Friday, July 11, 2025
Kbank Laos โอน รับ จ่าย

ມາ​ຮູ້​ຈັກ! ບັນດາລາຍການ ທີ່ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດຢູ່ ສ​ປ​ປ​ລາວ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ແລະ ຄຳແນະນຳ ກ່ຽວກັບການອອກອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ເລກທີ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ເພື່ອຮັບຮອງກິດຈະການອຸດສາຫະກຳ ແລະ ການຄ້າທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ. ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນ ກິດຈະການ ທີ່ມີຄວາມຈຳເປັນຕ້ອງຄຸ້ມຄອງທາງດ້ານເຕັກນິກວິຊາການ ຫຼື ມີເງື່ອນໄຂສະເພາະ ໃນການດຳເນີນທຸລະກິດດັ່ງກ່າວ ໂດຍປະກອບມີ ກິດຈະການ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ການຄ້າພາຍໃນ, ການນຳເຂົ້າ ແລະ ສົ່ງອອກ.


ລາຍການ ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນອີງຕາມລະຫັດສາລະບານ ການຈັດແບ່ງຂະແໜງເສດຖະກິດ ຂອງ ສປປ ລາວ (LSIC) ໂດຍ ແບ່ງເປັນ 3 ຂະແໜງການ ຄື:

1). ລາຍການ ກິດຈະການ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ;

2). ລາຍການ ກິດຈະການ ການຄ້າພາຍໃນ

ແລະ 3). ລາຍການ ກິດຈະການ ການນຳເຂົ້າ ແລະ ສົ່ງອອກ ໂດຍບັນດາລາຍການດ່ັງກ່າວແມ່ນໄດ້ລະບຸຢູ່ໃນຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019.  

). ລາຍການ ກິດຈະການ ການຄ້າພາຍໃນ ແລະ 3). ລາຍການ ກິດຈະການ ການນຳເຂົ້າ ແລະ ສົ່ງອອກ ໂດຍບັນດາລາຍການດ່ັງກ່າວແມ່ນໄດ້ລະບຸຢູ່ໃນຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019.  

ການສະເໜີຂໍໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ປະກອບມີ ເອກະສານ ຄືດັ່ງນີ້:
– ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ  ຕາມແບບພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມການນໍາເຂົ້າ ແລະ ສົ່ງອອກ ກຳນົດ ຕາມກິດຈະການພາຍໃຕ້ຄວາມຮັບຜິດຊອບຂອງກົມ;
– ໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳເນົາ 1 ສະບັບ;
– ໜັງສືແນະນຳ ການຂໍອະນຸຍາດດຳເນີນທຸລະກິດ ທີ່ອອກໂດຍພາກສ່ວນອອກໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳ ເນົາ 1 ສະບັບ. 

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: Viengsana Shipping sole Co.Ltd

ຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຢູ່ແຕ່ລະຂັ້ນ ໃຫ້ມີການແຕ່ງຕັ້ງເປັນ ລາຍລັກອັກສອນ ຄືດັ່ງນີ້:
– ຂັ້ນສູນກາງ ແມ່ນຄະນະກົມຂອງກົມກ່ຽວຂ້ອງ ໂດຍມີຂໍ້ຕົກລົງຂອງຫົວໜ້າກົມ ແຕ່ງຕັ້ງຜູ້ມີສິດເຊັນໃບອະນຸຍາດ ດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ; 
– ຂັ້ນແຂວງ ແມ່ນຄະນະພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍມີຂໍ້ຕົກລົງຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ; 
– ຂັ້ນເມືອງ ແມ່ນຄະນະຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໂດຍມີຂໍ້ຕົກລົງຂອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ. 

ກິດຈະການ ອຸດສາຫະກຳ ແລະ ການຄ້າໃດ ທີ່ບໍ່ມີໃນຕາຕະລາງໃດໜຶ່ງ ທີ່ກຳນົດໃນ ຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ແມ່ນບໍ່ໃຫ້ອອກໃບອະນຸຍາດດຳເນີນທຸລະກິດ, ໃຫ້ປະຕິບັດຕາມທີ່ກຳນົດໃນ ມາດຕາ 5 ຂອງ ຂໍ້ຕົກລົງ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ  09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ.

ທີ່​ມາ: https://www.laotradeportal.gov.la/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.