Tuesday, March 18, 2025

9 ເດືອນຜ່ານ​ມາ ດ່ານພາສີສາກົນບໍ່ເຕັນ ເກັບລາຍຮັບໄດ້ 146 ຕື້ກວ່າກີບ

 ໃນ 9 ເດືອນປີ 2018 ການຈັດເກັບລາຍຮັບພາສີ-ອາກອນ ແລະ ພັນທະອື່ນໆ ຂອງດ່ານພາສີສາກົນບໍ່ເຕັນ ລວມທັງບັນດາດ່ານປະເພນີ, ດ່ານພາສີທ້ອງຖິ່ນ ທີ່ຂຶ້ນກັບດ່ານພາສີ ສາກົນບໍ່ ເຕັນເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ສາມາດຈັດເກັບລາຍຮັບ ໄດ້ທັງໝົດ 146 ຕື້ກວ່າກີບ ເທົ່າກັບ 68,59% ຂອງແຜນການ 9 ເດືອນ ແລະ ເທົ່າກັບ 51,44% ຂອງແຜນການປີ.

ທ່ານ ຄຳຫລ້າ ວິສີສົມບັດ ຮອງຫົວໜ້າດ່ານພາສີສາກົນບໍ່ເຕັນ ໄດ້ລາຍງານໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ໃນປີ 2018 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການ ຈັດເກັບລາຍຮັບທັງໝົດ 284 ຕື້ກວ່າກີບ ແຕ່ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ (ມັງກອນ-ກັນຍາ 2018) ການຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆ ຂອງດ່ານພາສີສາກົນບໍ່ເຕັນ, ດ່ານປະເພນີ, ດ່ານພາສີທ້ອງຖິ່ນ ທີ່ຂຶ້ນກັບ ສາມາດຈັດເກັບລາຍຮັບ ໄດ້ທັງໝົດ 146ຕື້ກວ່າກີບ, ເທົ່າກັບ 68,59% ຂອງແຜນການ 9 ເດືອນ ແລະ ເທົ່າກັບ 51,44% ຂອງແຜນການປີ, ໃນນີ້: ດ່ານພາສີສາກົນບໍ່ເຕັນ ປະຕິບັດໄດ້132 ຕື້ກີບເທົ່າກັບ 66,91%; ດ່ານພາສີທ້ອງຖິ່ນປາງໄຮ ປະຕິບັດໄດ້ 13 ຕື້ກີບ, ເທົ່າກັບ 88,93%; ດ່ານພາສີປະເພນີຊຽງກົກ ປະຕິບັດໄດ້ 23ກວ່າລ້ານກີບ ເທົ່າກັບ 29,36%; ດ່ານພາສີປະເພນີ ບ້ານມອມ ປະຕິບັດໄດ້ 556 ລ້ານກີບ ເທົ່າກັບ 70,35% ແລະ  ເຂດເສດຖະກິດພິເສດ ບໍ່ເຕັນແດນງາມປະຕິບັດ ໄດ້ 315 ລ້ານກີບ ເທົ່າກັບ 100% ຂອງແຜນການ 9 ເດືອນ.

ສາເຫດ ທີ່ພາໃຫ້ການເກັບລາຍຮັບ ບໍ່ໄດ້ຕາມແຜນການນັ້ນ, ຍ້ອນການນຳເຂົ້າສິນຄ້າ, ເຄື່ອງຂອງມີຈຳນວນ ຫລວງຫລາຍ ແມ່ນສິນຄ້ານຳເຂົ້າຕາມ ໂຄງການຂອງລັດ ແລະ ນຳເຂົ້າຕາມນະໂຍ ບາຍສົ່ງເສີມ ການລົງທຶນພາຍໃນ ແລະ ຕ່າງປະເທດ ເຊິ່ງກວມເອົາອັດຕາສ່ວນເຖິງ 85,38%ຂອງບໍລິມາດການນຳເຂົ້າສິນຄ້າ, ເຄື່ອງຂອງທັງໝົດ; ການນຳ ເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງທີ່ເປັນ ລາຍຮັບຕົ້ນຕໍ ຂອງດ່ານສ່ວນຫລາຍແມ່ນຫລຸດລົງ ເປັນຕົ້ນ: ຄ່າຊັກພິເສດ, ຈາກ ພາຫະນະ, ສິ້ນສ່ວນອາໄຫລ, ເຄື່ອງກໍ່ສ້າງ, ອຸປະກອນໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ຄ່າທຳນຽມຕ່າງໆ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.