Monday, February 10, 2025

ສະພາການຄ້າ ແລະອຸດສາຫະກໍາ ສະເຫຼີມສະຫຼອງ 30 ປີ ​ມີ​ນັກ​ທຸ​ລະ​ກິດ​ດີ​ເດັ່ນໄດ້​ຮັບ​​​ການຍ້ອງ​ຍໍຫຼາຍ​ທ່ານ

ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6 ໄດ້ມີກອງປະຊຸມປະຈໍາປີ 2018 ແລະ ສະເຫຼີມສະຫຼອງສະພາການຄ້າ ແລະ ອຸດສາຫະກໍາ ຄົບຮອບ 30 ຂື້ນ ທົບທວນຜົນງານການເຄື່ອນໄຫວຂອງຕົນ ພາຍໃຕ້ການຊີ້ນໍານໍາພາຂອງຄະນະບໍລິຫານງານຊຸດທີ I ຫາຊຸດທີ່ VII ໂດຍສະເພາະແມ່ນທົບທວນຜົນງານການເຄື່ອນໄຫວ ຄະນະບໍລິຫານງານຊຸດທີ VII ໃນການຈັດຕັ້ງ ແຜນຍຸດທະສາດການພັດທະນາພາກທຸລະກິດຂອງຕົນ ໂດຍເນັ້ນໃສ່ ເປົ້າໝາຍໄລຍະຍາວແມ່ນ “ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດ ໃນ ສປປ ລາວ ເພື່ອພັດທະນາເສດຖະກິດ ແຫ່ງຊາດ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ”.

(1) ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດ SMEs ພ້ອມທັງຂະຫຍາຍຖານການຜະລິດທຸລະກິດ ທີ່ຖືກຕ້ອງຕາມລະບຽບກົດຫມາຍ ໃຫ້ຫລາຍຂື້ນກ່ວາເກົ່າ, (2) ເສີມສ້າງຄວາມເຂັ້ມແຂງຂອງພາກທຸລະກິດການຜະລິດເພື່ອສົ່ງອອກ, (3) ເສີມສ້າງແວດລ້ອມທຸລະກິດໃຫ້ດີຂື້ນ ໂດຍນໍາໃຊ້ເວທີກອງປະຊຸມທຸລະກິດລາວ ແລະ ເວທີປຶກສາຫາລືພາກລັດ ແລະ ທຸລະກິດ ແລະ ອື່ນໆ, (4) ສ້າງຖານຂໍ້ມູນສໍາລັບພາກທຸລະກິດ, (5) ການເຊື່ອມໂຍງຂອງທຸລະກິດລາວເພື່ອກ້າວເຂົ້າສຸ່ປະຊາຄົມເສດຖະກິດອາຊຽນ ແລະ (6) ປັບປຸງການຈັດຕັ້ງລະບົບສົ່ງເສີມ ແລະ ການບໍລິການທຸລະກິດ ຂອງ ສຄອ ແຫ່ງຊາດລາວ, ສຄອ ແຂວງ, ກຸ່ມ ແລະ ສະມາຄົມທຸລະກິດ ຢູ່ ສ ປປ ລາວ. 

ກອງປະຊຸມພາກທີ 1 ໂດຍການເປັນປະທານ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໂດຍມີ ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານ ຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກໍາ ຕ່າງປະເທດທີຕັ້ງຢູ່ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍແຂວງ, ສະມາຄົມ-ກຸ່ມທຸລະກິດ, ສະມາຊິກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຂົ້າຮ່ວມຫຼາຍກວ່າ 400 ທ່ານ. 
ກອງປະຊຸມພາກທີ 2 ເປັນກຽດ ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມ ໂດຍ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ທ່ານ ອຸເດດ ສະວັນນະວົງ ປະທານ ສຄອຊ ໄດ້ລາຍງານຜົນຂອງກອງປະຊຸມໃນພາກທີ 1 ແລະ ບາງຜົນງານການງເຄື່ອນ ສຄອຊ 30 ປີ ໂດຍຫໍ້ຍ ໃຫ້ ພະນະທ່ານ ນາຍົກລັດຖະມົນຕີ ຮັບຊາບ. ຫຼັງຈາກນັ້ນ ສຄອຊ ໄດ້ມອບໃບຍ້ອງຍໍ ແລະ ໂລລາງວັນ ໃຫ້ກັບຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນ ສ້າງຄວາມເຂັ້ມແຂງ ໃຫ້ກັບ ສຄອຊ ໃນໄລຍະ 30 ທີ່ຜ່ານມາ ໂດຍສະເພາະແມ່ນ ສະພາການຄ້າ ແລະ ອຸດສາຫະກໍາຂອງແຂວງ, ສະພາການຄ້າ ແລະ ອຸດສາຫະກໍາ ຕ່າງປະເທດທີ່ຕັ້ງຢູ່ ສປປ ລາວ, ສະມາຄົມ ແລະ ກຸ່ມທຸລະກິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການ ສະໜັບສະໜູນ ການສ້າງຄວາມເຂັ້ມແຂງໃຫ້ກັບ ສຄອຊ ແລະ ພາກທຸລະກິດ.

ຫຼັງຈາກນັ້ນ ກອງປະຊຸມໄດ້ຮັບກຽດສູງສຸດ ໂດຍການ ໂອ້ລົມຂອງ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ.

ທີ່​ມາ: facebook.com/558379471295906

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: