Monday, April 21, 2025

ວີ​ທີການ​ເລືອກ​ຄູ່​ຄອງ​ໃຫ້​ເໝາະ​ສົມ ຕາມ​ຕຳ​ລາ​ບູ​ຮານ​ລາວ

        ບູ​ຮານ​ອາ​ຈານ​ລາວ​ກ່າວ​ໄວ້​ວ່າ ການ​ແຕ່ງດອງ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ຫຼາຍ ເພາະ​ເປັນ​ການ​ເອົາ​ຄົນ​ຕ່າງ​ຄອບ​ຄົວ​ມາ​ຢູ່​ນຳ​ກັນ, ມາ​ສ້າງ​ຄອບ​ຄົວ​ດ້ວຍ​ກັນ ແລະ​ຄອບ​ຄົວ​ນັ້ນ​ກໍ​ຈະ​ເປັນ​ຮາກ​ຖານ​ຈຸ​ລັງ​ອັນ​ສຳ​ຄັນ​ຂອງ​ປະ​ເທດ. ຖ້າ​ວ່າ​ແຕ່​ລະ​ຄອບ​ຄົວ ບໍ່​ແຂງ​ແກ່ນ​ໝັ້ນ​ຄົງ​ແລ້ວ, ກໍ​ຢ່າ​ຫວັງ​ເລີຍ​ວ່າ ປະ​ເທດ​ຊາດ​ຈະ​ໝັ້ນ​ຄົງ​ຖາ​ວອນ ແລະ​ເພື່ອ​ໃຫ້​ຄອບ​ຄົວ​ໝັ້ນ​ຄົງ ນັກ​ປາດ​ບູ​ຮານ​ລາວ ທ່ານ​ຈຶ່ງ​ໃຫ້​ເບິ່ງ ດວງ​ຊະ​ຕາ​ຂອງ​ຄູ່​ສົມ​ລົດ ໃຫ້​ສົມ​ພົງ​ກັນ ຕາມ​ລັກ​ສະ​ນະ​ສົມ​ພົງ​ນາກ​ຄູ່ ດັ່ງ​ນີ້:

        ສົມ​ພົງ​ນາກ ເປັນ​ວິ​ທີ​ການ​ໜຶ່ງ​ຂອງ​ການ​ເລືອກ​ຄູ່​ຄອງ ຖ້າ​ຢາກ​ຮູ້​ວ່າ ຊາຍ​ຍິງ​ທີ່​ມັກ​ກັນ​ຢູ່ນີ້ ຊະ​ຕາ​ຈະ​ສົມ​ພົງ​ກັ​ນ​ຫຼືບໍ່​? ໃຫ້​ເບິ່ງ​ສົມ​ພົງ​ນາກ​ດັ່ງ​ຮູບ​ຂ້າງ​ເທິງນັ້ນ ນັບ​ໄປ​ຈົນ​ເຖິງ​ປີ​ເກີດ​ຂອງ​ຕົນ;

        ຜູ້​ຍິງ​ໃຫ້​ນັບ​ປີ​ຊວດ​ທີ່​ຫາງ​ນາກ ວຽນ​ໄປ​ທາງ​ຫົວ​ນາກ ຈົນ​ເຖິງ​ປີ​ເກີດ​ຂອງ​ຕົນ ນອກ​ຈາກ​ຈະ​ນັບ​ປີ​ແລ້ວ, ໃຫ້​ນັບ​ເດືອນ​ແລະ​ວັນ​ດ້ວຍ. ເດືອນ ໃຫ້​ນັບ​ເດືອນ​ອ້າຍ (ເດືອນ​ໜຶ່ງ) ໄປ​ຈົນ​ເຖິງ​ເດືອນ​ເກີດ​ຂອງ​ຕົນ ວັນ​ໃຫ້​ນັບ​ວັນ​ອາ​ທິດ ໄປ​ຈົນ​ເຖິງວັນ​ເກີດ​ຂອງ​ຕົນ.

        ສ່ວນ​ຜູ້​ຊາຍ ໃຫ້​ນັບ​ປີ​ຊວດ​ຈາກ​ຫົວ​ນາກ​ໄປ​ຫາງ​ນາກ ຈົນ​ເຖິງ​ປີ​ເກີດ​ຂອງ​ຕົນ ນັບ​ເດືອນ​ນັບ​ວັນ ກໍ​​ນັບແບບ​ດຽວ​ກັບ​ຜູ້​ຍິງ ຕົກ​ອັນ​ໃດ? ກໍ​ໃຫ້​ທາຍ​ຕາມນັ້ນ ດັ່ງ​ນີ້:

  • ຖ້າ​ຕົກ​ຫົວ​ນາກ​ຕົວ​ດຽວ​ກັນ ທ່ານ​ວ່າ​ດີ​ນັກ​ແລ.
  • ຖ້າ​ຕົກ​ຫົວ​ນາກ​ທັງ​ສອງ​ຄົນ ແຕ່​ຕ່າງ​ຕົວ​ກັນ ທ່ານ​ວ່າ​ຈະ​ຢູ່​ນຳ​ກັນ​ບໍ່​ດົນ.
  • ຖ້າ​ຕົກ​ຫາງ​ນາກ​ທັງ​ສອງ​ຄົນ ແຕ່​ຕ່າງ​ຕົວ​ກັນ ທ່ານ​ວ່າ​ຈະ​ຢ່າ​ຮ້າງ​ກັນ.
  • ຖ້າ​ຕົກ​ກ​າງ​ຕົວ​ນາກ​ທັງ​ສອງ​ຄົນ ແລະ​ຕົວ​ດຽວ​ກັນ ທ່ານ​ວ່າບໍ່​ດີ ຈະ​ຕາຍ​ຈາກ​ກັນ ຕັ້ງ​ແຕ່​ຍັງ​ບໍ່​ເຖິງ​ເວ​ລາ​ອັນ​ຄວນ.
  • ຖ້າ​ຕົກ​ຫົວ​ນາກ ແລະ​ຫາງ​ນາກ​ຕົວ​ດຽວ​ກັນ ທ່ານ​ວ່າ​ດີ​ປານ​ກາງ.
  • ຖ້າ​ຕົກ​ກາງ​ຕົວ​ນາກ​ທັງ​ສອງ​ຄົນ ແລະ​ເປັນ​ສູນ​ດຽວ​ກັນ​ດ້ວຍ ທ່ານ​ວ່າບໍ່​ຄ່ອຍ​ດີ.
  • ຖ້າ​ຕົກ​ທີ່​ຫົວ​ນາກ, ກາງ​ນາກ ແລະ​ຫາງ​ນາກຕົວ​ດຽວ​ກັນ ແລະ​ເປັນ​ສູນ​ດຽວ​ກັນ​ດ້ວຍ ທ່ານ​ວ່າບໍ່​ດີ ຈະ​ໄດ້​ຮັບ​ຄວາມ​ລຳ​ບາກ.

ທີ່​ມາ: ​ຕຳ​ລາ ມໍ​ລະ​ດົກ​ອີ​ສານ ໂດຍ ອ​ຈ ສະ​ວິງ ບຸນ​ເຈີມ ປ​ທ 9

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.