ເລື່ອງຄົນກັບເງິນ ກໍ່ຄື ເລື່ອງສຸຂະພາບກັບຊີວິດ ເຊິ່ງລວມໄປເຖິງວິທີການຫາເງິນ ແລະ ໃຊ້ຈ່າຍເງິນຂອງມະນຸດເດີນດິນ ເພາະອະດີດຜ່ານມາ ສັງຄົມໄດ້ຮຽນຮູ້ບົດຮຽນລາຄາແພງແລ້ວວ່າ ເສດຖີບາງຄົນມີເງິນມະຫາສານ ແຕ່ບໍ່ສາມາດຊື້ຄວາມສຸກ ແລະ ສຸຂະພາບທີ່ແຂງແຮງໄດ້ນັ້ນ ສະແດງໃຫ້ເຫັນວ່າ ມະນຸດບາງຄົນໄດ້ເລືອກໃຊ້ວິຖີການດຳລົງຊີວິດຖືກຕ້ອງພຽງໃດ ? ເພາະບາງຄົນເສຍເວລາໄຂວ່ຄວ້າຫາເງິນທັງຊີວິດ ເມື່ອໄດ້ເງິນແລ້ວກັບສູນເສຍຄວາມສຸກ ເພາະມີບັນຫາເລື່ອງສຸຂະພາບ.
ການໃຊ້ຈ່າຍເງິນຈິ່ງມີຄວາມສຳຄັນພໍໆກັນກັບການຫາເງິນ ເຊິ່ງຜູ້ທີ່ສະຫຼາດຕ້ອງຮູ້ຈັກທົບທວນ ແລະ ຫາຈຸດສົມດຸນຂອງຊີວິດໃຫ້ເກີດຂຶ້ນໃນຊີວິດ ເພາະຈະຕ້ອງເລືອກໄວ້ລ່ວງໜ້າວ່າ ເຮົາຈະເລືອກເງິນ ແລະ ສຸຂະພາບໄປຄຽງຄູ່ກັນ ດັ່ງນັ້ນ ເສດຖີຂອງໂລກຫຼາຍຄົນຈຶ່ງອອກມາສະແດງຄວາມຄິດວ່າ ເຖິງເງິນຈະມີມາກມາຍກ່າຍກອງ ແຕ່ບໍ່ໄດ້ສ້າງປະໂຫຍດແກ່ສັງຄົມ ເງິນນັ້ນກໍ່ຈະບໍ່ເກີດປະໂຫຍດ ເຊິ່ງຕ່າງຈາກເສດຖີຄົນອິນເດຍ ສະໄໝພະພຸດທະເຈົ້າ ພວກເຂົາມີເງິນຖວາຍແກ່ພະສົງດ້ວຍການສ້າງວັດ ເຮັດອາຫານຖວາຍແກ່ພະສົງຈຳນວນຫຼວງຫຼາຍ ເພື່ອເປັນການສ້າງປັດໄຈອຳນວຍໃຫ້ແກ່ພະສົງໃນການສຶກສາປະຕິບັດທຳມະ ເພື່ອມາສອນສັງຄົມ ເປັນການໃຊ້ເງິນລົງທຶນໃຫ້ສັງຄົມ ໂດຍເກີດປະໂຫຍດຢ່າງມະຫາສານ.
ປະເດັນສຳຄັນຂອງການມີເງິນ ເຊິ່ງຄົນສ່ວນໃຫຍ່ຈະມີຈິດສຳນຶກວ່າ ເງິນຄືອຳນາດ ເງິນຄືຄວາມໝັ້ນຄົງ ເງິນຄືການຍອມຮັບບົດບາດຂອງສັງຄົມ ດັ່ງນັ້ນ ຄົນສ່ວນໃຫຍ່ຈຶ່ງຮີບຮ້ອນຟ້າວຟັ່ງຊອກຫາເງິນ ເພື່ອມາສະໜອງກິເລດຕັນຫາຂອງຕົນ ເຊິ່ງເທົ່າກັບການສ້າງຄ່ານິຍົມຂອງຕາເວັນຕົກທີ່ບູຊາເງິນ ເຫັນເງິນເປັນພະເຈົ້າ ທັງໆທີ່ເງິນມັນ ກໍ່ຄື ທະນາບັດ ເພື່ອແລກປ່ຽນສິ່ງທີ່ຕ້ອງການ ເຊິ່ງຄົນຕ່າງຫາກທີ່ສ້າງໂສ້ຊີວິດ ແລະ ພັນທະຂຶ້ນມາຈາກເງິນ ແລ້ວກໍ່ຫຼົງໄຂວ່ຄວ້າຫາເງິນ ຈົນຊີວິດບໍ່ເປັນສຸກ.
ພຸດທະສາສະໜາຖືວ່າ ເງິນຄືປັດໄຈເປັນເຄື່ອງອາໄສຂອງຊີວິດ ເງິນບາງຄັ້ງຄືອາສໍລະພິດ (ງູພິດ) ສາມາດກັດຄົນໃຫ້ຕາຍທັນຕາເຫັນໄດ້ ເພາະເມື່ອເງິນເຂົ້າມືກ້ອນໃຫຍ່ ຄົນກໍ່ຍອມແຫກກົດປ່ຽນທາດຮັບໃຊ້ເງິນໄດ້ຢ່າງໄວວາ.
ທີ່ມາ: ວຽງຈັນໃໝ່