Monday, April 21, 2025

ລາວ ຍັງຕ້ອງນຳເຂົ້າພະລັງງານຈາກ ໄທ ແລະຈີນ ເພື່ອຕອບສະໜອງໃຫ້ກັບ 3 ແຂວງໃນພາກເໜືອ

ລາວ ຍັງຕ້ອງນຳເຂົ້າພະລັງງານຈາກ ໄທ ແລະ ຈີນ ເພື່ອຕອບສະໜອງໃຫ້ກັບ 3 ແຂວງ
ໃນພາກເໜືອ ທີ່ລະບົບໂຄງຂ່າຍໄຟຟ້າຍັງໄປບໍ່ເຖິງ ໂດຍຄາດວ່າຈະສາມາດຢຸດການ
ນຳເຂົ້າໄດ້ໃນປີ 2020.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງຍອມຮັບວ່າ ລາວ ຍັງຕ້ອງນຳເຂົ້າພະລັງງານໄຟຟ້າຈາກ ໄທ ແລະ ຈີນ ເພື່ອຕອບສະໜອງໃຫ້ກັບປະຊາຊົນຢູ່ທີ່ແຂວງ ໄຊຍະບູລີ, ບໍ່ແກ້ວ ແລະ ຫຼວງນໍ້າທາ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ເຂດຊາຍແດນ ທີ່ລະບົບໂຄງຂ່າຍສາຍສົ່ງກະແສໄຟຟ້າຍັງໄປບໍ່ເຖິງນັ້ນ ຈຶ່ງເຮັດໃຫ້ຕ້ອງນຳເຂົ້າໄຟຟ້າຈາກ ໄທ ແລະ ຈີນ ທີ່ມີລາຄາແພງຕໍ່ໄປ ຫຼື ຈົນກວ່າການກໍ່ສ້າງລະບົບໂຄງຂ່າຍສາຍສົ່ງໄຟຟ້າຂະໜາດ 115 KV ຈະແລ້ວສຳເລັດຕາມເປົ້າໝາຍໃນທ້າຍປີ 2019 ຢ່າງແທ້ຈິງດັ່ງທີ່ທ່ານ ຄຳມະນີ ໄດ້ຖະແຫຼງຢືນຢັນວ່າ:

ຈຸດທີ່ນຳເຂົ້າໃນປັດຈຸບັນນີ້ ນຶ່ງລະແມ່ນແຂວງໄຊຍະບູລີ, ສອງລະແມ່ນແຂວງບໍ່ແກ້ວ,ສາມລະແມ່ນແຂວງຫຼວງນໍ້າທາ ກໍແມ່ນຳເຂົ້າມາຮັບໃຊ້ໃຫ້ແກ່ປະຊາຊົນຢູ່ຂອບເຂດທີ່ລຽບຕາມຊາຍແດນ ຊຶ່ງລະບົບສາຍສົ່ງຂອງພວກເຮົາລະບົບສະຖານີ 115KV ກຳລັງສ້າງຕັ້ງຢູ່ໃນປັດຈຸບັນນີ້ ການນຳເຂົ້າມາແມ່ນການນຳເຂົ້າໄຟຟ້າຈາກພູມີພາກ ຊຶ່ງມີລາຄາໄຟຟ້າສູງ ແຕ່ພວກເຮົາມາຂາຍໃຫ້ປະຊາຊົນໃນລາຄາທີ່ຖືກ ເຖິງວ່າຈະຫຼຸບທຶນ ແຕ່ກະພະຍາຍາມສູ້ຊົນເພື່ອສະໜອງໄຟຟ້າໃຫ້ແກ່ປະຊາຊົນທີ່ພຽງພໍ.

ການຊົມໃຊ້ພະລັງງານໄຟຟ້າໃນ ລາວ ໄດ້ເພີ່ມຂຶ້ນຈາກ 989 ເມກະວັດ ເປັນ 1180ເມກະວັດໃນປີ 2015-2016 ແລະ ເພີ່ມຂຶ້ນເປັນ 1,579 ເມກະວັດໃນປີ 2017 ຊຶ່ງຄິດເປັນອັດຕາການເພີ່ມຂຶ້ນເຖິງ 33 ເປີເຊັນທຽບໃສ່ປີ 2016. ສ່ວນໃນປີ 2018 ການຊົມໃຊ້ໄຟຟ້າໃນ ລາວ ເພີ່ມຂຶ້ນເກີນກວ່າ 2,100 ເມກະວັດແລ້ວ, ໂດຍພາຍໃຕ້ສະພາບການດັ່ງກ່າວ ກໍເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ
2,862 ເມກະວັດໃນປີ 2020 ແລະ ເກີນກວ່າ 7,200 ເມກະວັດໃນປີ 2030 ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ທ່ານ ສຸລິນທອນ ເລືອງຄຳສິງ ນັກຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ປະຈຳ ລາວ ຢືນຢັນວ່າ ການຜະລິດພະລັງງານໄຟຟ້າໃນປີ 2018ໄດ້ຂະຫຍາຍຕົວເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍ 7.5 ເປີເຊັນເຮັດໃຫ້ການສົ່ງອອກພະລັງງານໄຟຟ້າຂອງ ລາວ ຍັງສືບຕໍ່ເພີ່ມສູງຂຶ້ນໂດຍສະເພາະແມ່ນການສົ່ງພະລັງງານໄຟຟ້າໄປຂາຍໃຫ້ ໄທ ນັ້ນໄດ້ປັບຕົວສູງຂຶ້ນເຖິງ 23 ເປີເຊັນໃນປີ 2018, 
ຫາກແຕ່ດ້ວຍຜົນກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ອັນເປັນຜົນເຮັດໃຫ້ລັດຖະບານ ລາວ ຕ້ອງດຳເນີນມາດຕະການກວດສອບ ໂຄງການກໍ່ສ້າງເຂື່ອນໄຟຟ້າທຸກໂຄງການໃນ ລາວ ໃນເວລານີ້ ຍ່ອມຈະກະທົບຕໍ່ການຜະລິດໄຟຟ້າຂອງ ລາວ ໃນປີ 2019 ຢ່າງຫຼີກລ່ຽງບໍ່ໄດ້.

ທັງນີ້ພາຍໃນປີ 2021 ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການທີ່ມີກຳລັງຕິດຕ້ອງລວມຫຼາຍກວ່າ 13,000 ເມກະວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້67,000 ລ້ານກິໂລວັດ/ໂມງ/ປີ ໃນນີ້ແບ່ງເປັນແຫຼ່ງຜະລິດພະລັງງານໄຟຟ້າທີ່ມີຢູ່ແລ້ວ61 ໂຄງການ ມີກຳລັງຕິດຕັ້ງ 7,200 ເມກະວັດທີ່ສາມາດຜະລິດກະແສໄຟຟ້າໄດ້ເຖິງ37,086 ລ້ານກິໂລວັດ/ໂມງ ແລະ ກຳລັງກໍ່ສ້າງ 39 ໂຄງການ ມີກຳລັງຕິດຕັ້ງລວມ 5,900 ເມກະວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 29,914 ລ້ານກິໂລວັດ/ໂມງ ຊຶ່ງສ່ວນໃຫຍ່ມີກຳນົດແລ້ວສຳເລັດໃນປີ 2020-2021 ໃນນີ້ 85 ເປີເຊັນຂອງພະລັງງານໄຟຟ້າທີ່ຜະລິດໄດ້ທັງໝົດຈະສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ໄທ ທີ່ຕົກລົງຮັບຊື້ກະແສໄຟຟ້າຈາກ ລາວ ໃນປະລິມານລວມ 9,000 ເມກະວັດຕໍ່ປີນັບຈາກປີ 2019-2044.

ສຳລັບໃນປີ 2018 ຜ່ານມາ ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ໄດ້ນຳເຂົ້າພະລັງງານໄຟຟ້າຈາກ ລາວ ໃນມູນຄ່າລວມ 9,000 ເມກະວັດຕໍ່ປີ ໃນມູນຄ່າລວມ 48,238 ລ້ານບາດ ຫຼື 1,462 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍເຖິງ 23 ເປີເຊັນ ໃນຂະນະທີ່ ລາວ ນຳເຂົ້າໄຟຟ້າຈາກ ໄທ ໃນມູນຄ່າລວມ 1,330 ລ້ານບາດເທົ່ານັ້ນ.

ທີ່​ມາ: ວີ​ໂອ​ເອ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.