Friday, March 21, 2025

ຕະຫຼາດກາເຟລາວຍັງສົດໃສ ແຕ່ຍັງຂາດທຶນໝູນວຽນ​ສົ່ງອອກ

ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າຫ້ອງການສະມາຄົມກາເຟລາວ ໃຫ້ເປີດເຜີຍວ່າ: ປັດຈຸບັນເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ. ໃນນີ້, 80% ແມ່ນຢູ່ເຂດພູພຽງພໍລະເວນ ແລະ ມີສະມາຊິກທັງໝົດ 57 ຫົວໜ່ວຍທຸລະກິດ. ສໍາລັບເນື້ອທີ່ປູກກາເຟໃນ 4 ແຂວງພາກໃຕ້ສົກປີ 2018 ມີທັງໝົດ 73,255 ເຮັກຕາ ແລະ ເນື້ອທີ່ໃຫ້ໝາກ 66,838 ເຮັກຕາ. ສ່ວນການສົ່ງອອກໄປຍັງເອີຣົບ, ອາເມຣິກາ ແລະ ອາຊຽນໃນປີ 2017 ຈໍານວນ 32 ພັນໂຕນ ມູນຄ່າ 83 ລ້ານໂດລາ, ມາເຖິງປີ 2018 ຍອດສົ່ງອອກຫຼຸດລົງມີພຽງແຕ່ 26 ພັນໂຕນ ມູນຄ່າ 55 ລ້ານໂດລາ.

ສໍາລັບລາຄາກາເຟຂອງຕະຫຼາດໂລກໃນປີ 2017-2018 ປະມານ 2.500 -2.600 ໂດລາ/ໂຕນ; ໃນນີ້, ລາຄາທີ່ບໍລິສັດຊື້ນໍາປະຊາຊົນປະເພດກາເຟໝາກແດງ ລາຄາ 2.200 – 3.000 ກີບ/ກິໂລ ແລະ ໝາກຂາວ ລາຄາ 14.000 – 15.200 ກີບ/ກິໂລ ແລະ ສໍາລັບປີ 2018-2019 ລາຄາກາເຟ 2.200 – 2.300 ໂດລາ/ໂຕນ; ໃນນີ້ ປະເພດໝາກແດງ 2.000 – 2.500 ກີບ/ກິໂລ ແລະ ໝາກຂາວ 12.000 – 14.000 ກີບ/ກິໂລ.

ທ່ານອະທິບາຍຕື່ມວ່າ: ຕະຫຼາດກາເຟລາວສົ່ງອອກສ່ວນໃຫຍ່ແມ່ນ ສສ. ຫວຽດນາມ ກວມ 80%, ຮອງລົງມາແມ່ນໄທ ແລະ ເອີຣົບ ຕາມລໍາລັບ, ເຊິ່ງໄລຍະຜ່ານມາຕະຫຼາດເອີຣົບແມ່ນຕະຫຼາດຫຼັກຂອງກາເຟລາວ, ແຕ່ເນື່ອງຈາກການຂາຍຝາກຈຶ່ງເຮັດໃຫ້ຫຼາຍບໍລິສັດຫຼຸບທຶນ ແລະ ລົ້ມລະລາຍ ຈຶ່ງເປັນເຫດຜົນທີ່ຕ້ອງສົ່ງຂາຍໃຫ້ບໍລິສັດໃນປະເທດອາຊຽນຫຼາຍກວ່າ ເພາະໄດ້ເງິນສົດ ແລະ ປະຫຍັດເວລາ.

ສໍາລັບບັນຫາທີ່ພົບໃນປັດຈຸບັນນີ້ ສະມາຄົມກາເຟກໍາລັງສະເໜີຕໍ່ຂັ້ນເທິງພິຈາລະນາກ່ຽວກັບການເກັບຄ່າທໍານຽມຢູ່ໃນແຕ່ລະແຂວງໃຫ້ມີຄວາມເປັນເອກະພາບກັນ ແລະ ຫຼຸດອາກອນກໍາໄລລົງຕື່ມ ເນື່ອງຈາກປູກກາເຟຕ້ອງໃຊ້ເວລາ 3 ປີ ຈຶ່ງຈະໄດ້ຮັບຜົນຜະລິດ. ນອກນັ້ນ, ກໍ່ສະເໜີທາງລັດຖະບານເລື່ອງການສະໜອງແຫຼ່ງທຶນເພື່ອສະໜັບສະໜູນໃຫ້ທັນກັບລະດູການ ລວມທັງຈະສ້າງກອງທຶນເພື່ອຊ່ວຍເຫຼືອສະມາຊິກ ຫຼື ເປັນຄັງສໍາຮອງໄວ້ໃນຍາມວິກິດ.

ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງປາກຊ່ອງ ໃຫ້ສໍາພາດວ່າ: ປະຊາຊົນສ່ວນໃຫຍ່ແມ່ນຢືດຖືອາຊີບປູກກາເຟເພາະເປັນສິນຄ້າຍືນຍົງມີຄວາມຕ້ອງການສູງ ແລະ ມີຕະຫຼາດຮອງຮັບຖາວອນ ສະເລ່ຍຍອດຜະລິດກາເຟໃນແຕ່ລະປີບໍ່ຫຼຸດ 50 ພັນໂຕນ (ນັບທັງບໍລິສັດລົງທຶນປູກ ແລະ ປະຊາຊົນ); ສໍາລັບສິນຄ້າສົ່ງອອກນັ້ນກາເຟກວມ 70% ຂອງສິນຄ້າທັງໝົດ.

ໄລຍະຜ່ານມາມີຫຼາຍບໍລິສັດທັງພາຍໃນ ແລະ ຕ່າງປະ ເທດທີ່ລົງທຶນປູກ-ເກັບຊື້-ຜະລິດ ແລະ ສົ່ງອອກ; ໜຶ່ງໃນນັ້ນກໍ່ແມ່ນບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ເປັນບໍລິສັດຄົນລາວທີ່ນອນຢູ່ໃນແຖວໜ້າຂອງຜູ້ປະ ກອບການກາເຟລາວທີ່ມີຊື່ສຽງ ເຊິ່ງໄດ້ສົ່ງເສີມປະຊາຊົນປູກ ແລະ ເກັບຊື້ເພື່ອຜະລິດເປັນສິນຄ້າສົ່ງອອກ ທັງເປັນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນທ້ອງຖິ່ນເປັນຈໍານວນຫຼາຍ. ສໍາລັບລາຄາກາເຟໃນປີ 2019 ນີ້ ຖືວ່າບໍ່ຄ່ອຍດີປານໃດ, ແຕ່ບໍລິສັດດັ່ງກ່າວກໍ່ຍັງໄດ້ຊ່ວຍຮັບຊື້ນໍາປະຊາຊົນທີ່ໄດ້ເກັບມາຂາຍຢູ່ເລື້ອຍໆໃນລາຄາຕາມທ້ອງຕະຫຼາດ. ນອກຈາກນັ້ນ, ກໍ່ໄດ້ປະກອບສ່ວນທາງດ້ານວັດຖຸ ແລະ ປັດໃຈເພື່ອຊຸກຍູ້ວຽກງານສໍາຄັນຂອງເມືອງປາກຊ່ອງເປັນປະຈໍາ “ທ່ານເຈົ້າເມືອງກ່າວ”.

ທ່ານ ນາງ ລັດສະໝີ ວົງພັກດີ ປະທານບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ໃຫ້ຮູ້ຕື່ມວ່າ: ພວກເຮົາເລີ່ມຕົ້ນປູກກາເຟນັບແຕ່ປີ 2008-2012 ໃນເນື້ອທີ່ດິນຕົນເອງຈໍານວນ 300 ເຮັກຕາມູນຄ່າການລົງທຶນ 50 ຕື້ກີບ ລວມທັງໂຮງງານອີກ 6 ລ້ານໂດລາໄວ້ສໍາລັບຜະລິດກາເຟ, ແຕ່ມາເຖິງປີ 2013 ຖຶກໄພທໍາມະຊາດ (ນໍ້າໝອກເກືອ) ປົກຄຸມເນື້ອທີ່ສວນດັ່ງກ່າວເປັນເວລາ 2 ເດືອນ ເຮັດໃຫ້ຕົ້ນກາເຟຕາຍໝົດ ຈຶ່ງສົ່ງຜົນໃຫ້ບໍລິສັດຂັດສົນດ້ານການເງິນເນື່ອງຈາກຕ້ອງໄດ້ຈ່າຍດອກເບ້ຍທະນາຄານທຸກໆເດືອນ. ແຕ່ເນື່ອງຈາກມີໂຮງງານແລ້ວກໍ່ໄດ້ຮັບຊື້ກາເຟນໍາປະຊາຊົນທີ່ເຮົາສົ່ງເສີມປູກເຮັດໃຫ້ທຸລະກິດພໍໄປລອດ.

ຄຽງຄູ່ກັນນັ້ນ, ລັດຖະບານໄດ້ເຫັນຄວາມຈໍາເປັນຂອງບໍລິສັດກໍ່ໃຫ້ການຊ່ວຍເຫຼືອດ້ວຍເງິນກູ້ດອກເບ້ຍຕໍ່າໃນປີ 2017 ຈໍານວນ 13 ຕື້ກີບ ແລະ ປີ 2018 ອະນຸມັດເພີ່ມອີກ 10 ຕື້ກີບ ເພື່ອຊ່ວຍໃຫ້ບໍລິສັດມີທຶນໝູນວຽນ, ແຕ່ສິ່ງໜຶ່ງທີ່ເປັນການຢັ້ງຢືນເຖິງຄວາມພ້ອມຂອງບໍລິສັດແມ່ນມີໂຮງງານທີ່ທັນສະໄໝສາມາດຜະລິດກາເຟໄດ້ 40 ໂຕນ/ມື້ ແລະ ກາເຟມີຄຸນນະພາບຕາມມາດຕະຖານຂອງຕະຫຼາດ ລວມທັງມີວັດຖຸດິບສະໜອງໂຮງງານໝົດປີ ກໍ່ເປັນປັດໃຈໜຶ່ງທີ່ບໍລິສັດຕ່າງປະເທດສັ່ງຊື້ນໍາພວກເຮົາ. ສໍາລັບຕະ ຫຼາດສົ່ງອອກຫຼັກຂອງບໍລິສັດຍັງແມ່ນໄທ ກວມ 70% ສ່ວນເທື່ອເຫຼືອແມ່ນສົ່ງໄປ ສສ. ຫວຽດນາມ, ສປ ຈີນ, ສ.ເກົາຫຼີ, ກໍາປູເຈຍ ແລະ ອື່ນໆ ໂດຍສະເລ່ຍກາເຟສໍາເລັດຮູບເກຣດ A ສົ່ງອອກປະມານ 300-400 ໂຕນ/ເດືອນ.

ຂໍ້ມູນຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ລະບຸວ່າ: ກາເຟຖືເປັນສິນຄ້າສົ່ງອອກຫຼັກ, ຮອງລົງມາແມ່ນພືດຜັກ, ໝາກໄມ້, ມັນຕົ້ນ ແລະ ອື່ນໆ; ເວົ້າສະເພາະກາເຟເມັດ (ໝາກຊ້ອມ) ທຽບໃສ່ແຜນປີ 2018 ປະຕິບັດໄດ້ 70%, ກວມເອົາ 40% ຂອງສິນຄ້າສົ່ງອອກກະສິກຳ ເຊິ່ງປະກອບມີ: ກາເຟນ້ອຍ (Arabica) ເກືອບ 19 ພັນໂຕນ, ກາເຟກາງ (Robusta) 10,5 ພັນໂຕນ ແລະ ກາເຟມິກ (Excelsa) 1,5 ພັນໂຕນ ລວມທັງໝົດ 30.675,96 ໂຕນ ຄິດເປັນມູນຄ່າສົ່ງອອກ 66 ລ້ານໂດລາສະຫາລັດ.

ທີ່ມາ: ຫນັງສືພິມ ເສດຖະກິດ-ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່