Thursday, May 15, 2025
Kbank Laos โอน รับ จ่าย

​ຊົມ​ເຊີຍ! ງົບປະມານປີ​ຜ່ານ​ມາຂອງແຂວງໄຊຍະບູລີ​ເກັບ​ໄດ້ລື່ນ​ແຜນ​ການ

ກອງປະຊຸມປະຕິບັດແຜນງົບປະມານປະຈຳປີ 2018 ແລະ ທິດທາງແຜນການງົບປະມານແຫ່ງລັດປະຈຳປີ 2019 ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ​ໄຊ​ຍະ​ບູ​ລີ. ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ມີກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການການເງິນເມືອງ 11 ເມືອງ, ພ້ອມດ້ວຍພະນັກງານການເງິນອ້ອມຂ້າງແຂວງ ແລະ ພະແນກການເງິນແຂວງເຂົ້າຮ່ວມເກືອບ 200 ຄົນ.

ໃນພີທີທ່ານ ບຸນແທນ ທິແກ້ວ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018 ຜ່ານມາເຫັນວ່າຍັງມີຫຼາຍດ້ານທີ່ພົບຄວາມຫຍຸ້ງຍາກ ແລະ ທ້າທາຍສູງບັນຫາລວມ ຍັງແມ່ນເປັນແຜນທີ່ສຶບຕໍ່ແກ້ໄຂສະພາບຄວາມພຶດເຄືອງທາງດ້ານການເງິນ-ງົບປະມານ, ທີ່ເກີດຂຶ້ນໃນໄລຍະຫຼາຍສົກປີ, ງົບປະມານຜ່ານມາຍັງເປັນແຜນຂາດດູນສູງລາຍຮັບບໍ່ກຸ່ມລາຍຈ່າຍ, ຕ້ອງໄດ້ຮັບດູ່ນດຽງຈາກງົບປະມານສູນກາງຫຼາຍກ່ວາ 50% ຂອງແຜນລາຍຈ່າຍທັງໝົດໃນທົ່ວແຂວງ, ດ້ານແຜນລາຍຮັບງົບປະມານເປັນແຜນແບບກ້າວກະໂດດທີ່ມີຈັງຫວະເພີ່ມຂຶ້ນສູງ, ຖ້າທຽບໃສ່ແຜນປີຜ່ານມາເພີ່ມຂຶ້ນເຖິງ 23,67% ຫຼືເທົ່າກັບ 50,45 ຕຶ້ກີບ.

ດ້ານລາຍຮັບຕົວເລກແຜນການປີ 864,72 ຕຶ້ກີບ, ປະຕິບັດໄດ້ 863,30 ຕຶ້ກີບ ເທົ່າກັບ 99,84% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 12,38% ເທົ່າກັບ 95,11 ຕຶ້ກີບ, ທຽບໃສ່ມະຕິກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາປະຊາຊົນແຂວງ 862,04 ຕຶ້ກີບ, ເທົ່າກັບ 100,15% ເທົ່າກັບ 1,26 ຕຶ້ກີບ, ໃນນີ້ລາຍຮັບພູດສູນກາງຕາມແຜນປີ 598,48 ຕຶ້ກີບ ປະຕິບັດໄດ້ 626,56 ຕຶ້ກີບ, ເທົ່າກັບ 104,69% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 14,99% ເທົ່າກັບ 81,66 ຕຶ້ກີບ.

ຂະແໜງພາສີຕົວເລກແຜນປີ 596,87 ຕຶ້ກີບ ປະຕິບັດໄດ້ 624,93 ຕຶ້ກີບ ເທົ່າກັບ 104,70% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 14,69% ເທົ່າກັບ 80,38 ຕຶ້ກີບ.

ຂະແໜງສວຍສາອາກອນຕົວເລກແຜນປີ 750 ລ້ານກີບ, ປະຕິບັດໄດ້ 675,92 ລ້ານກີບ ເທົ່າກັບ 90,12% ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ 14,57% ເທົ່າກັບ 115,12 ລ້ານກີບ.

ຂະແໜງຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 100 ລ້ານກີບເປັນລາຍຮັບບັງເອີນ, ຂະແໜງຄຸ້ມຄອງພັດທະນາລັດວິສາຫະກິດ ແລະ ການປະກັນໄພຕົວເລກແຜນປີ 860 ລ້ານກີບ, ປະຕິບັດໄດ້ 851,56 ລ້ານກີບ ເທົ່າກັບ 99,02% ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ 1,75% ເທົ່າກັບ 15,18 ລ້ານກີບ.

ລາຍຮັບພູດທ້ອງຖິ່ນຕົວເລກແຜນປີ 266,24 ຕຶ້ກີບ, ປະຕິບັດໄດ້ 236,74 ຕຶ້ກີບເທົ່າກັບ 88,92% ຂອງແຜນການປີ, ທຽບໃສ່ແຜນການປີຜ່ານມາເພີ່ມຂຶ້ນ 6,02% ເທົ່າກັບ 13,44 ຕື້ກີບ, ຂະແໜງສ່ວຍສາອາກອນຕົວເລກແຜນປີ 258,19 ຕຶ້ກີບປະຕິບັດໄດ້ 230,10 ຕຶ້ກີບເທົ່າກັບ 89,12% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 6,77% ເທົ່າກັບ 14,59 ຕຶ້ກີບ, ຂະແໜງຄຸ້ມຄອງຊັບສິນຂອງລັດຕົວເລກແຜນການປີ 8,00 ຕຶ້ກີບ, ປະຕິບັດໄດ້ 6,33 ຕຶ້ກີບ ເທົ່າກັບ 79,14% ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ 13,20% ເທົ່າກັບ 962,46 ລ້ານກີບ, ຂະແໜງຄຸ້ມຄອງພັດທະນາລັດວິສາຫະກິດ ແລະ ການປະກັນໄພ ຕົວເລກແຜນການປີ 50,00 ລ້ານກີບ, ປະຕິບັດໄດ້ 304,61 ລ້ານກີບ ເທົ່າກັບ 609,23% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 29,70% ເທົ່າກັບ 69,75 ລ້ານກີບ, ສ່ວນດ້ານລາຍຈ່າຍທັງໝົດຕົວເລກແຜນປີ 555,18 ຕຶ້ກີບ, ປະຕິບັດໄດ້ 527,97 ຕຶ້ກີບ ເທົ່າກັບ 95,10% ຂອງແຜນການປີ ທຽບໃສ່ປີຜ່ານມາຫຼຸດລົງ 1,70% ເທົ່າກັບ 9,15 ຕື້ກີບ.

ໃນນີ້ລາຍຈ່າຍປົກກະຕິຕາມແຜນປີ 533,99 ຕຶ້ກີບ ປະຕິບັດໄດ້ 506,93 ຕຶ້ກີບ, ເທົ່າກັບ 94,93% ຂອງແຜນການປີ, ລາຍຈ່າຍວິຊາການຕົວເລກແຜນປີ 21,19 ຕຶ້ກີບ, ປະຕິບັດໄດ້ 21,04 ຕຶ້ກີບ ເທົ່າກັບ 99,33% ຂອງແຜນປີ, ລາຍຈ່າຍເງິນເດືອນຕົວເລກແຜນປີ 367,72 ຕຶ້ກີບ ປະຕິບັດໄດ້ 351,16 ຕຶ້ກີບ, ເທົ່າກັບ 94,98% ຂອງແຜນການປີ, ຈ່າຍນະໂຍບາຍຊ່ວຍໝູນຕ່າງໆຕົວເລກແຜນປີ 43,75 ຕຶ້ກີບ, ປະຕິບັດໄດ້ 35,19 ຕຶ້ກີບ ເທົ່າກັບ 80,43% ຂອງແຜນການປີ, ຈ່າຍບໍລິຫານລັດຕົວເລກແຜນປີ 53,54 ຕຶ້ກີບ ປະຕິບັດໄດ້ 53,46 ຕຶ້ກີບ, ເທົ່າກັບ 99,85% ຂອງແຜນການປີ, ຈ່າຍດັດສົມສົ່ງເສີມຊ່ວຍໝູນ ແລະ ບຳລຸງຕົວເລກແຜນປີ 14,02 ຕຶ້ກີບ, ປະຕິບັດໄດ້ 14,01 ຕຶ້ກີບ ເທົ່າກັບ 99,97% ຂອງແຜນການປີ, ຈ່າຍບັງເອີນຕົວເລກແຜນປີ 18,13 ຕຶ້ກີບ ປະຕິບັດໄດ້ 18,13 ຕຶ້ກີບ ເທົ່າກັບ 100%, ຈ່າຍລົງທຶນຕົວເລກແຜນປີ 56,00 ຕຶ້ກີບ, ປະຕິບັດໄດ້ 56,00 ຕຶ້ກີບເທົ່າກັບ 100%, ດ້ານດູນດຽງງົບປະມານຕົວເລກແຜນປີ 272,61 ຕຶ້ກີບ ປະຕິບັດໄດ້ 292,19 ຕຶ້ກີບເທົ່າກັບ 107,19% ຂອງແຜນປີ, ທຽບໃສ່ປີຜ່ານມາຫຼຸດລົງ 15,66% ເທົ່າກັບ 57,27 ຕຶ້ກີບ. 

ທີ່​ມາ: .facebook.com/353611768319389

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້