Thursday, May 15, 2025
Kbank Laos โอน รับ จ่าย

ສື່ມວນຊົນຖອດຖອນບົດຮຽນການບໍລິຫານຫ້ອງຂ່າວ

ມື້ນີ້ ບັນນາທິການ ແລະ ນັກຂ່າວອາວຸໂສ ຈາກສື່ສິ່ງພິມ ແລະ ອີເລັກໂຕຣນິກຫຼາຍສິບທ່ານ ໄດ້ເຂົ້າຮ່ວມແລກປ່ຽນຖອດຖອນບົດຮຽນໃນກອງປະຊຸມສຳມະນາໃນຫົວຂໍ້ກ່ຽວກັບການບໍລິຫານຫ້ອງຂ່າວ ພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ລາດຊະມຸນຕີ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. 

ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຕ່າງໆທີ່ປິ່ນອ້ອມການບໍລິຫານຫ້ອງຂ່າວ ເປັນຕົ້ນແມ່ນການຈັດຜັງລາຍການຂ່າວ, ການຈັດລຽງບູລິມະສິດເນື້ອໃນຂ່າວ, ຮູບແບບການນຳສະເໜີຂ່າວ, ລວມທັງສິ່ງທ້າທາຍ ແລະ ວິທີແກ້ໄຂຕໍ່ບັນຫາຕ່າງໆເຊັ່ນການຂາດເຂີນບຸກຄະລາກອນ ແລະ ຄວາມຮູ້ຄວາມສາມາດ ແລະ ງົບປະມານທີ່ຈຳກັດ.

ທີ່​ມາ: facebook.com/963318637205250

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້