Friday, November 14, 2025
Kbank Laos โอน รับ จ่าย

​ຊົມ​ເຊີຍ​ສຸດໃຈ! ນາຍົກເລັ່ງການເງິນປະຕິຮູບວຽກຢ່າງຮອບດ້ານ ແລະໃຫ້ແຂງແຮງ ເພື່ອ​ເຮັດໃຫ້ລາຍຮັບເປັນໄປຕາມແຜນ

ເພື່ອເຮັດໃຫ້ແຜນຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ລື່ນແຜນນັ້ນນາຍົກໄດ້ເນັ້ນໜັກໃຫ້ຂະແໜງການເງິນເລັ່ງປະຕິຮູບວຽກງານຢ່າງຮອບດ້ານ ແລະ ແຂງແຮງ, ຫັນເອົາການຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ສຳເລັດທັງໝົດບໍ່ກາຍປີ 2020 ເພື່ອສະກັດກັ້ນການຮົ່ວໄຫຼ, ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດລາຍຮັບຢ່າງຂາດຕົວຂະນະທີ່ໃນປີ 2019 ລັດຕັ້ງເປົ້າໃຫ້ລາຍຮັບບັນລຸ 26.305 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍບໍ່ໃຫ້ເກີນ 33.394 ຕື້ກີບ.
ຕາມຂໍ້ມູນການລາຍງານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະ ຕິບັດວຽກງານການເງິນປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ທີ່ຈັດຂຶ້ນບໍ່ດົນມານີ້ວ່າ: ລາຍຮັບງົບປະມານລວມທັງໝົດ ປີ 2019 ໄດ້ຕັ້ງເປົ້າໝາຍໄວ້ຈຳນວນ 26.305 ຕື້ກີບ, ທຽບໃສ່ແຜນປີ 2018 ແມ່ນເພີ່ມຂຶ້ນ 3,35%, ຖ້າທຽບໃສ່ຄາດຄະເນປະຕິບັດປີ 2018 ເພີ່ມຂຶ້ນ 3,17%, ຊຶ່ງເປັນລາຍຮັບພາຍໃນ 24.240 ຕື້ກີບ ແລະລາຍຮັບຈາກການຊ່ວຍເຫຼືອລ້າ 2.065 ຕື້ກີບ.

ສໍາລັບລາຍຮັບພາຍໃນຈໍານວນ 24.240 ຕື້ກີບ ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78% ໃນນີ້ ສ່ວຍສາອາກອນຈໍານວນ 12.320 ຕື້ກີບ ເພີ່ມຂຶ້ນ 6,21%, ພາສີ 7.520 ຕື້ກີບ ເພີ່ມຂຶ້ນ 4,44%, ການຄຸ້ມຄອງຊັບສິນຂອງລັດ 2.050 ຕື້ກີບເພີ່ມຂຶ້ນ 5,13% ແລະພັດທະນາລັດວິສາຫະກິດ ແລະ ການປະກັນໄພ 2.350 ຕື້ກີບ ເພີ່ມຂຶ້ນ 62,07% ຍ້ອນຄາດວ່າຈະຂາຍຊັບສິນຂອງລັດຈຳນວນໜຶ່ງປະມານ 600-800 ຕື້ກີບ.

ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າຈໍານວນ 2.065 ຕື້ກີບ ຖືວ່າຫຼຸດລົງ 24,95% ທຽບໃສ່ແຜນປີ 2018 ໃນນັ້ນມີລາຍຮັບຊ່ວຍເຫຼືອລ້າທີ່ກະຊວງແຜນການ ແລະ ການລົງທຶນຄຸ້ມຄອງ 1.232 ຕື້ກີບ ເພີ່ມຂຶ້ນ 6,07%; ເງິນຊ່ວຍເຫຼືອລ້າດັດແກ້ມະຫາພາກຈຳນວນ 251,94 ຕື້ ກີບ ແລ ະລາຍຮັບຊ່ວຍເຫຼືອລ້າທີ່ກະຊວງການເງິນຄຸ້ມຄອງ 580,85 ຕື້ກີບ ຫຼຸດລົງ 65,47% ທຽບໃສ່ແຜນປີ 2018 ຍ້ອນບັນດາຜູ້ໃຫ້ທຶນໄດ້ມີນະໂຍບາຍຫຼຸດຜ່ອນການຊ່ວຍເຫຼືອລ້າທີ່ຕິດພັນກັບໂຄງການເງິນກູ້ເພາະຕິດພັນກັນເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ທີ່ຖືກຈັດເປັນປະເທດທີ່ມີລາຍຮັບປານກາງຂັ້ນຕ່ຳແລ້ວ.

ຂະນະທີ່ເບື້ອງລາຍຈ່າຍໃນປີດຽວກັນທ່ານຮອງລັດຖະມົນຕີເປີດເຜີຍວ່າ: ຈະໃຫ້ຢູ່ໃນລະດັບບໍ່ເກີນ 33,39 ພັນຕື້ກີບ ເພີ່ມຂຶ້ນ 1,78% ທຽບໃສ່ປີ 2018 ໃນນີ້ ລາຍຈ່າຍບໍລິຫານປົກກະຕິຈຳນວນ 21.920 ຕື້ກີບ, ກວມເອົາ 65,64% ແລະ ລາຍຈ່າຍການລົງທຶນຂອງລັດ 11.473 ຕື້ກີບ, ກວມເອົາ 34,36% ຂອງແຜນລາຍຈ່າຍທັງໝົດ.

ຢ່າງໃດກໍຕາມໂອກາດເຂົ້າຮ່ວມ ແລະໂອ້ລົມກອງປະຊຸມດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ສັງເກດເຫັນວ່າ: ແຜນງົບປະມານແຫ່ງລັດປີ 2019 ຍັງແມ່ນແຜນຂາດດຸນ ແລະ ປະຈຸບັນຖານະໜີ້ສິນຕ່າງປະເທດກໍແມ່ນຍັງສູງຫຼາຍແລ້ວສະນັ້ນຖ້າລາຍຮັບບໍ່ໄດ້ ຕາມແຜນຍິ່ງຈະເຮັດໃຫ້ການຂາດດຸນຫຼາຍຂຶ້ນ ແລະຈະຕ້ອງໄດ້ກູ້ຢືມເພີ່ມຂຶ້ນອີກອັນຈະເຮັດໃຫ້ເປັນຜົນກະທົບຕໍ່ເສດຖະກິດມະຫາພາກຂອງປະເທດຢ່າງໜັກໜ່ວງ.

ທັງນີ້ ທ່ານ ທອງລຸນ ສີສຸລິດ ແນະນຳວ່າ: ຢາກເກັບລາຍຮັບໃຫ້ສູງຂຶ້ນຂະແໜງການເງິນຕ້ອງເລັ່ງປະຕິຮູບວຽກງານຢ່າງຮອບດ້ານ ແລະແຂງແຮງທຳອິດຕ້ອງເລີ່ມຈາກການເກັບກຳຖານຂໍ້ມູນ ທຸລະກິດ ແລະຖານລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ຫັນການຄຸ້ມຄອງລາຍຮັບເຂົ້າສູ່ ລະບົບທັນສະໄໝໃຫ້ສຳເລັດ 100% ພາຍໃນປີ 2019-2020 ເພື່ອສະກັດກັ້ນການຮົ່ວໄຫຼພ້ອມແກ້ໄຂປະກົດການຫຍໍ້ທໍ້ ແລະຂໍ້ຄົງຄ້າງໃສຂົງເຂດລາຍຮັບຢ່າງຂາດໂຕ; ປັບປຸງດ່ານໃຫ້ເຂົ້າສູ່ລະບົບ, ຈັດຕັ້ງປະຕິບັດການເບີກຈ່າຍເງິນເດືອນໃຫ້ ທັນຕາມກຳນົດເວລາ ແລະ ມີຄວາມໂປ່ງໃສພ້ອມຍົກສູງປະສິດທິພາບໃນການຄຸ້ມຄອງໜີ້ສິນຂອງລັດຖະບານ. 

ທີ່​ມາ: facebook.com/1961274503910539

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.