Saturday, July 19, 2025
Kbank Laos โอน รับ จ่าย

ມາ​ຮູ້​ຈັກ! ຊີວິດຄູອາສາຢູ່ຊົນນະບົດ ກັບຄວາມຮັກໃນອາຊີບ

ເລື່ອງ “ຄູ​ອາ​ສາ” ເປັນ​ປະ​ເດັນ​ຂອງ​ສັງ​ຄົມ​ຫວ່າງບໍ່ດົນ​ມານີ້, ​ໂດຍ​ສະ​ເພາະ​ແມ່ນ​ມີ​ສຳ​ນັກ​ຂ່າວ​ຂອງ​ລັດ​ໄດ້​ໄປ​ຖ່າຍ​ສາ​ລະ​ຄະ​ດີ​ຊີ​ວິດ ຂອງ​ຄູ​ຄົນ​ໜຶ່ງ ທີ່​ເປັນ​ຄູ​ອາ​ສາ​ມາ​ຫຼາຍ​ປີ​ແລ້ວ, ແລະ​ລາວ​ກໍ​ບໍ່​​ປະ​ລະ​​​ໃນອາ​ຊີບ​ຂອງລາວ ຍັງ​ຄົງ​ມີ​ຄວາມ​ຫວັງ​ວ່າ ​ທາງ​ພາກ​ລັດ​ຈະ​ບໍ່​ປະ​ລະ​ຖິ້ມ​ຄູ​ອາ​ສາຢ່າງ​ເຂົາ.ພີ່ມ

ເບິ່ງ​ຄ​ລິບ​ເພີ່ມ​ຕື່ມ: facebook.com/330984834331066

ອາຊີບຄູ ບໍ່ວ່າຈະເປັນຄູຢູ່ໃນເມືອງ ຫລື ຊົນນະບົດ ແມ່ນມີໜ້າທີ່ຄ້າຍຄືກັນ ຄື ເປັນຜູ້ສິດສອນສົ່ງຄວາມຮູ້ໃຫ້ນັກຮຽນ ໃຫ້ສາມາດອ່ານໄດ້ຂຽນເປັນ ແລະ ເປັນຄົນດີຂອງສັງຄົມ, ແຕ່ວ່າຊີວິດຄູອາສາ ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ມາຈາກຕ່າງບ້ານ ຕ່າງເມືອງ, ບໍ່ມີເງິນເດືອນ, ບໍ່ມີຍາດຕິພີ່ນ້ອງ ແລະ ​ເຮືອນ​ຢູ່ກໍຍິ່ງລຳບາກ ຍາກທີ່ຈະພັນລະນາໃຫ້ຟັງໄດ້.

ດັ່ງຊີວິດຄູອາສາ 3 ຄົນ ຢູ່ແຂວງຫລວງພະບາງ ສອນມາໄດ້ 4 ປີ, ໂດຍບໍ່ມີເງິນເດືອນ ແຕ່ເປັນຫຍັງເຂົາເຈົ້າ ຈຶ່ງສອນໄດ້ມາຮອດປັດຈຸບັນນີ້, ຊຶ່ງທັງໝົດນີ້ ແມ່ນຍ້ອນຄວາມມັກຮັກ ໃນອາຊີບຄູ ແລະ ຢາກໃຫ້ເດັກນ້ອຍຢູ່ ເຂດຊົນນະບົດ ແລະ ຫ່າງໄກສອກຫລີກ ໂດຍສະເພາະ ເດັກນ້ອຍຊົນເຜົ່າໄດ້ຮຽນໜັງສື ແລະ ສາມາດອ່ານໄດ້ຂຽນເປັນ ໂດຍສະເພາະພາສາລາວ ຄືກັບເດັກນ້ອຍໃນຕົວເມືອງ, ລວມທັງເປັນການ ຊ່ວຍພັດທະນາ ການສຶກສາຂອງລາວ ໃຫ້ນັບມື້ມີຄຸນນະພາບ.

ທ້າວ ລ້ຽງ ສູນມິດາ ເວົ້າວ່າ: ຕົນເອງເປັນຄູອາສາສະໝັກສອນ ຢູ່ໂຮງຮຽນປະຖົມບ້ານຫີນແປ້ນ (ປໍ1) ເມືອງງອຍ ແຂວງຫລວງພະບາງ ແຕ່ປີ 2014 ຈົນຮອດປັດຈຸບັນ. ເຖິງບໍ່ທັນໄດ້ບັນຈຸ ເປັນລັດຖະກອນ ແລະ ບໍ່ທັນມີເງິນເດືອນ, ແຕ່ຕົນເອງກໍບໍ່ເຄີຍມີແນວຄິດທໍ້ຖອຍ, ແຕ່ມີອົດທົນ, ມີຄວາມຕັ້ງ​ໃຈ​ມາ​ຕະຫລອດ ເພາະວ່າມັກໃນອາຊີບຄູ, ເຖິງຈະຕ້ອງໄດ້ນອນຫໍພັກ ທີ່ທາງບ້ານຈັດສັນໃຫ້ ເນື່ອງຈາກວ່າບ້ານຢູ່ໄກ ບໍ່ສາມາດທຽວໄປກັບໄດ້ທຸກມື້. ​ຂ້າພະເຈົ້າມີຄວາມສຸກ ທີ່ໄດ້ສອນນ້ອງນັກຮຽນ, ໄດ້ເຫັນຮອຍຍີ້ມຂອງພວກເຂົາ, ເຫັນເຂົາເຈົ້າອ່ານໄດ້ຂຽນເປັນ ແລະ ມີຄວາມຕັ້ງໃຈຢາກຮຽນ. ສຳລັບການດຳລົງຊີວິດປະຈຳວັນ, ຈະມີນັກຮຽນ ແລະ ຜູ້ປົກຄອງໃຫ້ຄວາມຊ່ວຍເຫລືອ, ຊ່ວຍເຂົ້າ ແລະ ອາຫານ ພໍແຕ່ກຸ້ມກິນໃນແຕ່ລະມື້.

ນາງ ອຸລາ ວັນແສງ ຄູອາສາສະໝັກ ສອນຢູ່ໂຮງຮຽນອານຸບານວັງຊຽງ 1 ເມືອງໂພນທອງ ແຂວງຫລວງພະບາງ ​ເວົ້າ​ວ່າ: ຕົນ​ເອງເປັນຄູອາສະໝັກເປັນປີທີ 4 ແລ້ວ, ​ໂດຍ​​ບໍ່​​ໄດ້​ເງິນ​ເດືອນ, ບາງຄັ້ງກໍຮູ້ສຶກນ້ອຍໃຈ ​ແລະ ​ທໍ້ຖອຍ, ແຕ່ເຫດຜົນທີ່ເຮັດໃຫ້ສອນຕໍ່​ໄປ ກໍຍ້ອນເປັນອາຊີບທີ່ເຮົາມັກ ​ແລະ ສອນມາຫລາຍປີແລ້ວ ອີກ​ຢ່າງ, ທາງຄອບຄົວທຸກ​ຄົນ​ກໍ​ໃຫ້ກຳລັງ​ໃຈດີໆ ມາ​ຕະຫລອດ ຈາກກຳລັງໃຈດີໆ ບວກກັບອາຊີບທີ່ຕົນມັກ ຈຶ່ງເຮັດໃຫ້ສູ້ມາຕະຫລອດ ແລະ ຍັງຈະສືບຕໍ່ສອນໄປເລື້ອຍໆ.

ນາງ ບົວວອນ ເຈີໄທ ເລີ່ມເປັນຄູອາສາສະໝັກ ສອນຢູ່ໂຮງຮຽນປະຖົມບ້ານວຽງຫີນ (ປໍ2) ເມືອງນ້ຳບາກ ແຂວງຫລວງພະບາງ ແຕ່ປີ 2015ໂດຍບໍ່ມີເງິນເດືອນ, ມີພຽງແຕ່ທາງໂຮງຮຽນ ຊ່ວຍເລັກໆນ້ອຍໆໃນແຕ່ລະປີ. ຄ່າໃຊ້ຈ່າຍຕ່າງໆ ຕ້ອງໄດ້ອາໃສພໍ່ແມ່. ນາງ ກ່າວວ່າ: ຂ້າພະເຈົ້າຮັກອາຊີບຄູ ເພາະຢາກເຫັນລູກຫລານ ແລະ ເດັກນ້ອຍທຸກຄົນໄດ້ຮຽນໜັງສື, ອ່ານໄດ້, ຂຽນເປັນ, ມີຄວາມຮູ້ຄວາມສາມາດ, ເປັນພົນລະເມືອງດີຂອງສັງຄົມ ແລະ ກາຍເປັນຜູ້ນຳໃນອະນາຄົດ ເພື່ອນຳເອົາຄວາມສີວິໄລມາສູ່ປະເທດຊາດ, ໂດຍສະເພາະ ຢູ່ເຂດຊົນນະບົດ ຫ່າງໄກ ສອກຫລີກ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.