ເມື່ອອາທິດ​ຜ່ານ​ມາ ທີ່ສຳນັກງານນາຍົກລັດຖະມົນຕີ,  ທ່ານ ທອງລຸນ ສີສຸລິດນາ ຍົກລັດຖະມົນຕີ​ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ,  ເນື່ອງໃນໂອກາດວັນສ້າງຕັ້ງກອງທຶນຫລຸດຜ່ອນຄວາມທຸກຍາກ  ຫລື ທລຍ ຄົບຮອບ 15 ປີ(31/5/2003-31/5/2018)  ໂດຍມີບາງຕອນສຳຄັນວ່າ: ຕະຫລອດໄລຍະ 15 ປີ ຜ່ານມາ,  ທລຍມີຜົນງານພົ້ນເດັ່ນຫລາຍດ້ານ ໃນການປະກອບ ສ່ວນແກ້ໄຂຄວາມທຸກຍາກ  ໃຫ້ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫລີກ  ເປັນຕົ້ນຊ່ວຍສ້າງ  ແລະ ສ້ອມແປງເສັ້ນທາງຢູ່ເຂດຊົນນະບົດ  ໃຫ້ສາມາດໄປມາໄດ້ຢ່າງສະດວກ,  ສົ່ງເສີມໃຫ້ມີຊົນລະປະທານ, ສຸກສາລາ, ໂຮງຮຽນ ແລະ ອື່ນໆ.

ພ້ອມ​ນີ້, ໄດ້ຊ່ວຍເຮັດໃຫ້ອັດຕາການເຂົ້າຮຽນໜັງສື  ຂອງເດັກໃນເກນອາຍຸ 5 ປີຢູ່ບັນດາບ້ານ  ຫລື ເມືອງເປົ້າ ໝາຍທີ່ຈະລົບລ້າງຄວາມທຸກຍາກ ບັນລຸໄດ້ເຖິງ 98%,​ເຊິ່ງຖືວ່າເປັນຕົວເລກທີ່ສູງ  ແລະ ສະແດງໃຫ້ເຫັນວ່າ ທລຍໄດ້ເອົາ ໃຈໃສ່ ເຮັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ,  ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຮັບຜິດຊອບວຽກນີ້,  ແມ່ນໄດ້ທຸ້ມເທເຫື່ອແຮງສະຕິປັນຍາ ເຂົ້າໃນການພັດທະນາຊົນນະບົດ, ໂດຍຖືປະຊາ ຊົນ, ບ້ານ,  ເມືອງແລະຄອບຄົວທຸກຍາກເປັນເປົ້າໝາຍ  ຊຶ່ງໄດ້ຮັບຜົນດີແລະໜ້າສັນລະເສີນເປັນຢ່າງຍິ່ງ.  ປັດຈຸບັນ, ທົ່ວປະເທດ ຍັງມີຄອບຄົວທຸກຍາກເຫລືອຢູ່  64.593ຄອບຄົວ, ກວມເອົາ 5,34%  ຂອງຈຳນວນພົນລະເມືອງລາວ, ບ້ານທຸກຍາກຍັງເຫລືອ 1.536 ບ້ານ,  ກວມເອົາ 18,13% ຂອງຈຳນວນບ້ານທັງໝົດທີ່ມີທົ່ວປະເທດ, ເມືອງທຸກຍາກຍັງເຫລືອ 23 ເມືອງ,  ກວມເອົາ 15% ຂອງຈຳນວນເມືອງທັງໝົດທົ່ວປະເທດ  ແລະ ບ້ານພັດທະນາ 4.138 ບ້ານ,  ກວມເອົາ48,85% ຂອງຈຳນວນບ້ານ ທີ່ມີທົ່ວປະເທດ.

ຕະຫລອດໄລຍະ 15 ປີ ຜ່ານມາ,  ທລຍ ໄດ້ເຄື່ອນໄຫວວຽກງານຢູ່ 11 ແຂວງ  ຄື: ແຂວງຜົ້ງສາລີ, ຫລວງນ້ຳທາ,  ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫລວງພະບາງ, ສະຫວັນນະເຂດ,  ສາລະວັນ, ຈໍາປາສັກ,  ເຊກອງ ແລະ ແຂວງອັດຕະປື,  ກວມເອົາທັງໝົດ 55 ເມືອງ, 413 ກຸ່ມບ້ານ, 2.841 ບ້ານ,  ໂດຍມີປະຊາຊົນໄດ້ຮັບຜົນປະໂຫຍດ 1.243.525 ຄົນ ແລະສາມາດຈັດຕັ້ງປະຕິບັດໂຄງການຍ່ອຍໄດ້ທັງໝົດ  5.948 ໂຄງການ.ສ່ວນງົບປະມານທີ່ນໍາໃຊ້ ຕະຫລອດໄລຍະ 15 ປີ ແມ່ນໄດ້ແບ່ງເປັນ 3 ໄລຍະ, ໂດຍໄດ້ຮັບທຶນທັງໝົດ 186 ລ້ານໂດລາສະຫະລັດ  ທີ່ມາຈາກຫລາຍແຫລ່ງທຶນ  (ທະນາຄານໂລກ54%, ອົງການສະວິດເຊີ ແລນ 23%,  ລັດຖະບານອົດສຕາລີ 9%,  ລັດຖະບານລາວ ສົມທົບ 9%, ທຶນແກ້ໄຂໄພພິບັດ ເກດສະໜາ 4% ແລະ ລັດຖະບານຍີ່ປຸ່ນ 1% ),  ໃນນີ້ເປັນທຶນກູ້ຢືມ ຈາກທະນາຄານໂລກ ກວມອີກ 33%.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່​ມາ: ຂ​ປ​ລ

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້