ມາ​ຮູ້​ຈັກ! ເຂົ້າ​ຕົ້ມ​ມັດ​ໃຫ​ຍ່ ໃນ​ເທດ​ສະ​ການ​ບຸນ​ກຸດ​ຫວຽດ-ຈີນ

ເມື່ອກ້າວເຂົ້າສູ່ເທສະການປີໃໝ່ຈີນ-ຫວຽດນາມປີ ໃດ ເຮົາມັກຈະນຶກເຖິງເຫດການທີ່ມີຄວາມຕື່ນຕາຕື່ນໃຈກັບການແຫ່ສິງໂຕເພື່ອ ເປັນການໄປອວຍພອນໃຫ້ ໂຊກໄຊຫ້າງຮ້ານ, ສຳນັກງານອົງການຕ່າງໆ ແລະ ຄຽງຄູ່ກັນນັ້ນກໍແມ່ນ “ເຂົ້າຕົ້ມຫໍ່ໃຫຍ່” ເປັນຮູບສີ່ລ່ຽມ ຫຼື ກົມຍາວມີຂະໜາດແຕ່  500 ກຣາມໄປຈົນເຖິງ 1 ກິ ໂລກຣາມທີ່ຫຸ້ມຫໍ່ດ້ວຍຕອງລຽງ, ທາງໃນຈະມີໝາກຖົ່ວຂຽວຕຳໃຫ້ມຸ່ນໆ ພ້ອມກັບຊີ້ນໝູສາມຊັ້ນປະມານ  200 ກຣາມ ປົນກັບເກືອ ແລະ ພິກໄທດຳ ແລ້ວມາຫໍ່ມັດເຂົ້າກັນດ້ວຍຕອກ ແລ້ວມາຕົ້ມຢ່າງໜ້ອຍໃຊ້ເວລາປະມານ 24 ຊົ່ວໂມງຈຶ່ງຈະເຮັດໃຫ້ມີລົດຊາດຫອມນຸ່ມນວນດີ.

ຕາມຕຳນານຂອງຊາວ ຈີນ-ຫວຽດນາມໃຫ້ຮູ້ວ່າ: ເຂົ້າຕົ້ມໃຫຍ່ນີ້ ບໍ່ແມ່ນເຮັດຂຶ້ນມາເພື່ອກິນແຊບໃນເທສະການເທົ່ານັ້ນ ແຕ່ມີຄວາມ ໝາຍຄວາມສຳຄັນຫຼາຍ ອາດເວົ້າໄດ້ວ່າມັນເປັນສິ່ງ ໜຶ່ງໃນງານບຸນປະເພນີປີ ໃໝ່ດັ່ງກ່າວ. ເພາະວ່າໃນ ເຂົ້າຕົ້ມໃຫຍ່ນີ້ ເຮັດຂຶ້ນມາ ບົນພື້ນຖານຄະຕິຄວາມເຊື່ອຖືຂອງບັນພະບູລຸດ ເລື່ອງ ຄວາມອຸດົມສົມບູນຂອງ ໂລກທີ່ເຮົາຢູ່. ໃນເຂົ້າຕົ້ມ ໃຫຍ່ມີສ່ວນປະກອບຕົ້ນຕໍຢູ່ 3 ຢ່າງຄື:

1) ໃບຕອງຫຸ້ມ ຫໍ່ ແລະ ໄມ້ຕອກມັດເຂົ້າຕົ້ມ ເປັນຕົວແທນຂອງແຜ່ນດິນ -ນໍ້າ,

2) ເຂົ້າໜຽວ, ໝາກຖົ່ວເຫຼືອງ ຫຼື ຖົ່ວຂຽວ ແລະ ພິກໄທ ເປັນຕົວແທນຄວາມ ອຸດົມສົມບູນຂອງພືດພັນທັນ ຍາຫານ ແລະ

3) ຊີ້ນ, ນໍ້າມັນ ເປັນຕົວແທນຂອງຄົນ ແລະ ສັດສາວາສິ່ງເມື່ອ ເອົາມາ ລວມເຂົ້າກັນຈົນໄດ້ເຂົ້າຕົ້ມ ຫໍ່ໃຫຍ່ ຈຶ່ງປຽບເໝືອນໜ່ວຍໂລກຂອງເຮົາ.

ດັ່ງນັ້ນ, ຊາວຈີນ ແລະ ຫວຽດນາມ ເມື່ອເຖິງເທສະການປີໃໝ່ ຈຶ່ງໄດ້ພ້ອມພຽງ ກັນເຮັດເຂົ້າຕົ້ມໄວ້ເພື່ອເປັນ ເຄື່ອງບູຊາແດ່ບັນພະບູລຸດ ຜູ້ລ່ວງລັບໄປໄດ້ຮ່ວມສະຫຼອງນຳ. ນອກຈາກນີ້ແລ້ວ ຍັງເອົາໄວ້ລ້ຽງແຂກຄົນທີ່ມາຢ້ຽມຢາມ ແລະ ເປັນຂອງ ຝາກຂອງຕ້ອນສຳລັບວັນບຸນດັ່ງກ່າວ ແລະ ເຖິງແມ່ນວ່າ ຈະໄປຢູ່ບ້ານອື່ນເມືອງໄກພຽງໃດກໍຕາມ ຊາວຈີນ ແລະ ຫວຽດນາມຕ້ອງໄດ້ເຮັດເຂົ້າຕົ້ມບໍ່ໄດ້ຂາດ ດັ່ງທີ່ເຮົາພົບເຫັນຢູ່ບ້ານເຮົາໃນປັດຈຸບັນ ເຊິ່ງບາງຄົນນອກຈາກ ເຮັດໄວ້ພຽງພໍສຳລັບຕົນ  ແລ້ວຍັງເຮັດເພື່ອເປັນສິນຄ້າຈຳໜ່າຍໃຫ້ສັງຄົມເພື່ອ ທຸກຄົນສາມາດຊື້ມາກິນ    ແລະ ເອົາໄວ້ບູຊາໃນງານບຸນດັ່ງກ່າວໄດ້ອີກດ້ວຍ./.

ບົດ​ຄວາມນີ້​ຂຽນ​ໂດຍ: ຄຳ​ພຸດ​ ເທບ​ພະ​ນົມ ນັກ​ຂ່າວ​ແຫ່ງ​ໜັງ​ສື​ພິມ ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: