​ມາ​ຮູ້ຈັກ!​ ຄາດໝາຍສູ້ຊົນໃນການພັດທະນາເສດຖະກິດ-ສັງຄົມ ​ຂອງລັດຖະບານລາວ ​ໃນປີ 2019

ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ບັນດາຈຸດໝາຍລວມ, ເປົ້າໝາຍ ແລະ ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ທັງສຶບຕໍ່ພັດທະນາປະເທດ ໃຫ້ໄປຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030 ແນໃສ່ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດໃຫ້ກ້າວໄປສູ່ສະຖານະເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງ ຕາມທິດເສດຖະກິດ-ສັງຄົມພູມປັນຍາ, ສີຂຽວ ແລະ ຍືນຍົງ ແລະ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.


ລັດຖະບານແຫ່ງ ສປປ ລາວ ໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປະຈໍາປີ 2019 ສະບັບເລກທີ 560/ນຍ, ລົງວັນທີ 31 ທັນວາ 2018. ຈຸດປະສົງຂອງຂອງດໍາລັດສະບັບນີ້ ແມ່ນກໍານົດທິດທາງ-ໜ້າທີ່ລວມ, ຄາດໝາຍສູ້ຊົນ, ວຽກງານຈຸຸດສຸມຕົ້ນຕໍ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປະຈໍາປີ 2019 ໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ລັດຖະບານ ແຫ່ງ ສປປ ລາວ ໄດ້ວາງຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນນັ້ນ, ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂື້ນໃນອັດຕາ 6,7% ຂື້ນໄປ ແລະ ສ້າງມູນຄ່າເພີ່ມຕາມລາຄາໃນປີ ໃຫ້ໄດ້ປະມານ 165,475 ຕື້ກີບ, GDP ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.726 ໂດລາສະຫະລັດ, ຄິດໄລ່ເປັນ (GNI) ລາຍໄດ້ແຫ່ງຊາດຈະມີມູນຄ່າ 2.317 ໂດລາສະຫະລັດ. ອັດຕາການເຕີບໂຕ ຂອງຂະແໜງການກະສິກໍາ ເພີ່ມຂື້ນ 2,8% ຂອງ GDP; ຂະແໜງອຸດສາຫະກໍາ ເພີ່ມຂື້ນ 8,3%; ກວມເອົາປະມານ 32,2% ຂອງ GDP; ຂະແໜງບໍລິການ ເພີ່ມຂຶ້ນ 6,6% ; ກວມເອົາປະມານ 41,7% ຂອງ GDP; ພາສີຈາກການນໍາເຂົ້າ ເພີ່ມຂຶ້ນ 7,0% ກວມເອົາປະມານ 10,8% ຂອງ GDP.

ຂໍ້ມູນພາບ: http://kpl.gov.la

ທາງດ້ານເສດຖະກິດມະຫາພາກ ຈະຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເກີນ 5% ຕໍ່ປີ, ຄວບຄຸມປະລິມານເງິນ (M2) ເພີ່ມຂຶ້ນບໍ່ໃຫ້ເກີນ 20% ທຽບໃສ່ປີຜ່ານມາ, ລວມຍອດລາຍຮັບເຂົ້າງົບປະມານໃຫ້ໄດ້ 26.305, 29 ຕື້ກີບ, ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78%, ສໍາລັບລາຍຈ່າຍລວມ ບໍ່ໃຫ້ເກີນ 33.394,07 ຕື້ກີບ. ການຂາດດຸນທາງດ້ານງົບປະມານ ບໍ່ໃຫ້ເກີນ 7.288,78 ຕື້ກີບ ເທົ່າກັບ 4,28% ຂອງ GDP.

ຂໍ້ມູນພາບ: http://www.shareyouressays.com

ຂະແໜງການລົງທຶນຂອງລັດລວມທັງໝົດໃຫ້ປະຕິບັດໄດ້ 44.347,30 ຕື້ກີບ ຫຼື ເທົ່າກັບ 26,80% ຂອງ GDP. ໃນນັ້ນ, ການລົງທຶນຂອງລັດຈາກງົບປະມານພາຍໃນໃຫ້ປະຕິບັດໄດ້ 4.359,82 ຕື້ກີບ ກວມເອົາ 9,83% ຂອງທຶນລວມທັງໝົດ (ເທົ່າກັບ 2,63% ຂອງ GDP). ດ້ານການຜະລິດ ລັດຖະບານວາງເປົ້າ: ຜະລິດເຂົ້າໃຫ້ໄດ້ປະມານ 4,4 ລ້ານໂຕນ, ກາເຟ 160.000 ໂຕນ, ສາລີອາຫານສັດ 1 ລ້ານໂຕນ, ມັນຕົ້ນ 2,28 ລ້ານໂຕນ, ຊີ້ນ 199.210 ໂຕນ, ໄຂ່ 43.770 ໂຕນ, ປາ 215.000 ໂຕນ, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 12.386 ຕື້ກີບ, ສູ້ຊົນການຜະລິດກະແສໄຟຟ້າໃຫ້ໄດ້ປະມານ 33.874 ລ້ານກິໂລວັດໂມງ, ສູ້ຊົນມູນຄ່າການຜະລິດແຮ່ທາດໃຫ້ໄດ້ 11.864 ຕື້ກີບ.

ທາງດ້ານການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ການບໍລິການ) 64.375 ຕື້ກີບ, ມູນຄ່າການສົ່ງອອກໃຫ້ບັນລຸ 5.516 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າໃຫ້ບັນລຸ 5.775 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 259 ລ້ານໂດລາສະຫະລັດ. ດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ 4,5 ລ້ານເທື່ອຄົນ, ນໍາເງິນຕາເຂົ້າປະເທດ ປະມານ 700 ລ້ານໂດລາສະຫະລັດ.

ຂໍ້ມູນພາບ: http://www.visit-laos.com

ເພື່ອໃຫ້ດໍາລັດດັ່ງກ່າວຈັດຕັ້ງປະຕິບັດໃຫ້ບັນລຸຕາມເປົ້າໝາຍ ຫຼື ເກີນເປົ້າໝາຍນັ້ນ ແມ່ນໜ້າທີ່-ພາລະບົດບາດຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຜັນຂະຫຍາຍຕາມໜ້າທີ່ ແລະ ພາລະບົດບາດຂອງຕົນເອງຢ່າງເອົາຈິງເອົາຈັງ.​

ທີ່​ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,