ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ ຮ່ວມ​ລົງ​ນາມ​ໂດຍ​ທ່ານ ດາວ​ວອນ ພະ­ຈັນ​ທະ​ວົງ ຮອງ​ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ ແລະ ທ່ານ ບຸນ​ລ້ວນ ດ້ວງ​ເງິນ ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ລາວ-ຍີ່­ປຸ່ນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ Yasujiro SUZUKI ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ລາວ-ຍີ່­ປຸ່ນ (ຝ່າຍ​ຍີ່­ປຸ່ນ) ແລະ ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ.

ເພື່ອ​ສ້າງ​ຄວາມ​ອາດ​ສາ­ມາດ​ໃຫ້​ແກ່​ບຸ​ຄະ­ລາ​ກອນ​ໃນ​ຂົງ­ເຂດ​ເສດ­ຖະ­ກິດ ນອກ­ຈາກ​ນີ້ ຍັງ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ ແລະ ສົ່ງ­ເສີມ​ໃຫ້​ພາກ​ທຸ­ລະ​ກິດ​ຂອງ​ລາວ ໃຫ້​ສາ­ມາດ​ແຂ່ງ­ຂັນ​ກັບ​ບັນ­ດາ​ປະ­ເທດ​ພາກ​ພື້ນ ແລະ ສາ­ກົນ ໃນ​ໄລ­ຍະ​ການ​ຮ່ວມ​ມື​ແມ່ນ 3 ປີ ຕະ­ຫຼອດ​ໄລ­ຍະ​ຂອງ​ການ​ຮ່ວມ​ມື​ຈະ​ໄດ້​ຈັດ​ເຝິກ­ອົບ­ຮົມ ແລະ ກິດ­ຈະ­ກຳ ໂດຍ​ສະ­ເພາະ​ແມ່ນ​ການ​ປຶກ­ສາ​ຫາ­ລື ຄົ້ນ­ຄວ້າ​ບັນ­ດາ​ຫົວ­ຂໍ້​ຕ່າງໆ ໃນ​ການ​ຈັດ​ເຝິກ­ອົບ­ຮົມ​ເພື່ອ​ໃຫ້​ແທດ­ເໝາະ ແລະ ຕອບ​ສະ­ໜອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂອງ​ລາວ.

ພາຍ­ຫຼັງ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ແລ້ວ ກໍ່​ໄດ້​ມີ​ການ​ເປີດ​ຊຸດ​ເຝິກ­ອົບ­ຮົມ​ໃນ​ຫົວ­ຂໍ້ ການ​ບໍ­ລິ­ການ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ແບບ​ຍຸດ​ທະ​ສາດ ເຊິ່ງ​ສຳ​ມະ​ນາ​ກອນ​ຈະ​ໄດ້​ຮຽນ​ຮູ້​ຕົວ​ຂັບ​ເຄື່ອນ​ໃນ​ການ​ຮັກ­ສາ​ພະ­ນັກ­ງານ ການ​ບໍ­ລິ­ຫານ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ແບບ​ຍຸດ​ທະ​ສາດ ການ​ປະ​ເມີນ​ຜົນ­ງານ ແລະ ອື່ນໆ ຈາກ​ອາ­ຈານ​ທີ່​ມີ​ປະ­ສົບ​ການ​ຈາກ​ປະ­ເທດ​ຍີ່­ປຸ່ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

​ທີ່​ມາ: ວຽງ​ຈັນ​ໃໝ່

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້