮູບຕ່າງໆ ທີ່ສໍາຄັນ ກັບການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ທຸລະກິດເອກະຊົນ ໄດ້ພັດທະນາຕົວ ເປັນຢ່າງດີ.
ໃນປັດຈຸບັນ ລັດຖະບານ ກໍາລັງເອົາໃຈໃສ່ກັບການແກ້ໄຂບັນຫາເຫຼົ່ານີ້ ທັງໝົດ ໂດຍເລີ່ມຈາກການເອົາໃຈໃສ່ກັບການ ອຸດການຮົ່ວໄຫຼ, ແຕ່ລັດຖະບານ ຈະບໍ່ມີລາຍໄດ້ເພີ່ມກັບຄືນ ໄດ້ໄວ (ແບບຄືໃນຊ່ວງ 2006 – 2012) ຕາມຄວາມຕ້ອງການກັບລາຍຈ່າຍ ທີ່ມີເພີ່ມຂຶ້ນທຸກມື້ ຖ້າບໍ່ສ້າງລາຍໄດ້ຈາກແຮ່ທາດອີກ. ການປະຕິ ຮູບ ແລະ ການພັດທະນາການບໍລິການຂອງລັດ, ການພັດທະນາໂຄງລ່າງພື້ນຖານ, ແລະ ການລົງທຶນກັບການສຶກສາ, ນອກເໜືອຈາກສິ່ງອື່ນໆ ທີ່ສໍາຄັນ ທີ່ລັດຖະບານຈະຕ້ອງໄດ້ຈ່າຍ, ລ້ວນແລ້ວແຕ່ຕ້ອງການທຶນ. ເພື່ອໃຫ້ມີລາຍໄດ້ ທັນກັບຄວາມຕ້ອງການ ກັບການພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ, ລາວ ຈໍາເປັນຕ້ອງພັດທະນາ ອຸດສະຫະກໍາບໍ່ແຮ່, ແຕ່ຕ້ອງບໍ່ໃຫ້ມີບັນຫາຄວາມສັບສົນ ກ່ຽວກັບກໍາມະສິດທີ່ດິນ, ມີການຊົດເຊີຍທີ່ຖືກຕ້ອງຕາມກົດໝາຍ, ກົດໝາຍປົກປ້ອງສະພາບແວດລ້ອມ ຖືກບັງຄັບໃຊ້ຢ່າງເຂັ້ມງວດ. ທ້າຍສຸດ ລາຍໄດ້ຂອງລັດ ຈະຕ້ອງມີລະບົບການຈ່າຍແບບປະຫຍັດ.
ໂດຍ ມານະ ສຸດທິຈັກ, ປ.ອ. ເສດຖະສາດ Mana Southichack Update Laos Magazine
(ບົດບັນນາທິການ ວາລະສານ ອັບເດດລາວ ສະບັບເດືອນ ທັນວາ (12)).
ທ່ານສາມາດແລກປ່ຽນ ຄວາມຄິດເຫັນ ກັບຜູ້ຂຽນໄດ້ທີ່ນີ້ ຫຼື Messenger ຫຼື ທາງ manasouth9@gmail.com. ກ່ຽວກັບ ດຣ. ມານະ ສຸດທິຈັກ: http://intergro-inc.com/about/team/