Sunday, May 25, 2025
Kbank Laos โอน รับ จ่าย

ພົນໂທ ຈູມມາລີ ໄຊຍະສອນ ໂອ້ລົມກອງພົນທະຫານຮາບ ທີ 2

ຫວ່າງບໍ່​ດົນ​ມານີ້, ທ່ານ ພົນໂທ ຈູມມາລີ ໄຊຍະສອນ ອາດີດເລຂາທິການໃຫຍ່, ອາດີດປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 2, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບ, ໂດຍ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກອງພົນທະຫານຮາບທີ 2 ພ້ອມດ້ວຍນາຍ ແລະ ພົນ ທະຫານພາຍໃນກອງພົນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທີ່​ມາ: facebook.com/1864878340289963

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.