Wednesday, April 23, 2025

ຢາກ​ເປັນ​ຄົນ​ສົມ​ບູນ​ແບບ ຕ້ອງ​ມີ​ຫຼັກ​ສິນ​ຫ້າ

        ສິນ​ຫ້າ ຄື​ຫຼັກ​ປະ​ກັນ​ຂອງ​ຄະ​ລາ​ວາດ ຫຼື​ຄົນ​ທົ່ວ​ໄປ ໄດ້​ແກ່:

  1. ສິນ​ຂໍ້​ທີ 1 ເປັນ​ຫຼັກ​ປະ​ກັນ​ດ້ານ​ຊີ​ວິດ ຄື​ມີ​ຄວາມ​ປົກ​ກະ​ຕິບໍ່​ບຽດ​ບຽນ​ກັນ ເຖິງວ່າ​ຈະ​ເປັນ​ສັດ​ນ້ອຍ​ກໍ​ຕາມ.
  2. ສິນ​ຂໍ້​ທີ​ສອງ ເປັນ​ຫຼັກ​ປະ​ກັນ​ດ້ານ​ຊັບ​ສິນ ຄື​ມີ​ປົກ​ກະ​ຕິບໍ່​ລັກ​ຂະ​ໂມຍ​ຂອງ​ຄົນ​ອື່ນ.
  3. ສິນ​ຂໍ້​ທີ​ສາມ  ເປັນ​ຫຼັກ​ປະ​ກັນ​ຄອບ​ຄົວ ຄື ມີ​ປົກ​ກະ​ຕິບໍ່​ປະ​ພຶດ​ຜິດ​ໃນ​ກາມ.
  4. ສິນ​ຂໍ້​ທີ​ສີ່ ເປັນ​ຫຼັກ​ປະ​ກັນ​ສັກ​ສີ ຫຼັກ​ປະ​​ດັນ​ຍາດ​ມິດ ຄື​ມີ​ຄວາມ​ປົກ​ກະ​ຕິບໍ່​ເວົ້າ​ຕົວະ ເອີ້ນ​ວ່າ​ສ້າງ​ເຄ​ດິດ​ໃຫ້​ຕົນ​ເອງ.
  5. ສິນ​ຂໍ້​ທີ​ຫ້າ ເປັນ​ຫຼັກ​ປະ​ກັນ​ຄວາມ​ດີ ຫຼັກ​ປະ​ກັນ​ຕົນ​ເອງ ຄື​ຄວາມ​ປົກ​ກະ​ຕິ​ໃນ​ການ​ບໍໍ່​ກິນ​ເຫຼົ້າ​ເມົາ​ສຸ​ລາ ເຊິ່ງເປັນ​ທີ່​ມາ​ຂອງ​ຄວາມ​ປ​ະ​ໝາດ​ຂາດ​ສະ​ຕິ.

​ສະ​ຫຼຸບ​ວ່າ ຄົນ​ຜິດ​ສິນ​ຄື ເປັນ​ຄົນ​ໂຫດ​ຮ້າຍ, ມື​ໄວ, ໃຈກ້າ, ເວົ້າ​ຕົວະ, ຂາດ​ສະ​ຕິ……..

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.