Saturday, November 15, 2025
Kbank Laos โอน รับ จ่าย

ປິດປະເດັນຮ້ອນ ກໍລະນີລົດໄຟ ລາວ-ຈີນ
ສະມາຄົມນັກຂ່າວຢືນຢັນ ຄວາມສຳພັນ ລາວ-ໄທ ຍັງແໜ້ນແຟ້ນ

ທ່ານ ດຳຣິດ ວິຣິຍະກຸນ
ເລຂາທິການສະຫະພັນນັກໜັງສືພິມແຫ່ງອາຊຽນ (CJA)

ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທໄດ້ເປີດໃຈໂອ້ລົມກັບອິນໄຊລາວ ໃນກໍລະນີລາຍການຂ່າວຂອງໄທລາຍການໜຶ່ງ ເຊິ່ງໄດ້ນໍາເອົາຂໍ້ມູນມາຈາກ VOA ກ່ຽວກັບເລື່ອງໂຄງການທາງລົດໄຟ ລາວ-ຈີນ ມານໍາສະເໜີເມື່ອເດືອນທັນວາທີ່ຜ່ານມາ ຈົນສົ່ງຜົນກະທົບຕໍ່ຈິດໃຈຂອງປະຊາຊົນລາວ ໂດຍເນັ້ນໜັກວ່າຜູ້ດຳເນີນລາຍການທັງສອງຄົນ ຕ່າງກໍເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ໄດ້ອອກມາຂໍໂທດໃນລາຍການຂ່າວ ໃນວັນທີ 20 ທັນວາ ທີ່ຜ່ານມາ ເຊິ່ງທາງຜູ້ໃຫຍ່ຝ່າຍ ສປປລາວ ໄດ້ຮັບຮູ້ ແລະ ພ້ອມດຳເນີນງານຮ່ວມກັນໃນການຈັດຕັ້ງກອງປະຊຸມຜູ້ນໍາຂ່າວລະດັບອາຊຽນໃນເດືອນມີນາທີ່ຈະມາເຖິງນີ້.

ທ່ານ ຊະວາຣົງ ລິມປັດທະມະປານີ ທີ່ປຶກສາສະມາຄົມນັກຂ່າວແຫ່ງປະເທດໄທ ໄດ້ເລົ່າເຖິງລາຍລະອຽດຂອງເລື່ອງນີ້ວ່າ: “ໄດ້ເວົ້າໂອ້ລົມກັບຜູ້ດຳເນີນລາຍການແລ້ວ ທັງສອງທ່ານກໍຮູ້ສຶກເສຍໃຈທີ່ເກີດເຫດການແບບນີ້ ແລະຈະລະມັດລະວັງໃຫ້ຫຼາຍຂຶ້ນໃນເລື່ອງເຫຼົ່ານີ້ ແລະ ໃນຂໍ້ມູນຕ່າງໆ ເນື່ອງຈາກວ່າຂໍ້ມູນສົ່ງມາຫຼາຍຮູບແບບ ແລະ ຖືກນໍາມາສະເພາະບາງເລື່ອງບາງປະເດັນເຮັດໃຫ້ການຕີຄວາມຂໍ້ມູນຈຶ່ງຜິດພາດ ເຊິ່ງຖືວ່າເຫດການໃນຄັ້ງນີ້ກໍເປັນບົດຮຽນ’’.

“ໃນມື້ຕໍ່ມາຈຶ່ງມີການຂໍໂທດທາງລັດຖະບານລາວ ແລະ ປະຊາຊົນຊາວລາວ ວ່າຂ່າວນີ້ມີຄວາມເຂົ້າໃຈໃນໂຄງການຕ່າງໆຜິດໄປ ຂໍໂທດທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ ແລະ ບໍ່ໄດ້ມີເຈດຕະນາທີ່ຈະວິພາກວິຈານ ຫຼື ໄປດູຖູກປະຊາຊົນລາວ ຫຼື ລັດຖະບານລາວແຕ່ຢ່າງໃດ ແລະ ຫຼັງຈາກນັ້ນກໍມີການຂໍໂທດອີກຄັ້ງໃນລາຍການດຽວກັນນີ້”.

ເຖິງຢ່າງໃດກໍຕາມ, ທ່ານ ຊະວະ​ຣົງ ໄດ້ໃຫ້ຄຳເຫັນເພີ່ມຕື່ມອີກວ່າ: ໃນອີກມຸມໜຶ່ງ ການປະສານງານຄັ້ງນີ້ ກໍສະແດງໃຫ້ເຫັນວ່າ ສື່ມວນຊົນລາວ ແລະ ສື່ມວນຊົນໄທມີສາຍພົວພັນທີ່ແໜ້ນແຟ້ນໃນການໂອ້ລົມ ແລະ ການປະສານຄວາມຮ່ວມມື ເຊິ່ງທັນທີທີ່ໄດ້ຮັບແຈ້ງຈາກທາງລາວ ທາງໄທກໍໄດ້ມີການປະສານງານທັນທີ ແລະ ເມື່ອທາງຜູ້ດຳເນີນລາຍການອອກມາຂໍໂທດແລ້ວ ກໍສົ່ງຄຣິບມາໃຫ້ເບິ່ງ ເຊິ່ງຜູ້ໃຫຍ່ທາງລາວກໍໄດ້ສະແດງຄວາມພໍໃຈຕອບກັບ .

ທ່ານ ດຳຣິດ ວິຣິຍະກຸນ ເລຂາທິການສະຫະພັນນັກໜັງສືພິມແຫ່ງອາຊຽນ (CJA) ກ່າວສະແດງຄວາມເຫັນກ່ຽວກັບເລື່ອງນີ້ວ່າ. “ກໍໄດ້ເບິ່ງເຫັນເຈດຕະນາວ່າ ເປັນການແປຂ່າວຈາກສຳນັກຂ່າວຕ່າງປະເທດ ທີ່ໄດ້ຖືກແປມາອີກເທື່ອໜຶ່ງເຊິ່ງອາດບໍ່ຄົບຖ້ວນ ແລະ ອາດມີການນຳສະເໜີວິພາກວິຈານທີ່ຄາດເຄື່ອນໄປຈາກຄວາມເປັນຈິງ ແລະ ເຮັດໃຫ້ເກີດຄວາມບໍ່ສະບາຍໃຈ ເຊິ່ງເລື່ອງນີ້ ຂ້າພະເຈົ້າເອງກໍໄດ້ໂອ້ລົມກັບກົມສາລະນິເທດກະຊວງການຕ່າງປະເທດຂອງໄທ ແລະ ທາງກະຊວງກໍໄດ້ໃຫ້ຄວາມສຳຄັນກັບເລື່ອງນີ້ ວ່າຖ້າສິ່ງທີ່ສື່ໄປມີຜົນກະທົບຕໍ່ຄວາມຮູ້ສຶກຂອງເພື່ອນບ້ານກໍຕ້ອງມີການປະສານງານກັນ.

ທ່ານ ຊະວາຣົງ ລິມປັດທະມະປານີ
ທີ່ປຶກສາສະມາຄົມນັກຂ່າວແຫ່ງປະເທດໄທ

ທັງນີ້ ການດຳເນີນງານຮ່ວມກັນດັ່ງກ່າວ ເປັນໄປຕາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ (MOU) ລະຫວ່າງ ສະມາຄົມນັກຂ່າວແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງ ປະເທດໄທເມື່ອວັນທີ 15 ກັນຍາ 2015 ທີ່ນະຄອນຫຼວງວຽງຈັນ ຖ້າຫາກມີຂໍ້ມູນຂ່າວສານໃດທີ່ບໍ່ຖືກຕ້ອງ ຫຼື ເກີດຄວາມເຂົ້າໃຈຜິດຂຶ້ນທາງອົງການສື່ມວນຊົນຂອງສອງປະເທດຈະຮ່ວມປະສານງານ ເພື່ອໃຫ້ເກີດຄວາມເຂົ້າໃຈລະຫວ່າງຄົນໃນວົງການສື່ມວນຊົນດ້ວຍກັນ ແລະ ສືບຕໍ່ແກ້ໄຂບັນຫາໄປໃນທາງທີ່ດີ ແລະ ຖືກຕ້ອງ.
ຜູ້ດຳເນີນລາຍການທີ່ວິຈານເກີນເລີຍໄປ ຫຼື ຄາດເຄື່ອນຈາກຄວາມເປັນຈິງ ກໍພ້ອມແກ້ໄຂ ແລະ ຂໍໂທດຢ່າງເປັນທາງການ ໃນລາຍການທາງໂທລະພາບຂອງຝ່າຍຕົນເອງ ເຊິ່ງເປັນວິທີການທີ່ຖືກຕ້ອງ ເປັນການຮັບຜິດຊອບໃນໜ້າທີ່ຂອງສື່ມວນຊົນ ອີງໃສ່ພື້ນຖານຂອງຄວາມເປັນມືອາຊີບ ແລະ ຈັນຍາບັນດ້ານວິຊາຊີບ ເຊິ່ງໄດ້ເຮັດຢ່າງເປັນທາງການ ຜູ້ທີ່ຮັບຊົມກໍມີຄວາມເຂົ້າໃຈແລ້ວວ່າ ສິ່ງທີ່ສື່ໄປນັ້ນຄວາມຜິດພາດແມ່ນເກີດຈາກຫຍັງ?
ສິ່ງໃດທີ່ເຮັດຜິດພາດໄປ ໃຫ້ຄວາມຊີ້ແຈງກັນ ຂໍໂທດກັນ ຂໍອະໄພກັນ ເຊິ່ງພວກເຮົາເອງກໍຢູ່ເທິງພື້ນຖານອັນດຽວກັນ ແລະ ກໍເຊື່ອວ່າ ພວກເຮົາຈະໃຫ້ອະໄພກັນ ແລະ ກັນ“ ທ່ານ ດໍາຣິດ ກ່າວ

ໄທພ້ອມສະໜັບສະໜູນລາວ
ຈັດປະຊຸມຜູ້ນຳຂ່າວລະດັບອາຊຽນ

ກ່ຽວກັບການເດີນທາງມາຍັງນະຄອນຫຼວງວຽງຈັນ ຂອງຕົວແທນສະມາຄົມນັກຂ່າວແຫ່ງປະເທດໄທ ແລະ ສະຫະພັນນັກໜັງສືພິມແຫ່ງອາຊຽນຄັ້ງນີ້ “ທ່ານ ດຳຣິດ ອະທິບາຍວ່າ”: ຈຸດປະສົງກໍເພື່ອເຂົ້າຮ່ວມກອງປະຊຸມກັບສະມາຄົມນັກຂ່າວແຫ່ງ ສປປ.ລາວ ເພື່ອໃຫ້ການສະຫນັບສະໜູນໃນການກຽມງານປະຊຸມຂອງຄະນະກໍາມະການບໍລິຫານສະຫະພັນນັກໜັງສືພິມແຫ່ງອາຊຽນ ເຊິ່ງຈະຈັດຂຶ້ນໃນວັນທີ 27-31 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ໃຫ້ສຳເລັດ ແລະລຸລ່ວງໄປດ້ວຍດີ ພ້ອມສອດຄ່ອງຕາມຖະແຫຼງການວ່າດ້ວຍການເຮັດວຽກຮ່ວມກັນ ແລະ ການພັດທະນາການສ້າງຄວາມຮ່ວມມືລະຫວ່າງອາຊຽນ.

ການປະຊຸມຜູ້ນໍາອົງກອນສື່ມວນຊົນໃນອາຊຽນກໍຖືເປັນສິ່ງທີ່ຍິ່ງໃຫຍ່ໃນວົງການວິຊາຊີບສື່ມວນຊົນ ເຊິ່ງເປັນອີກບົດບາດໜຶ່ງຂອງລາວ, ເນື່ອງຈາກວ່າໃນອີກ 2 ປີຂ້າງໜ້າ ສປປ.ລາວ ກໍຈະມາຮັບຕໍາແໜ່ງປະທານສະຫະພັນ ເຊິ່ງຖືວ່າການຕຽມການໃນຄັ້ງນີ້ເປັນການຕຽມຮັບກອງປະຊຸມໃຫຍ່ຂອງສະຫະພັນໃນອີກ 2 ປີຂ້າງໜ້າອີກດ້ວຍ” ທ່ານ ດໍາຣິດ ກ່າວປິດທ້າຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.