Friday, July 18, 2025
Kbank Laos โอน รับ จ่าย

ພາກ​ກາງ ມີ​ສະ​ຖາ​ນີ ຖ່າຍ​ທອດລາຍການວິທະຍຸ ແລະໂທລະພາບ ເປັນ​ຂອງ​ຕົນ​ເອງ​ແລ້ວ!

ໃນ​ມ​ື້ນີ້, ໄດ້ມີພິທີມອບ​ຮັບ ​ແລະ ​ເປີດນຳໃຊ້ ສະຖານນີ ຖ່າຍທອດຕໍ່​ລາຍການວິທະຍຸ ​ແລະ ​ໂທລະພາບ ເຂດພາກ​ກາງ ຊຶ່ງ​ຕັ້ງ​ຢູ່ບ້ານ ​ໂພ​ໄຊ, ເມືອງພະລານໄຊ, ແຂວງສະຫວັນນະເຂດ ຢ່າງເປັນທາງການ, ພາຍຫລັງດຳເນີນການກໍ່ສ້າງມາເປັນເວລາ 3 ປີ.

ໂອກາດ​ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ​ໄດ້​ກ່າ​ວວ່າ: ໂຄງການກໍ່ສ້າງສະຖານນີ ຖ່າຍທອດຕໍ່​ລາຍການວິທະຍຸ ​ແລະ ​ໂທລະພາບ ເຂດພາກ​ກາງ​ແຫ່ງ​ນີ້ ເປັນໂຄງການຮ່ວມມືຊ່ວຍເຫລືອຂອງລັດຖະບານ ສສ. ຫວຽດນາມ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຊ່ວຍ​ເຫລືອໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວຕະຫລອດມາ ​ແລະ ເປັນສະຖານນີວິທະຍຸ ​ແລະ ​ໂທລະພາບຮ່ວມມື ລາວ-ຫວຽດນາມ ແຫ່ງທີ 4 ຖັດຈາກ ຈໍາປາສັກ, ຫລວງພະບາງ ແລະ ອຸດົມໄຊ, ເຊິ່ງທັງ 3 ແຫ່ງດັ່ງກ່າວ ໄດ້ເປີດນໍ​າໃຊ້ຢ່າງເປັນທາງການແລ້ວ.

ສະຖານ​ນີແຫ່ງ​ນີ້ ຈະເຮັດໃຫ້ການແຜ່ກະຈາຍຄື້ນວິທະຍຸແຫ່ງຊາດ ສາມາດກວມເອົາທັງໝົດຂອງແຂວງສະ ຫວັນນະເຂດ ແລະ ສ່ວນໜຶ່ງຂອງແຂວງຄຳມ່ວນ ແລະ ແຂວງໃກ້ຄຽງ ແລະ ເມື່ອປະສານກັບວິທະຍຸເຂດທີ່ປາກຊ່ອງເຫັນວ່າ ວິທະຍຸແຫ່ງຊາດຄື້ນ 103,7 ເມກາເຮີດ ແມ່ນສາມາດກະຈາຍສັນຍານກວມໝົດພາກໃຕ້ ​ແລະ ສັນຍານໂທລະພາບ ກວມປະມານ 85% ຂອງແຂວງສະຫວັນນະເຂດ.

​ໃນ​ຂະນະ​ດຽວ​ກັນ ກໍຈະເປັນພາຫະນະສື່ມວນຊົນ ເອເລັກໂຕຣນິກທີ່ສຳຄັນ ແລະ ທັນສະໄໝ ແລະ ຈະນຳເອົາຂໍ້ມູນຂ່າວສານຜ່ານທາງສະຖານນີວິທະຍຸ ​ແລະ ໂທລະພາບ ລົງສູ່ພື້ນຖານປະຊາຊົນລາວບັນດາເຜົ່າພາຍໃນແຂວງສະຫວັນນະເຂດ ແລະ ບັນດາແຂວງໃກ້ຄຽງ ໄດ້ຮັບຮູ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ມູນຂ່າວສານສາລະໜ້າຮູ້ຕ່າງໆໄດ້ວ່ອງໄວ ແລະ ຊັດເຈນຂຶ້ນ, ທັງເປັນເວທີສົ່ງເສີມຊຸກຍູ້ສາຍພົວພັນແບບພິເສດຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອັນເປັນມູນເຊື້ອໃຫ້ນັບມື້ນັບແຕກດອກອອກຜົນຂຶ້ນໄປເລື້ອຍໆ.
ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.