Friday, April 18, 2025

ສປ​ປ​ລາວ ຈະ​​ມີ​ກົດ​ໝາຍຫຼາຍ​ຂຶ້ນ! ຮອດ​ປີ 2019 ໃຫ້ໄດ້ 23 ສະບັບ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ທ້າຍ​ອາ​ທິດ​ຜ່ານ​ມານັ້ນ, ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ຮອງ​ປະ­ທານ ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ ກ່ຽວ​ກັບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ກາງ​ສະ­ໄໝ (2016-2018) ປີ 2018 ທິດ​ທາງ​ຮອດ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ­ລຶກ​ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ແຜນ​ວຽກ​ຈຸດ​ສຸມ ປະ­ຈຳ​ປີ 2019 ໂດຍ​ທ່ານ​ນາງ ສີ­ໃສ ລື​ເດດ​ມູນ​ສອນ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ: ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ດັ່ງ­ກ່າວ ສາ­ມາດ​ຮັບ­ຮອງ​ກົດ­ໝາຍ​ໄດ້ 63 ສະ­ບັບ ເທົ່າ​ກັບ 60% ຂອງ​ແຜນ­ການ 5 ປີ ໃນ​ນີ້ ກົດ­ໝາຍ​ສ້າງ​ໃໝ່ 27 ສະ­ບັບ ເທົ່າ​ກັບ 54% ປີ 2018 ສ້າງ ແລະ ປັບ­ປຸງ​ກົດ­ໝາຍ​ໄດ້ 21 ສະ­ບັບ ກວມ​ເອົາ 95,45% ຂອງ​ແຜນ­ການ ໃນ​ນີ້ ກົດ­ໝາຍ​ສ້າງ​ໃໝ່ 15 ສະ­ບັບ ກົດ­ໝາຍ​ປັບ­ປຸງ 6 ສະ­ບັບ ໄດ້​ຮັບ​ການ​ສະ­ເໜີ​ໃຫ້​ຕີ​ຄວາມ​ໝາຍ​ຂອງ​ມາດ­ຕາ​ກົດ­ໝາຍ 20 ບັນ­ຫາ ຈາກ​ກະ­ຊວງ-ອົງ­ການ ຜ່ານ​ການ​ຄົ້ນ­ຄວ້າ​ຂອງ​ພາກ­ສ່ວນ​ກ່ຽວ­ຂ້ອງ 14 ສະ­ບັບ ບໍ່​ໄປ​ຕາມ​ຂັ້ນ​ຕອນ ນອກ​ນີ້ ກໍ່​ໄດ້​ເອົາ­ໃຈ­ໃສ່​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ພິ­ຈາ­ລະ­ນາ​ຕໍ່​ຄຳ​ສະ­ເໜີ ຄຳ​ຮ້ອງ­ທຸກ​ຂໍ​ຄວາມ​ເປັນ​ທຳ​ຂອງ​ພົນ­ລະ­ເມືອງ ໄລ­ຍະ​ເກືອບ 3 ປີ­ຜ່ານ­ມາ ສາ­ມາດ​ພິ­ຈາ­ລະ­ນາ​ແກ້​ໄຂ​ດ້ວຍ​ຮູບ​ການ​ຕ່າງໆ​ໄດ້ 2.086 ເລື່ອງ ກວມ​ເອົາ 91,77% ຂອງ​ຈຳ­ນວນ​ຄຳ​ສະ­ເໜີ ຄຳ​ຮ້ອງ­ທຸກ​ທັງ​ໝົດ ຊີ້​ນຳ ກຳ­ມາ​ທິ​ການ ຄະ­ນະ​ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ ພິ­ຈາ­ລະ­ນາ​ຄຳ​ຄິດ​ເຫັນ​ຂອງ​ປະ­ຊາ­ຊົນ ຕິດ­ຕາມ​ກວດ­ກາ​ວຽກ​ງານ​ຈຳ­ນວນ​ໜຶ່ງ ຕາມ​ພາ­ລະ​ບົດ­ບາດ​ຂອງ​ແຕ່​ລະ​ພາກ­ສ່ວນ ເປັນ­ຕົ້ນ ຕິດ­ຕາມ​ກວດ­ກາ​ຢູ່​ດ່ານ​ສາ­ກົນ ການ​ຍົກ­ຍ້າຍ​ພູມ­ລຳ­ເນົາ ການ​ແຕ່ງ­ງານ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຢູ່​ບາງ​ແຂວງ​ລຽບ​ຕາມ​ຊາຍ​ແດນ ການ​ຄຸ້ມ​ຄອງ​ໂຮງ­ຮຽນ​ກິນ­ນອນ​ຊົນ­ເຜົ່າ ວຽກ​ງານ​ສາ­ສະ­ໜາ ການ​ປະ­ຕິ­ບັດ​ສິດ­ຜົນ­ປະ­ໂຫຍດ​ຂອງ​ແມ່­ຍິງ-ເດັກ­ນ້ອຍ ພິ­ຈາ­ລະ­ນາ​ແກ້​ໄຂ​ຄວາມ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ໄດ້ 488 ເລື່ອງ ກວມ​ເອົາ 54,28% ຂອງ​ຈຳ­ນວນ​ຄຳ​ຮ້ອງ​ທັງ​ໝົດ ແລະ ອື່ນໆ.

 ສຳ­ລັບ​ແຜນ​ຈຸດ​ສຸມ​ປີ 2019 ຂອງ​ສະ­ພາ​ແຫ່ງ​ຊາດ ຈະ​ສ້າງ ແລະ ປັບ­ປຸງ​ກົດ­ໝາຍ​ໃຫ້​ໄດ້ 23 ສະ­ບັບ ໃນ​ນີ້​ກົດ­ໝາຍ​ສ້າງ​ໃໝ່ 10 ສະ­ບັບ ກົດ­ໝາຍ​ປັບ­ປຸງ 13 ສະ­ບັບ ຮຽບ​ຮຽງ​ກົດ­ໝາຍ​ທີ່​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຮັບ­ຮອງ​ເອົາ ໃຫ້​ສາ­ມາດ​ປະ­ກາດ​ໃຊ້​ທັນ​ກຳ­ນົດ​ເວ­ລາ ສູ້​ຊົນ​ຕີ​ຄວາມ​ໝາຍ​ກົດ­ໝາຍ 4 ບັນ­ຫາ​ໃຫ້​ສຳ­ເລັດ ຄົ້ນ­ຄວ້າ​ການ​ໃຫ້​ສັດ­ຕະ­ຍາ­ບັນ​ສົນ­ທິ­ສັນ­ຍາ ແລະ ສັນ­ຍາ​ສາ­ກົນ​ໃຫ້​ໄດ້​ຮັບ​ຄຸ­ນະ­ພາບ ທັນ​ເວ­ລາ ສືບ­ຕໍ່​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ໃນ​ການ­ຈັດ­ຕັ້ງ​ໂຄ­ສະ­ນາ​ເຜີຍ­ແຜ່​ກົດ­ໝາຍ ນິ­ຕິ​ກຳ​ໃຕ້​ກົດ­ໝາຍ​ໃຫ້​ສັງ­ຄົມ​ຮັບ​ຮູ້​ຢ່າງ​ກວ້າງ­ຂວາງ ສອດ­ຄ່ອງ​ກັບ​ແຕ່​ລະ​ເປົ້າ​ໝາຍ ແລະ ອື່ນໆ ພາຍ­ຫຼັງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ພ້ອມ​ທັງ​ຄຳ​ຖາມ​ເຈາະ​ຈີ້ມ ແລະ ໃຫ້​ທິດ​ຊີ້​ນຳ​ໃນ​ການ​ປະ­ກອບ​ຄຳ​ເຫັນ​ແລ້ວ ສສຊ ແຕ່​ລະ​ເຂດ ກໍ່​ໄດ້​ຜັດ­ປ່ຽນ​ກັນ​ຂຶ້ນ​ປະ­ກອບ​ຄຳ​ຄິດ​ເຫັນ​ຕໍ່​ບົດ​ລາຍ​ງານ​ດັ່ງ­ກ່າວ ຢ່າງ​ກົງ​ໄປ​ກົງ​ມາ ແລະ ມີ​ຈຸດ​ສຸມ.

ທີ່​ມາ​: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.