ອີງຕາມແຈ້ງການຂອງກະຊວງ ຍທຂ ສະບັບເລກທີ 07852/ຍທຂ/ກຂສ, ລົງວັນທີ 16 ເມສາ 2020 ເລື່ອງ ວິທີການແກ້ໄຂ ການຂົນສົ່ງສິນຄ້າ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ບົດແນະນໍາ ຂອງ ກະຊວງ ຍທຂ ສະບັບເລກທີ 266/ຍທຂ, ລົງວັນທີ 11/04/2020 ເຫັນວ່າ ສາມາດແກ້ໄຂບັນຫາລົດຂົນສົ່ງ ສິນຄ້າ ພາຍໃນ ແລະ ເຂົ້າ-ອອກ ສປປ ລາວ ໄດ້ດີສົມຄວນ. ສາມາດປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ເຮັດໃຫ້ຜູ້ປະກອບການຂົນສົ່ງ ຂອງ ສປປ ລາວ ໄດ້ຮັບຜົນປະໂຫຍດ ຢ່າງຫຼວງຫຼາຍ, ສາມາດແກ້ໄຂບັນຫາ ລົດຂົນສົ່ງ ຂອງ ຕ່າງປະເທດ ຕີເປົ່າເຂົ້າມາຮັບເອົາສິນຄ້າ, ສ້າງໂອກາດໃນການຊຸກຍູ້ສົ່ງເສີມ, ສ້າງວຽກເຮັດງານທໍາ ແລະ ເຕົ້າໂຮມປັບປຸງ ກໍາລັງການຂົນສົ່ງພາຍໃນໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.
ແລະ ເພື່ອສືບຕໍ່ອໍານວຍຄວາມສະດວກ ແກ່ບັນດາຜູ້ປະກອບການຂົນສົ່ງສິນຄ້າພາຍໃນ, ແນໃສ່ ສ້າງຄວາມເຂັ້ມແຂງແກ່ທຸລະກິດພາຍໃນ, ກົມຂົນສົ່ງ ຈຶ່ງແຈ້ງໃຫ້ບັນດາພະແນກ ຍທຂ ນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ຜູ້ປະກອບການຂົນສົ່ງ ແລະ ຈັດສົ່ງສິນຄ້າ ປະຕິບັດດັ່ງນີ້:
ໃຫ້ພະແນກ ຍທຂ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຊຸກຍູ້ ຜູ້ປະກອບການຂົນສົ່ງ ແລະຈັດສົ່ງ ສິນຄ້າ ຂອງ ສປປ ລາວ ເພື່ອລະດົມ ແລະ ເຕົ້າໂຮມກໍາລັງການຂົນສົ່ງ ເພື່ອໃຫ້ມີຄວາມພ້ອມ ໃນການສະຫນັບສະຫນູນການຂົນສົ່ງສິນຄ້າ ເຂົ້າ-ອອກ ສປປ ລາວ ໃຫ້ພຽງພໍ ແລະ ມີປະສິດທິພາບ ໃຫ້ບໍລິສັດຂົນສົ່ງສິນຄ້າ ຂອງ ສປປ ລາວ ສາມາດນໍາໃຊ້ ລົດຂົນສົ່ງຂອງຕ່າງປະເທດ ໂດຍການເຊົ່າເຂົ້າມາ ເພື່ອແກ້ໄຂໃນຊ່ວງວິກິດນີ້ ເພື່ອການຂົນສົ່ງສິນຄ້າ ແຕ່ໃຫ້ນໍາໃຊ້ ຄົນຂັບລົດຄົນລາວ ເທົ່ານັ້ນ ແລະ ໃຫ້ມີການຄ້ໍາປະກັນກັບກົມພາສີ ໃນການນໍາເຂົ້າຊົ່ວຄາວ ຂອງລົດບັນທຸກ, ຫາງລາກ ແລະ ຕູ້ຄັອນເທັນເນີ ເພື່ອສາມາດຕິດຕາມ ກວດກາໄດ້ການນໍາເຂົ້າລົດຂົນສົ່ງສິນຄ້າ ໃນໄລຍະຮີບດ່ວນນີ້ ແມ່ນສາມາດເຮັດຫນັງສືຄໍ້າປະກັນກັບກົມພາສີກ່ອນ ຈຶ່ງດໍາເນີນເອກະສານຕາມຂັ້ນຕອນນໍາເຂົ້າ ຢ່າງຖືກຕ້ອງ ຕາມກົດຫມາຍ ແລະ ລະບຽບການຂອງ ສປປ ລາວ ເພື່ອລົບລ້າງສັນຍາຄໍ້າປະກັນຕາມພາຍຫຼັງໃຫ້ຍົກຖ່າຍຕູ້ຄັອນເທັນເນີ ຫລື ການສັບປ່ຽນຫົວລາກ – ຫາງລາກ (Trailer Swapping) ເພື່ອມາສົ່ງ ແລະ ຮັບເອົາສິນຄ້າ ຢູ່ໃນ ສປປລາວບໍລິສັດ ທີ່ຈະມາດໍາເນີນການຂົນສົ່ງ, ຈັດສົ່ງ, ຍົກຖ່າຍ, ສັບປ່ຽນຫົວລາກ-ຫາງລາກ ເຊົ່າລົດຕ່າງປະເທດ ມາຂົນສົ່ງສິນຄ້າ ລະຫວ່າງປະເທດ ແລະ ຜ່ານແດນ ຕ້ອງແມ່ນບໍລິສັດ ທີ່ຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບອະນຸຍາດດໍາເນີນທຸລະກິດໃນການຂົນສົ່ງ ແລະ ຈັດສົ່ງສິນຄ້າຢູ່ ສປປ ລາວ ເທົ່ານັ້ນ.
ໄດ້ມີພິທີມອບຮັບ ວັດຖຸໂບຮານ ຢູ່ໂຄງການບໍ່ຄໍາທອງ ເຊໂປນ, ສປປ ລາວ ຊຶ່ງເປັນວັດຖຸໂບຮານ ທີ່ໄດ້ຄົ້ນພົບ ຕັ້ງແຕ່ເລີ້ມໂຄງການມາ ແຕ່ປີ 2008 ໂດຍມີຈໍານວນທັງໝົດ 7,881 ລາຍການ, ເປັນວັດຖຸໂບຮານ ທີ່ເຮັດດ້ວຍ ທອງ, ທອງແດງ, ເພັດພອຍ, ເຄື່ອງປັ້ນດິນເຜົາ, ໄມ້ ແລະ ອື່ນໆ.
ພາຍຫຼັງມອບຮັບແລ້ວ...
ເພື່ອເຮັດໃຫ້ຄູ-ອາຈານ ແລະນັກສຶກສາມີຄວາມເຂົ້າໃຈ ແລະເຫັນໄດ້ເຖິງຄວາມຈຳເປັນຂອງມາລະຍາດຂອງສັງຄົມທີ່ຕ້ອງໄດ້ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນຂອງຕົນໄດ້ດີຂຶ້ນ.
ທີ່ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທິຝຶກອົບຮົມມາລະຍາດທາງສັງຄົມ, ວັດທະນະທຳ ແລະຮີດຄອງປະເພນີໃຫ້ແກ່ນັກສຶກສາຂອງຄະນະຕົນ, ຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ.
ໂດຍການໃຫ້ກຽດເຂົ້າຮ່ວມເປີດຂອງທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ, ໃຫ້ກຽດບັນ ຍາຍໂດຍທ່ານ ຮສ. ອາລຸນ ສີລັດຕະນະກຸນ ອະດີດຄະນະບໍດີ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ,...
ປັດຈຸບັນ ຫລາຍທ້ອງຖິ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິ X ຂອງພັກຢ່າງຕັ້ງໜ້າ ເຮັດໃຫ້ວຽກງານຂອງແຕ່ລະ ຂະແໜງການ ມີການພັດທະນາສູ່ລວງເລິກ ສົ່ງຜົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຮັບການປັບປຸງກ້າວສູ່ ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ດັ່ງພະແນກ ກະສິກຳ ແລະ ປ່າໄມ້ ແຂວງເຊກອງ ໄດ້ເອົາໃສ່ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນຢ່າງ ກວ້າງຂວາງ ອັນພົ້ນເດັ່ນກວ່າໝູ່ ແມ່ນຂະບວນປູກກາເຟ, ມັນຕົ້ນ, ສາລີ ອາຫານສັດ, ຢາງພາລາ, ໝາກໜອດ,...