ກອງ​ປະ­ຊຸມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແຜນ­ການ-ການ​ເງິນ ປະ­ຈຳ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ຈັດ​ຂຶ້ນ​​ຫວ່າງບໍ່​ດົນ​ມານີ້ ຢູ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ເຈົ້າ­ແຂວງ ຮອງ​ເຈົ້າ­ແຂວງ ອົງ­ການ ແລະ ຂະ­ແໜງ­ການ​ເງິນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ເຂົ້າ​ຮ່ວມ.

    ທ່ານ ສົມ​ດີ ດວງ​ດີ ກ່າວ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ແຜນ​ງົບ­ປະ­ມານ​ແຫ່ງ​ລັດ ໃນ​ໄລ­ຍະ 1 ປີ­ຜ່ານ­ມາ ມີ​ຫຼາຍ​ດ້ານ​ຫຍຸ້ງ­ຍາກ ແລະ ທ້າ​ທາຍ​ສູງ ແຕ່​ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຢ່າງ​ໃກ້­ຊິດ​ຂອງ​ພັກ ແລະ ລັດ­ຖະ­ບານ ລວມ​ທັງ​ຄວາມ​ຕັດ­ສິນ​ໃຈ​ສູງ​ຂອງ​ບັນ­ດາ​ຂະ­ແໜງ­ການ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ໃນ​ທົ່ວ​ປະ­ເທດ ເຮັດ​ໃຫ້​ເສດ­ຖະ­ກິດ​ມະ­ຫາ​ພາກ​ຍັງ​ໝັ້ນ​ທ່ຽງ​ໂດຍ​ພື້ນ­ຖານ ສະ­ພາບ​ການ​ຄ້າ ການ​ລົງ­ທຶນ ແລະ ການ​ຜະ­ລິດ​ພາຍ​ໃນ​ປະ­ເທດ​ສືບ­ຕໍ່​ຂະ­ຫຍາຍ​ໂຕ​ຢ່າງ​ຕໍ່​ເນື່ອງ ມີ​ການ​ສ້າງ ແລະ ປັບ­ປຸງ​ຫຼາຍ​ນິ­ຕິ​ກຳ​ທີ່​ເປັນ​ກົດ­ໝາຍ ນິ­ຕິ​ກຳ​ໃຕ້​ກົດ­ໝາຍ ໂດຍ​ສະ­ເພາະ ບັນ­ດາ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ສຳ­ຄັນ​ໃນ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງ­ຄົມ ການ​ແກ້​ໄຂ​ບັນ­ຫາ​ອຸດ​ຕັນ​ດ້ານ​ເສດ­ຖະ­ກິດ ແລະ ອື່ນໆ ເປັນ­ຕົ້ນ ທຸກ​ພາກ­ສ່ວນ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ແລະ ການ​ລົງ­ທຶນ​ຕາມ​ຄຳ​ສັ່ງ​ເລກ​ທີ 02/ນຍ ພ້ອມ​ນີ້ ລັດ­ຖະ­ບານ​ໄດ້​ເອົາ­ໃຈ­ໃສ່​ຊີ້​ນຳ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຢ່າງ​ໃກ້­ຊິດ ໂດຍ​ມີ​ການ​ລົງ​ຕິດ­ຕາມ ກວດ­ກາ ແລະ ແກ້​ໄຂ​ບັນ­ຫາ​ຕ່າງໆ​ຢ່າງ​ທັນ​ສະ­ພາບ​ການ.

    ເສດ­ຖະ­ກິດ​ມະ­ຫາ​ພາກ ​ເຖິງ​ຈະ​ມີ​ຈຸດ​ບອບ​ບາງ ແຕ່​ກໍ່​ໄດ້​ຮັບ​ການ​ປັບ­ປຸງ​ຢູ່​ໃນ​ຈັງ­ຫວະ​ດີ​ຂຶ້ນ ໂດຍ​ລວມ​ເສດ­ຖະ­ກິດ​ມະ­ຫາ​ພາກ​ຍັງ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ມີ​ສະ­ຖຽນ​ລະ​ພາບ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ປີ 2018 ເພີ່ມ​ຂຶ້ນ 6,5% ຕໍ່​ປີ GDP ສະ­ເລ່ຍ​ໃສ່​ຫົວ​ຄົນ 2.599 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 22,2 ລ້ານ​ກີບ (ສູງ​ກວ່າ​ຄາດ­ໝາຍ​ທີ່​ວາງ​ໄວ້​ເລັກ​ນ້ອຍ) ລວມ​ຍອດ​ລາຍ​ໄດ້​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ​ບັນ­ລຸ 2.209 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 18,87 ລ້ານ​ກີບ (ບັນ­ລຸ​ໄດ້​ເກີນ​ແຜນ) ອັດ­ຕາ​ເງິນ​ເຟີ້​ຢູ່​ໃນ​ລະ­ດັບ​ຕ່ຳ ແລະ ອັດ­ຕາ​ແລກ­ປ່ຽນ​ເໜັງ​ຕີງ​ໃນ​ລະ­ດັບ​ທີ່​ຄຸ້ມ​ຄອງ​ໄດ້ ການ​ລົງ­ທຶນ​ຂອງ​ລັດ​ທຽບ­ໃສ່​ແຜນ­ການ​ປີ 2018 ຫຼຸດ​ລົງ​ເລັກ​ນ້ອຍ ເນື່ອງ​ຈາກ​ງົບ­ປະ­ມານ​ພາຍ​ໃນ​ມີ​ຈຳ­ກັດ ແລະ ເງິນ​ຊ່ວຍ­ເຫຼືອ​ລ້າ​ຈາກ​ຕ່າງ­ປະ­ເທດ​ຫຼຸດ​ລົງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

    ສຳ­ລັບ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ​ມະ­ຫາ​ພາກ​ປີ 2019 ຈະ​ສູ້​ຊົນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຂອງ​ສະ­ພາ​ແຫ່ງ​ຊາດ ໂດຍ​ສະ­ເພາະ GDP ໃຫ້​ຂະ­ຫຍາຍ​ໂຕ 6,7 ຂຶ້ນ​ໄປ ແລະ ເສດ­ຖະ­ກິດ​ມະ­ຫາ​ພາກ​ມີ​ສະ­ຖຽນ​ລະ​ພາບ​ໂດຍ​ພື້ນ­ຖານ ສືບ­ຕໍ່​ຟື້ນ​ຟູ-ປັບ­ປຸງ​ພື້ນ­ຖານ​ໂຄງ​ລ່າງ ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ທຳ​ມະ​ຊາດ​ໃຫ້​ເຂົ້າ​ສູ່​ສະ­ພາບ​ປົກ­ກະ­ຕິ ສຸມ​ໃສ່​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ລຶ­ບລ້າງ​ຄວາມ­ທຸກ​ຍາກ ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໂດຍ​ເອົາ­ໃຈ­ໃສ່​ຂະ­ແໜງ​ສຶກ​ສາ ແລະ ສາ­ທາ­ລະ­ນະ​ສຸກ ສືບ­ຕໍ່​ຍູ້​ແຮງ​ການ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໂດຍ​ຜັນ​ຂະ­ຫຍາຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ ວ່າ​ດ້ວຍ​ການ​ສົ່ງ­ເສີມ​ການ​ລົງ­ທຶນ​ສະ­ບັບ​ປັບ­ປຸງ​ໃໝ່​ໃຫ້​ໄວ​ຂຶ້ນ ຈັດ​ຕັ້ງ​ນຳ​ໃຊ້​ບັນ­ດາ​ກົນ​ໄກ​ການ​ຄົ້ນ­ຄວ້າ ແລະ ພິ­ຈາ­ລະ­ນາ​ການ​ລົງ­ທຶນ​ທີ່​ສ້າງ​ຂຶ້ນ​ໃໝ່ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 12/ນຍ ກ່ຽວ​ກັບ​ມາດ​ຕະ­ການ​ຊຸກ­ຍູ້​ເສດ­ຖະ­ກິດ ຄຳ​ສັ່ງ 02/ນຍ ທີ່​ທ່ານ​ນາ­ຍົກ​ວາງ​ອອກ ແລະ ບັນ­ດາ​ມາດ​ຕະ­ການ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ປະ­ຈຳ​ປີ 2019 ທີ່​ໄດ້​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII.

ທີ່​ມາ: ປະ​ເທດ​ລາວ

Hits: 21

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້