Thursday, May 15, 2025
Kbank Laos โอน รับ จ่าย

ໄປ​ທ່ຽວ​ພູ​ບາ​ຈຽງ! ຢ່າ​ລືມ​ໄປ​ຕີ​ກ໋ອບ ແລະ​ພັກ​ຢູ່​ລີ​ສອດ​ຮຸ່ງ​ເຮືອງ

ເມື່ອເວົ້າເ​ຖິງເວລາເດີນທາງໄປທ່ຽວຢູ່ສະຖານທີ່ຕ່າງໆ ທີ່ຂາດບໍ່ໄດ້ ກໍຄື ສະຖານທີ່ຜັກຜ່ອນ, ພູບາຈຽງ ຮຸ່ງເຮືອງກ໊ອຟ ແລະ ລິສອດ ຕັ້ງຢູ່ລຽບຕິນພູບາຈຽງ ບ້ານ ຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ເປັນການລົງທຶນຂອງນັກທຸລະກິດລາວ 100%.

ທ່ານ ຄຳສະໝອນ ແກ້ວຄຳເພັດ ຜູ້ຈັດການພູບາຈຽງ ຮຸ່ງເຮືອງກ໊ອຟ ແລະ ລິສອດ ໄດ້ເປີດເຜີຍຕໍ່ຜູ້ສືບຂ່າວພວກເຮົາວ່າ: ພູບາຈຽງ ຮຸ່ງເຮືອງກ໊ອຟ ແລະ ລິສອດ ສ້າງຕັ້ງຂື້ນໃນປີ 2017 ມີເນື້ອທີ ທັງໝົດ 37 ກວ່າເຮັກຕາ, ເຊິ່ງໃນເບື້ອງຕົ້ນແມ່ນເປີດບໍລິການ ແຕ່ເຮືອນພັກ, ພຽງ 10 ຫລັງ 44 ຫ້ອງນອນ ແລະ ສະລອຍນ້ຳ ແບ່ງເນື້ອທີ່ປຸກ 3 ເຮັກຕາ ພໍເຫັນວ່າມີແຂກພາຍໃນ ແລະ ຕ່າງປະເທດເຂົ້າມາພັກເພີ່ມຂື້ນ ໄດ້ຕອບຮັບຈາກນັກທ່ອງທ່ຽວເຂົ້າມາພັກເປັນຢ່າງດີ, ມາຮອດ ປີ 2018 ຈິ່ງໄດ້ເພີ່ມກິດຈະກຳຂື້ນຕື່ມອີກ ເປັນຕົ້ນ ສະໜາມກ໊ອຟມີເນື້ອທີ 34 ເຮັກຕາ, , ຂີລົດຖີບ, ຊົມທໍາມະຊາດໃນຍາມເຊົ້າຕີນພູບາຈຽງພ້ອມນີ້ຍັງມີອາຫານເຊົ້າສຳລັບແຂກເຂົ້າມາພັກ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ດ້ານຂໍ້ມູນຂ່າວສານການທ່ອງທ່ຽວພາຍໃນ ນະຄອນປາກເຊ ແລະ ແຂວງອອ້ມຂ້າງຕື່ມອີກ.

ທ່ານ ຄຳສະໝອນ ແກ້ວຄຳເພັດ ຍັງໃຫ້ຮູ້ວ່າ: ພູບາຈຽງ ຮຸ່ງເຮືອງກ໊ອຟ ແລະ ລິສອດ ນອກຈາກການໃຫ້ບໍລິການແກ່ນັກທ່ອງທ່ຽວແລ້ວ ພວກເຮົາຍັງໄດ້ປະກອບສ່ວນສ້າງວຽງເຮັດງານທຳ ໃຫ້ແກ່ປະຊາຊົນບ້ານອ້ອມ ໂດຍສະເພາະແມ່ນ ຊາວໜູມຜູ້ທີ່ດ້ອຍໂອກາດ ໄດ້ມີວຽກເຮັດງານທຳ ແລະ ຍັງໄດ້ມີການຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານໂດຍສະເພາະດ້ານພາສາອັງກິດ ເພື່ອອຳນວຍຄວາມສະດວກ ໃນການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ. ໃຫ້ແກ່ນັກທ ໄດ້ປັບປຸງຫລາຍດ້ານ, ສະພາບແວດລ້ອມອ້ອມຂ້າງ, ເອົາໃຈໃສ່ແກ່ນັກທ່ອງທ່ຽວເຂົາມາພັກ ແລະ ຂອດການບໍລິການ ມີອາຫານເຊົ້າໃຫ້ນັກທ່ອງທ່ຽວຕື່ມອີກ.

ທີ່​ມາ: facebook.com/962913143912466

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້