Saturday, February 8, 2025

ການລົງທຶນໃນລາວຍັງ​ຍາກ ເພາະ​ມີ​ຫຼາຍ​ຂອດ​ບັນ​ຫາ​ທີ່​ຍັງ​ຖ່ວງ​ດຶງ​ຢູ່

ສປປ ລາວ ເປັນປະເທດ ໜຶ່ງທີ່ມີເສດຖະກິດຂະຫາຍຕົວດີ ໃນພາກພື້ນນີ້ແຕ່ຖ້າທຽບ ເລື່ອງຄວາມງ່າຍທາງດ້ານການລົງທຶນແລ້ວເຮົາຍັງມີສິ່ງທ້າທາຍສົມຄວນ.

ຜົນຈາກການລາຍງານຂອງເວບໄຊຟອບສ໌ 2018 (www.forbes.com) ໃຫ້ຮູ້ວ່າ ສປປ ລາວ ຖືກຈັດຢູ່ໃນລຳດັບທີ 148 ໃນຈຳນວນ ທັງໝົດ 161 ປະເທດທີ່ມີການ ສຶກສາກ່ຽວກັບປະເທດທີ່ດີໃນການດຳເນີນທຸລະກິດ. ນີ້ແມ່ນ ອັນດັບຕໍ່າສຸດໃນພາກພື້ນສຳ ລັບ ສປປ ລາວ ໃນຂະນະທີ່ ກຳປູເຈຍຖືກຈັດຢູ່ລຳດັບທີ 122, ມຽນມາ 137, ຫວຽດ ນາມ 84 ແລະ ໄທ 47.

ສິ່ງດັ່ງກ່າວເປັນສິ່ງທ້າທາຍຫຼາຍໃນການເຕີບໂຕທາງດ້ານເສດຖະກິດຢ່າງມີສະຖຽນລະພາບ ແລະ ເຮັດໃຫ້ຄວາມອາດສາມາດໃນການແຂ່ງຂັນ ກັບບັນດາປະເທດໃນພາກພື້ນຫຼຸດໜ້ອຍຖອຍລົງເຊັ່ນກັນ.

ຄວາມຈິງແລ້ວລັດຖະບານເຮົາກໍຫຼິງເຫັນ ແລະ ເຂົ້າໃຈບັນຫານີ້ດີ ແລະ ຮີບຮ້ອນ ໃນການແກ້ໄຂ, ເຊິ່ງສອງສາມປີມານີ້ເຫັນໄດ້ວ່າການປຶກສາຫາລືການແກ້ໄຂບັນຫານີ້ແມ່ນດຳເນີນໄປຢ່າງເຄັ່ງຮ້ອນ ໂດຍເພິ່ນກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອປັບປຸງບັນດາປັດໄຈທີ່ເອື້ອອຳນວຍໃຫ້ສະພາບແວດລ້ອມໃນການລົງທຶນຢູ່ ສປປ ລາວ ດີຂຶ້ນ.

ສປປ ລາວ ມີຄວາມມຸ່ງໝັ້ນໃນການສ້າງຊື່ສຽງເລື່ອງສະພາບແວດລ້ອມການລົງທຶນໃຫ້ໄດ້ໂດຍໄດ້ເລັ່ງປັບປຸງລະບົບການເງິນ, ລະບົບການເກັບພາສີອາກອນ ໂດຍຫັນໄປສູ່ການຄຸ້ມຄອງແບບທັນສະໄໝ ແລະມີຄວາມໂປ່ງໄສຂຶ້ນກວ່າເກົ່າ. ພ້ອມນັ້ນ ກໍໄດ້ສ້າງເຂດ ເສດຖະກິດພິເສດທີ່ມີການ ຜ່ອນຜັນທາງດ້ານພາສີຮວມ ທັງການພັດທະນາ ຕະຫຼາດ ນ້ອຍພາຍໃນປະເທດ ແລະ ອື່ນໆ.

ແຕ່ແນວໃດກໍຕາມ, ການປັບປຸງສະພາບແວດລ້ອມການລົງທຶນແມ່ນຂຶ້ນກັບຫຼາຍປັດ ໄຈທີ່ຮຽກຮ້ອງການແກ້ຢ່າງຈິງຈັງ ໂດຍສະເພາະບັນຫາການສໍ້ລາດບັງຫຼວງ, ອີງຕາມດັດສະນີ ການສໍ້ລາດບັງຫຼວງປີ 2016 (www.transpa rency.org) ສປປ ລາວ ຖືກຈັດຢູ່ລຳດັບທີ 123 ຂອງ 176 ປະເທດທີ່ມີການສຶກສາ, ເຖິງວ່າຄະແນນຈະດີຂຶ້ນກວ່າຫຼາຍປີຜ່ານມາແຕ່ຍັງມີຫຼາຍ ອັນທີ່ຈະໄດ້ສືບຕໍ່ແກ້ໄຂ.

ບັນຫາທີ່ຊ່ຽວຊານຫຼາຍທ່ານຕ້ອງການໃຫ້ແກ້ໄຂກໍຄື  ຄວາມຊັດເຈນທາງດ້ານເວລາ, ການປະກອບເອກະສານ ແລະ ຂະບວນການໃນການລົງ ທຶນ ເຊິ່ງຍັງເຫັນວ່າຂາດ ຄວາມເຊື່ອໝັ້ນຈາກນັກລົງ ທຶນຫຼາຍສົມຄວນ ທັງນີ້ກໍ ເຊື່ອມໂຍງກັບຊ່ອງວ່າງການບັງຄັບໃຊ້ລະບຽບກົດໝາຍທີ່ມີ ຫຼື ບາງຄັ້ງກໍເກີດມີກໍລະນີວ່າ ບັນດານິຕິກຳບໍ່ຊັດເຈນຫຼືຂັດ ແຍ່ງກັນ.

ບໍ່ພຽງເທົ່ານັ້ນ, ສະ ພາບແວດລ້ອມການລົງທຶນ ຍັງກ່ຽວຂ້ອງກັບຄຸນນະພາບພື້ນຖານໂຄງລ່າງ, ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ, ຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີນະວັດຕະກຳ ແລະ ຫົວຄິດປະດິດສ້າງທີ່ຫຼາກຫຼາຍ ເຊິ່ງສິ່ງດັ່ງກ່າວ ພວກເຮົາຍັງ ຈະຕ້ອງສືບຕໍ່ປັບປຸງຢ່າງຮີບ ດ່ວນເຊັ່ນກັນ.

ຢ່າງໃດກໍດີ ເຊື່ອໝັ້ນວ່າ ລັດຖະບານເຮົາຈະສາມາດ ສ້າງພາບພົດທີ່ດີແກ່ຕົນເອງ ໃນການປັບປຸງສະພາບແວດ ລ້ອມການລົງທຶນເພື່ອຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ໃຫ້ມີສະຖຽນລະພາບ ຂຶ້ນກວ່າເກົ່າໄດ້ຢ່າງແນ່ນອນ.

ທີ່​ມາ: ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: