​ກະຊວງສຶກສາ ປະ​ກາດວ່າ! ​ຈະເຂັ້ມງວດຄັດເລືອກຄູໃໝ່ໃຫ້ໄດ້ຄຸນນະພາບ ແລະ​ໄດ້ມາດຕະຖານ

ກະຊວງສຶກສາທິການ ແລະກີລາ ( ສສກ ) ອອກກຳນົດມາດຕະຖານຂອງການຄັດເລືອກບັນຈຸຄູໃໝ່ໃຫ້ສອດ ຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງ ໂດຍເລີ່ມແຕ່ປີ 2019 ເປັນຕົ້ນໄປ ການບັນຈຸຄູໃໝ່ຕ້ອງຜ່ານການສອບເສັງຄັດເລືອກຕາມ ຊັ້ນ – ສາຍ ແລະ ລາຍວິຊາທີ່ຕ້ອງການ ໂດຍເປີດໂອກາດໃຫ້ນັກຮຽນ, ນັກສຶກສາຄູທີ່ຮຽນຈົບໃໝ່ ແລະ ຄູອາສາສະໝັກທີ່ມີແລ້ວຕາມອັດຕາສ່ວນທີ່ເໝາະສົມ.

ອີງຕາມບົດລາຍງານກ່ຽວກັບການແກ້ໄຂບັນຫາຄູເຫຼືອ, ຄູບໍ່ພໍ ແລະຄູອາສາສະໝັກຂອງຂະແໜງການສຶກສາ ແລະ ກີລາ ໃນໄລຍະຍາວລະບຸວ່າ: ຕັ້ງແຕ່ປີ 2019 ເປັນຕົ້ນໄປ ການບັນຈຸຄູໃໝ່ຕ້ອງຜ່ານການຄັດເລືອກຕາມຊັ້ນ –ສາຍ ແລະ ລາຍວິຊາທີ່ຕ້ອງການ ໂດຍເປີດໂອກາດໃຫ້ນັກຮຽນ, ນັກສຶກສາຄູທີ່ຮຽນຈົບໃໝ່ ແລະຄູອາສາສະໝັກທີ່ມີແລ້ວຕາມອັດຕາສ່ວນທີ່ເໝາະສົມ ໂດຍແມ່ນ ກະຊວງ ສສກ ເປັນຜູ້ກຳນົດຕາມມາດຕະຖານຂອງການຄັດເລືອກບັນຈຸຄູໃໝ່ໃຫ້ສ່ອດຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງຂອງແຕ່ລະແຂວງ ແລະເມືອງ, ຕ້ອງຄົ້ນຄວ້າຈັດສັນເຂດບໍລິການໆສຶກສາຂອງໂຮງຮຽນຄືນໃໝ່ ເພື່ອໃຫ້ສາມາດຮອງຮັບນັກຮຽນໃນເຂດດັ່ງກ່າວ ໃຫ້ສອດຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງ.

ການຂະຫຍາຍຫ້ອງຮຽນ, ຊັ້ນຮຽນ, ໂຮງຮຽນຕ້ອງໄປຄຽງຄູ່ກັບການສ້າງແຜນ ຄວາມຕ້ອງການຄູ ໂດຍອີງໃສ່ແຜນຂອງການສຶກສາ, ຕາມຄູ່ມືການແນະນຳການສ້າງແຜນຄວາມຕ້ອງການຄູ ( ສະບັບປັບປຸງ ຄັ້ງທີ 2 ) ແລະ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງ ສສກ, ການສັບຊ້ອນຄູທີ່ເຫຼືອໄປບຳລຸງ ຫຼື ຍົກລະດັບໃນວິຊາທີ່ໃກ້ຄຽງ ຫຼັງຈາກສຳເລັດການບຳລຸງຍົກລະດັບແລ້ວຈຶ່ງພິຈາລະນາສັບຊ້ອນ ເພື່ອສອນວິຊາທີ່ຂາດຄູພາຍໃນໂຮງຮຽນ ຫຼື ໄປສອນຢູ່ໂຮງຮຽນໃກ້ຄຽງ, ພາຍໃນກຸ່ມໂຮງຮຽນ, ພາຍໃນເມືອງ ຫຼື ຢູ່ເມືອງອື່ນໆທີ່ຂາດເຂີນຄູ.

ສ່ວນຄູອາສາສະໝັກມາໄດ້ຫຼາຍປີ ແຕ່ບໍ່ໄດ້ຮັບການບັນຈຸ ແລະມີວິຊາສະເພາະບໍ່ສອດຄ່ອງກັບຄວາມຕ້ອງການ ແມ່ນໃຫ້ລະດົມໄປຍົກລະດັບ ຫຼືບຳລຸງໄປຍົກລະດັບ ຫຼືບຳລຸງວິຊາອື່ນໆ ຫຼືສົ່ງໄປເປັນອາສາສະໝັກສອນຢູ່ໂຮງຮຽນບ່ອນທີ່ຕ້ອງການຄູທີ່ສອດຄ່ອງກັບວິຊາສະເພາະທີ່ຮຽນຈົບ, ສ້າງເງື່ອນໄຂ ແລະ ສົ່ງເສີມຄູອາສາສະໝັກບໍ່ຖືກຊັ້ນ–ສາຍ ແລະລາຍວິຊາໄປຊ່ວຍສອນໂຮງຮຽນເອກະຊົນ ຫຼືພາກສ່ວນອື່ນທີ່ມີຄວາມຕ້ອງການຄູ ແລະແຕ່ລະແຂວງໃຫ້ມີໂຄງການຄູສອນຕາມພັນທະສັນຍາໃນເຂດຫ່າງໄກສອກຫຼີກ ແລະບ່ອນທີ່ຂາດເຂີນຄູ ໂດຍລະດົມເອົາຄູທີ່ເຫຼືອໄປສອນໃນເຂດດັ່ງກ່າວ ເຊິ່ງກຳນົດ 3 – 5 ປີ ໂດຍສັບປ່ຽນໝູນວຽນ ພ້ອມທັງກຳນົດນະໂຍບາຍກ່ຽວກັບແຮງຈູງໃຈບາງດ້ານ ຄື: ການສະໜອງຫໍພັກຄູ, ການຍົກຍ້າຍລະດັບການສຶກສາ, ການຝຶກອົບຮົມ ແລະການສົ່ງເສີມ ຄວາມກ້າວໜ້າຕາມລະບຽບການ ເມື່ອສິ້ນສຸດພັນທະສັນຍາແລ້ວ ການຈັດຕັ້ງຈະໄດ້ຄົ້ນຄວ້າສັບຊ້ອນຜູ້ກ່ຽວຕາມຄວາມເໝາະສົມ. ນອກຈາກນັ້ນ, ແຕ່ລະແຂວງ ແລະເມືອງ ຕ້ອງປັບປຸງຖານຂໍ້ມູນຕ່າງໆຂອງຕົນ ໃຫ້ມີຂໍ້ມູນເພື່ອແນໃສ່ຄວາມຕ້ອງການຄູ, ບັນຈຸຄູໃໝ່ ແລະສັບຊ້ອນຄູ, ທັງສາມາດເຊື່ອມໂຍງກັບກະຊວງ ສສກ ໂດຍອີງຕາມມາດຕະຖານການຄຸ້ມຄອງຂໍ້ມູນຂອງຂະແໜງການສຶກສາທິການ ແລະກີລາ ຖ້າມີ ຄວາມຈຳເປັນແທ້ ການຮັບຄູອາສາສະໝັກຕ້ອງໄດ້ຮັບຄຳເຫັນດີຈາກ ກະຊວງ ສສກ ໂດຍມີການສະໜອງຂໍ້ມູນລະອຽດຕາມແບບຟອມທີ່ໄດ້ກຳນົດໄວ້ ແລະ ປັບປຸງແຜນກໍ່ສ້າງຄູໄລຍະຍາວໃຫ້ແທດເໝາະກັບແຜນຄວາມຕ້ອງການຕົວຈິງ.

ສຳລັບການແກ້ໄຂບັນຫາຄູເຫຼືອ, ຄູບໍ່ພໍ ແລະຄູອາສາສະໝັກໃນໄລຍະສັ້ນ ໂດຍມີວິທີການ ແລະ ມາດຕະການ ຄື: ໄລຍະສັ້ນທີ່ໄດ້ປະຕິບັດໃນໄລຍະຜ່ານມາແມ່ນໄດ້ບັນຈຸ–ສັບຊ້ອນຈຳນວນຕົວເລກລັດຖະກອນໃໝ່ ສົກປີ 2017–2018 ຈໍານວນ 1.850 ຕົວເລກທີ່ລັດຖະບານອະນຸມັດໃຫ້ ໂດຍເນັ້ນໃສ່ຄູອາສາສະໝັກທີ່ສອນມາໄດ້ຫຼາຍປີ, ວິຊາທີ່ມີຄວາມຈຳເປັນ ແລະຂາດເຂີນຄູແທ້ໃນເຂດຫ່າງໄກສອກຫຼີກ ໂດຍຜ່ານການສອບເສັງ ແລະການປະເມີນປະຈຳປີ, ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າປັບປຸງນິຕິກຳກ່ຽວກັບການບັນຈຸ –ສັບຊ້ອນ, ນຳໃຊ້ ແລະຈັດສັນຄູຂອງຂະແໜງການສຶກສາທິການ ແລະ ກີລາ ສະບັບເລກທີ 5341/ສສກ ລົງວັນທີ10 ກັນຍາ 2018 ແລະໄດ້ປັບປຸງນິຕິກຳກ່ຽວກັບການສ້າງແຜນຄວາມຕ້ອງການຄູປະຈຳປີ. ສ່ວນຊັ້ນການສຶກສາກ່ອນໄວຮຽນ ແລະປະຖົມສຶກສາ ແມ່ນເນັ້ນໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ສຳລັບຊັ້ນມັດທະຍົມສຶກສາ ແມ່ນອີງໃສ່ຈຳນວນນັກຮຽນຕໍ່ຫ້ອງ ແລະ ຈຳນວນຊົ່ວໂມງສອນຕໍ່ອາທິດ.

ຂໍ້ມູນ: ໜັງສືພິມ ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...