Friday, March 21, 2025

ທ່ານ​ລຸງ​ນາ​ຍົກ ເອົາ​ໃຈ​ໃສ່ຊຸກຍູ້ສະຫະກອນຜະລິດກາເຟ ຢູ່​ພູ​ພຽງ​ບໍ​ລິ​ເວນ

ໃນຕອນແລງ ຂອງ​ມື້​ວານນີ້, ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມ ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ທີ່ເມືອງບາຈຽງ, ແຂວງຈຳປາສັກ, ໂດຍມີສະຫະກອນຜູ້ຜະລິດກາເຟ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບ ທາງດ້ານການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຫະກອນດັ່ງກ່າວ, ຊຶ່ງເຫັນວ່າ: ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ຮວບຮວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງ ມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປະຈຸບັນ ມີສະມາຊິກທັງໆົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງ ເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ແລະ ລະດັບຄຸນນະພາບ ຂອງເມັດກາເຟ, ຊຶ່ງປະສິດທິພາບຂອງໂຮງງານ ແມ່ນສາມາດຜະລິດໄດ້ 20 ໂຕນ/ມື້.

ສິ່ງທີ່ເປັນຈຸດເດັ່ນຂອງສະຫະກອນ ແມ່ນມີຄວາມຮັບປະກັນຄຸນນະພາບກາເຟ ດ້ວຍເຂົາເຈົ້າເອງ ໂດຍມີການຄວບຄຸມຄຸນນະພາບ ໃນຂະບວນການຜະລິດທຸກຂັ້ນຕອນ ນັບແຕ່ການປູກ ຈົນເຖິງເວລາທີ່ສາມາດດື່ມໄດ້, ຊຶ່ງບໍ່ມີສະຫະກອນໃດ ໃນສປປ ລາວ ທີ່ຮັບປະກັນໄດ້ຄືແນວນັ້ນ, ໃນນັ້ນ ໄດ້ຮັບການຢັ້ງຢືນການຄ້າທີ່ເປັນທຳ ໃນປີ 2009 ພ້ອມທັງ ໄດ້ຮັບການຢັ້ງຢືນ ກະສິກຳອິນຊີ ດ້ວຍມາດຖານ ຂອງອີຢູ, ອາຊີ ແລະ ອາເມີຣິກາເໜືອ ຫຼື ການາດາ ອີກດ້ວຍ, ໝາຍວ່າ ບໍ່ມີການນຳໃຊ້ຝຸ່ນເຄມີ ແລະ ຢາປາບສັດຕູພືດ, ສິ່ງສໍາຄັນ ຍັງເປັນການປົກປັກຮັກສາສິ່ງແວດລ້ອມ, ເພີ່ມເນື້ອທີ່ສີຂຽວ ແລະ ສ້າງແຫຼ່ງທີ່ຢູ່ອາໄສ ຂອງສັດສາວາສິ່ງ ໄປຄຽງຄູ່ກັບການສ້າງເສດຖະກິດ ຂອງຄອບຄົວປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ກາເຟ ມີລາຄາສູງກວ່າລາຄາກາເຟທົ່ວໄປ. ພາຍໃນສະຫະກອນ ຍັງມີການບໍລິຫານ ແບບປະຊາທິປະໄຕ, ສະມາຊິກທຸກຄອບຄົວ ມີສິດເທົ່າທຽມກັນ, ມີຄວາມໂປ່ງໃສ ແລະ ຍຸຕິທຳ, ໃນນັ້ນ ມີຄະນະບໍລິຫານ ສະຫະກອນ ທີ່ເປັນຕົວແທນຂອງຊາວສວນ ຈຳນວນ 8 ທ່ານ, ໂດຍປະກອບດ້ວຍ ຄະນະກໍາມະການບໍລິຫານ ຈໍານວນ 5 ທ່ານ ແລະ ຄະນະກວດກາ ຈໍານວນ 3 ທ່ານ; ມີພະນັກ ງານ ຈຳວນ 35 ທ່ານ ທີ່ເຮັດໜ້າທີ່ຊຸກຍູ້ສົ່ງເສີມ ວຽກງານການຜະລິດກາເຟ ໃຫ້ແກ່ສະມາຊິກສະຫະກອນ ເພື່ອບັນລຸເປົ້າໝາຍການຜະລິດ, ການແປຮູບ, ການເກັບຮັກສາ, ການຕະຫຼາດ ແລະ ບັນຊີ-ການເງິນ.

ນັບແຕ່ປີ 2007 ເປັນຕົ້ນມາ ແມ່ນສາມາດຜະລິດກາເຟ ຂາຍຢູ່ພາຍໃນປະເທດ ໄດ້ຈຳນວນ 57 ພັນກວ່າໂຕນ (ໝາກແດງ), ສະເພາະ ປີ 2017-2018 ແມ່ນຜະລິດໄດ້ 8.300 ໂຕນ ຫຼື 436 ຕູ້ຄອນເທນເນີ, ໃນນັ້ນ ມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນນະພາບ ແລະ ເປັນທີ່ນິຍົມ ມີເກືອບ 7 ພັນໂຕນ. ສໍາລັບຕະຫຼາດຈໍາໜ່າຍ ແມ່ນສົ່ງອອກໄປຈີນ, ເກົາຫຼີໃຕ້, ຍີ່ປຸ່ນ, ສິງກະໂປ, ອົດສະຕາລີ, ນິວຊີແລນ, ຝຣັ່ງ, ສະວິດ, ສະຫະລັດອາເມລິກາ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມກັບຄະນະບໍລິຫານ ແລະ ສະມາຊິກສະຫະ ກອນ, ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ, ຄວາມສາມັກຄີ ແລະ ແບບຢ່າງອັນດີ ຂອງສະຫະ ກອນດັ່ງກ່າວ. ພ້ອມທັງ ມີຄຳເຫັນ ເນັ້ນໜັກ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະ ມາດຖານ ຂອງການຜະລິດ ໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະ ຄຳແນະນຳຂອງຊ່ຽວຊານ, ຫ້າມນຳໃຊ້ສານເຄມີ ເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍ ບັນດາປັດໃຈ ທີ່ພາໃຫ້ມີຜົນສຳເລັດ ໃນໄລຍະຜ່ານມາໃຫ້ກວ້າງຂວາງ, ທັງນີ້ ກໍ່ເພື່ອເຮັດໃຫ້ ກາເຟມີຄຸນນະພາບ, ໄດ້ລາຄາສູງ, ເປັນທີ່ຕ້ອງການຂອງລູກຄ້າ, ການຜະລິດ ກໍ່ມີຄວາມໝັ້ນຍົງ, ສະມາຊິກມີລາຍຮັບ, ສາມາດປະກອບສ່ວນ ໃນການປັບປຸງຊີວິດການເປັນຢູ່ ແລະ ບ້ານຊ່ອງຂອງຕົນ ໃຫ້ຄວາມຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍ່ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ປະຕິບັດນະໂຍບາຍທີ່ເໝາະສົມ ຕໍ່ສະຫະກອນ ເພື່ອໃຫ້ເຂົາເຈົ້າ ສາມາດຜະລິດ ແລະ ເຄື່ອນໄຫວວຽກງານ ຢ່າງມີປະສິດທິຜົນສູງ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່