ມອບລາງວັນ​ໃຫ້​ນັກ​ຂຽນ, ນັກ​ຂ່າວ ແລະ​ສື່​ດີ​ເດັ່ນຂອງ​ລາວ

ທ້າຍ​ອາ​ທິດ​ຜ່ານ​ມາ, ທີ່ໂທລະພາບແຫ່ງຊາດລາວ,  ໄດ້ຈັດພິທີມອບລາງວັນຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ ໃນຫົວຂໍ້  “ປີທ່ອງທ່ຽວລາວ 2018 ” ໃຫ້ບັນດານັກຂຽນ ແລະ ນັກຂ່າວ  ຢູ່ອົງການສື່ ແລະ ສຳນັກ ພິມຕ່າງໆ.  

ລາງວັນດີເດັ່ນຄັ້ງນີ້, ແບ່ງອອກເປັນ 5 ປະເພດຄື: ຂ່າວ, ບົດສາລະຄະດີ, ບົດປະກອບສຽງ, ຄລິບວີດີໂອ  ແລະ ປຶ້ມຂໍ້ມູນຂ່າວສານດ້ານການ ທ່ອງທ່ຽວ,  ໂດຍຜ່ານການຄັດເລືອກຈາກ 282 ຫົວຂໍ້ເລື່ອງ  ໃນນີ້ ມີ141ຂ່າວ, 64 ບົດ, 23 ບົດປະ ກອບສຽງ,  18 ຄລິບວີດີໂອ ແລະ ປຶ້ມ 36 ຫົວ,  

ເຊິ່ງລາງວັນປະເພດຂ່າວດີເດັ່ນ ອັນດັບ 1 ແມ່ນ ທ່ານ ນາງ ສີລັດດາ ສຸລິຍົງ ຫົວຂໍ້ຂ່າວ  “Simply beautiful campaign pushes visitor attractions in Luang Prabang”, ອອກໜັງສືພິມວຽງຈັນທາຍ ສະບັບລົງວັນທີ 5ກໍລະກົດ 2018,  

ອັນດັນສອງແມ່ນ ທ່ານ ຄຳພຸດ ເທບພະນົມ ຂ່າວ  “ບຸນກອງເຂົ້າໃຫຍ່ ແຂວງໄຊຍະບູລີສ້າງຄວາມປະທັບໃຈໃຫ້ຜູ້ມາທ່ຽວຊົມ  ” ອອກໜັງສືພິມລາວ ພັດທະນາສະບັບລົງວັນທີ 10  ມັງກອນ 2018. 

ບົດສາລະຄະດີ ດີເດັ່ນລາວ  ລາງວັນທີ 1 ໄດ້ແກ່ບົດຈາກພູມລຳເນົາແຫ່ງການສູ້ຮົບ ກາຍເປັນແຫລ່ງທ່ອງທ່ຽວ ອອກໜັງສືພິມປະຊາຊົນ  ສະບັບລົງວັນທີ 1 ຕຸລາ 2018 ຂຽນໂດຍ ທ່ານ ຄຳເຮືອງ ຄຳປະເສີດ,  

ລາງວັນທີສອງ ແມ່ນບົດ ຊຽງຄວນສວນແຫ່ງມົນຂັງ ແລະ ສະເໜ່  ອອກໜັງສືພິມປະເທດລາວ ສະບັບລົງວັນທີ 16 ຕຸລາ 2018  ຂຽນໂດຍ ທ່ານ ລຳເງິນ ແກ້ວວິຈິດ  ໃນນາມປາກກາຄົນສັນຈອນ.  

ສຳລັບຂ່າວປະກອບສຽງດີເດັ່ນ ລາງວັນທີໜຶ່ງໄດ້ແກ່ຂ່າວ  ພ້ອມກັນສົ່ງເສີມການທ່ອງທ່ຽວລາວໃຫ້ໂດດເດັ່ນ  ໂດຍ ທ່ານ ນາງ ຈັນທະສອນ ສີຫານາດ  ອອກລາຍການວິທະຍຸກະຈາຍສຽງແຫ່ງຊາດລາວ  ຄັ້ງວັນທີ 11 ພະຈິກ 2018,

ລາງວັນທີສອງ ໄດ້ແກ່ບົດຂ່າວ  ຫົວພັນດິນແດນທີ່ໜ້າທ່ຽວ ໂດຍທ່ານ ບຸນຕຽງ  ຈັນທະວົງ ອອກລາຍການວິທະຍຸ  ກະຈາຍສຽງແຫ່ງຊາດລາວ ຄັ້ງວັນທີ 26 ກຸມພາ 2018.  ຄລິບວີດີໂອດີເດັ່ນລາງວັນທີ່ໜຶ່ງໄດ້ແກ່  ມະຫັດສະຈັນທ່ອງທ່ຽວລາວ ຜະລິດໂດຍ ທ່ານ ຄຳເພັດ  ໂທລະພາບແຫ່ງຊາດລາວ ອອກອາກາດ  ໃນວັນທີ 27 ສິງຫາ 2018,  ລາງວັນທີສອງ ແມ່ນບຸນກອງເຂົ້າ  ທີ່ເມືອງພຽງແຂວງໄຊຍະບູລີ  ຜະລິດໂດຍ ທ່ານ ພູນຊັບ ເທວົງສາ  ໜັງສືພິມພາສາຕ່າງປະເທດ ອອກໃນວັນທີ 18 ມັງກອນ 2018.  

ລາງວັນທີ່ 1 ສຳລັບປຶ້ມຂໍ້ມູນຂ່າວສານ ດ້ານການທ່ອງທ່ຽວດີເດັ່ນ ໄດ້ແກ່ປຶ້ມຫອມແຜນດິນແມ່  ຂຽນໂດຍ ທ່ານ ດຣ. ທອງຄຳ ອ່ອນມະນີສອນ,  

ລາງວັນທີສອງ ແມ່ນປຶ້ມ ກອງປະຊຸມສຸດຍອດ  ສື່ມວນຊົນ ຂອບການຮ່ວມມືແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ ຈັດພິມໂດຍໜັງ ສືພິມພາສາຕ່າງປະເທດ  ຈັດພິມໃນເດືອນກໍລະກົດ 2018. 

ນອກຈາກນີ້, ຍັງມີລາງວັນຊົມເຊີຍ ຄື:  ບົດສາລະຄະດີຖ້ຳນ້ຳລອດເຊບັ້ງໄຟ  ທີ່ໄດ້ອຸທິດເພື່ອໂຄງການສະເໜີ  “ປ່າສະຫງວນພູຫີນໜາມໜໍ່ເປັນມໍລະດົກໂລກ  ທາງດ້ານທຳມະຊາດ”  ຜະລິດໂດຍ ທ່ານ ນາງ ວິໄລວອນ ເບົ້າຈະເລີນ  ແລະ ໂຄສົກດີເດັ່ນ ທີ່ໄດ້ປະກອບສ່ວນ ໃນການທຳໜ້າທີ່ເປັນພິທີກອນໃນງານ “ປີທ່ອງທ່ຽວລາວ 2018 ”  ຢູ່ພາຍໃນ ແລະ ຕ່າງປະເທດ ປະກອບດ້ວຍ  ທ່ານ ນາງ ສຸນິຕາ ພິມມະສອນ, ທ່ານ ຈັນທະສອນ ທະວີໄຊ  ແລະ ທ່ານ ສຸພັກສອນ ສີລາເພັດ.

ທ່ານ ສູນທອນ ຄັນທະວົງ ຮອງປະທານ  ສະມາຄົມນັກຂ່າວແຫ່ງ ສປປ ລາວ, ທັງເປັນຜູ້ ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ  ກ່າວວ່າ:

ຈຸດປະສົງຂອງໂຄງການຄັ້ງນີ້,  ເພື່ອໃຫ້ອົງການສື່ມວນຊົນ ກໍຄື ນັກຂ່າວ  ໄດ້ຊອກ ຫາຄວາມມີສະເໜ່ອັນໂດດເດັ່ນ  ທີ່ບົ່ມຊ້ອນຢູ່ໃນແຜ່ນດິນລາວ  ໃນນີ້ລວມທັງແຫລ່ງທ່ອງທ່ຽວ ອັນສວຍງາມທາງດ້ານທຳມະຊາດ,  ປະຫວັດສາດ ແລະ ວັດທະນະທຳ  ເຊິ່ງໄດ້ມີການປົກປັກຮັກສາຄວາມສີວິໄລຂອງລາວ  ໃນອະດີດເປັນຕົ້ນ ດ້ານອາ ລິຍະທຳ, ສະຖາປານິກ,  ປະຕິຍະກຳ, ຫັດຖະກຳ,  ວິຖີຊີວິດ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກ  ຂອງປະຊາຊົນລາວບັນດາເຜົ່າມາຮອດເທົ້າທຸກມື້ນີ້  ແລະ ນຳມາຜະລິດປຸງແຕ່ງໃຫ້ມີຫລາກຫລາຍຮູບແບບ ສີສັນລວມທັງຂ່າວ, ບົດສາ ລະຄະດີ,  ພາບນິ້ງ, ຂ່າວ-ບົດປະກອບສຽງ,  ສະປອດໂຄສະນາ, ຄລິບວີດີໂອ ແລະ ວີດີໂອສາລະຄະດີ  ທີ່ມີທັງພາສາລາວ ແລະ ພາສາຕ່າງປະເທດ  ມາໂຄສະນາອອກຢູ່ຜະ ລິດຕະພັນສື່  ໃນນີ້ລວມທັງສື່ສັງຄົມອອນລາຍ.

ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ  ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ:  ການຈັດໂຄງການຄັດເລືອກຜະລິດຕະພັນສື່  ແລະ ພິມຈຳໜ່າຍດີເດັ່ນໃນຫົວຂໍ້  ປີທ່ອງທ່ຽວລາວ 2018  ເປົ້າໝາຍ ກໍເພື່ອຜັນຂະຫຍາຍແຜນຂອງລັດຖະບານລາວ  ທີ່ວາງຄາດໝາຍທີ່ຈະດຶງດູດ  ແລະ ຊັກຊວນເອົານັກທ່ອງທ່ຽວ  ຈາກທົ່ວທຸກມູມໂລກເຂົ້າມາທ່ຽວລາວ  ໃຫ້ໄດ້ຫລາຍກວ່າ 5 ລ້ານຄົນ  ແລະ ເຮັດໃຫ້ພາກບໍລິການໃນລາວ ມີລາຍ ຮັບເກີນກວ່າ 900 ລ້ານໂດລາສະຫະລັດ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.