Monday, November 10, 2025
Kbank Laos โอน รับ จ่าย

ແຈ້ງ​ການ! ການສົ່ງເອກະສານລາຍງານການເງິນ ປີ 2018 (ບໍ່​ສົ່ງ ຈະປະຕິບັດມາດຕະການປັບໃຫມ)

ເຖິງ : ຫົວຫນ່ວຍຖືບັນຊີວິສາຫະກິດ, ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ

ເລື່ອງ: ການສົ່ງເອກະສານລາຍງານການເງິນ ແລະ ລາຍງານຜົນການເຄື່ອນໄຫວວຽກງານປະຈໍາປີ 2018

ອີງຕາມ ກົດຫມາຍວ່າດ້ວຍການບັນຊີ ສະບັບເລກທີ 47/ສພຊ, ລົງວັນທີ 26 ທັນວາ 2013;

ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການກະຊວງການເງິນ ສະບັບເລກ ທີ 2929/ກງ, ລົງວັນທີ 31 ສິງຫາ 2017;

ອີງຕາມ ໃບສະເຫນີຂອງກົມບັນຊີ ສະບັບເລກທີ 015/ກບຊ, ລົງວັນທີ 15 ມັງກອນ 2019.

ຫ້ອງການ ກະຊວງການເງິນ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບ ກ່ຽວກັບ ການສົ່ງເອກະສານລາຍງານການເງິນ, ລາຍງານຜົນການເຄື່ອນໄຫວວຽກງານ ປະຈໍາປີ 2018, ເນື່ອງຈາກປີການບັນຊີ ໄດ້ສິ້ນສຸດລົງ ໃນວັນທີ 31 ທັນວາ 2018.

ເພື່ອຄຸ້ມຄອງການຈັດຕັ້ງປະຕິບັດວຽກງານບັນຊີ, ການໃຫ້ບໍລິການບັນຊີ, ດໍາເນີນງານກວດສອບ ໃຫ້ຖືກ ຕ້ອງຕາມລະບຽບທາງດ້ານບັນຊີ ແລະ ລະບຽບທາງດ້ານການກວດສອບອິດສະລະ, ແນໃສ່ເຮັດໃຫ້ການນໍາສະເຫນີຂໍ້ ມູນຂ່າວສານດ້ານການເງິນຄົບຖ້ວນ ເພື່ອສົ່ງໃຫ້ຂະແຫນງການເງິນ ຊຶ່ງລວມມີຂະແຫນງບັນຊີ ແລະ ສ່ວຍສາອາກອນ ເປັນພື້ນຖານໃນການຄຸ້ມຄອງ ແລະ ກວດກາທາງດ້ານບັນຊີ ແລະ ສ່ວຍສາອາກອນ ຊຶ່ງມີລາຍລະອຽດດັ່ງນີ້ :

1. ຫົວຫນ່ວຍຖືບັນຊີວິສາຫະກິດ ສົ່ງເອກະສານລາຍງານການເງິນ ປະຈໍາປີ 2018, ບັນດາເອກະສານຊ້ອນທ້າຍແລະ ບົດລາຍງານການກວດສອບ ສໍາລັບວິສາຫະກິດທີ່ຖືກກວດສອບ ຈໍານວນ 01 ຊຸດ; ເພື່ອເກັບກໍາສະຖິຕິ ແລະ ອອກໃບຕິດຕາມການຖືບັນຊີປະຈໍາປີ, ສໍາລັບຫົວຫນ່ວຍວິສາຫະກິດ ທີ່ຂຶ້ນກັບສູນກາງຄຸ້ມຄອງ ໃຫ້ກົມບັນຊີ ກະຊວງການເງິນ ແລະ ສ່ວນຢູ່ທ້ອງຖິ່ນ ໃຫ້ພົວພັນກັບພະແນກການເງິນ (ຂະແຫນງບັນຊີ) ປະຈໍາແຂວງ ແລະ ນະຄອນ ບໍ່ໃຫ້ກາຍ ວັນທີ 31 ມີນາ 2019;

2. ສໍາລັບວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ສົ່ງຜົນການເຄື່ອນໄຫວວຽກງານ ແລະ ບັນດາເອກະສານຊ້ອນທ້າຍ ປະຈໍາປີ 2018 ຈໍານວນ 01 ຊຸດ ຕາມທີ່ໄດ້ລະບຸໃນ ມາດຕາ 63 ຂອງກົດຫມາຍວ່າດ້ວຍການ ກວດສອບອິດສະລະ ໃຫ້ກົມບັນຊີ ກະຊວງການເງິນ ເພື່ອເກັບກໍາສະຖິຕິ ແລະ ອອກໃບຕິດຕາມການດໍາເນີນ ທຸລະກິດປະຈໍາປີ ບໍ່ໃຫ້ກາຍວັນທີ 31 ມີນາ 2019

3. ຖ້າຫາກກາຍກໍານົດເວລາ ທີ່ກ່າວມາຂ້າງເທິງນັ້ນ ກະຊວງການເງິນ (ກົມບັນຊີ ແລະ ຂະແຫນງການບັນຊີ) ຈະປະຕິບັດມາດຕະການປັບໃຫມ ຕາມທີ່ໄດ້ລະບຸໄວ້ໃນ ກົດຫມາຍວ່າດ້ວຍການບັນຊີ, ກົດຫມາຍວ່າດ້ວຍການ ກວດສອບອິດສະລະ ແລະ ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍການບັນຊີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.


ກົມບັນຊີ ກະຊວງການເງິນ ໂທ/ແຟັກ 021 213813

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.