ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ​ທີ່​ຈະ​ໄດ້​ຮັບ ຈາກ​ໂຄງ​ການ​ເຂດ​ພັດ​ທະ​ນາ​ວັງ​ວຽງ​ໃໝ່

​ບົດ​ຄວາມນີ້ ເປັນ​ບົດ​ຂຽນ​ຂອງ ນາມ​ປາກ​ກາ ທິດກ່ຳ ເຊິ່ງ​ເປັນ​ນັກ​ຂ່າວ ໜັງ​ສື​ພິມ​ລາວ​ພັດ​ທະ​ນາ ເຊິ່ງ​ເພິ່ນ​ໄດ້​ຂຽນ​ວ່າ:

ດັ່ງທິດກໍ່າໄດ້ຂຽນບົດຂ່າວອອກໄປເມື່ອວັນທີ 28 ມັງກອນຜ່ານມານັ້ນວ່າ ໂຄງການພັດທະນາເຂດວັງວຽງ ໃໝ່ເປັນວິໄສທັດ, ເປັນບາດກ້າວໃໝ່ ແລະ ທັງເປັນປັດໄຈ ຂອງຄວາມຈະເລີນຮັງມີ ຂອງປະຊາຊົນບັນດາເຜົ່າໃນເຂດເມືອງວັງວຽງໃນອະນາຄົດ. ພິເສດ, ອັນທີ່ຈະເຫັນ ໄດ້ຢ່າງຈະແຈ້ງກໍຄື ເຂດເມືອງວັງວຽງໃໝ່ຈະກາຍເປັນສູນກາງການ    ທ່ອງທ່ຽວໃນຕໍ່ໜ້າ ແລະ ຍາວນານຂອງປະເທດ.

ຕາມການ ໃຫ້ສໍາພາດ ຂອງທ່ານເຈົ້າ ເມືອງ ວັງວຽງ ຄໍາຜອງ ດວງວິໄລ ໄດ້ກ່າວວ່າ: ຖ້າຫາກໂຄງການນີ້ ເກີດ ຂຶ້ນຕາມຄວາມຫວັງ ແລະ ເປັນຈິງແທ້ແມ່ນຈະເຮັດໃຫ້ ຊາວເມືອງວັງວຽງມີການປ່ຽນແປງຊີວິດໃໝ່ ແລະ ກ້າວສູ່ການພັດທະນາຢ່າງວ່ອງໄວ, ປະຊາຊົນຈະ ບໍ່ມີໃຜຢູ່ລ້າ, ທຸກບ້ານ, ທຸກ ຄອບຄົວ ແລະ ທຸກຄົນລ້ວນ ແລ້ວແຕ່ ມີວຽກເຮັດງານທໍາ, ມີການຜະລິດສິນຄ້າທີ່ຫລາກຫລາຍເພື່ອສະໜອງ ແລະ ຈໍາໜ່າຍຍ້ອນ ວ່າເປົ້າໝາຍຂອງໂຄງການ ພັດທະນານີ້ ແມ່ນສ້າງໃຫ້ ເປັນແຫລ່ງທ່ອງທ່ຽວແບບ ຍືນຍົງ ແລະ ສີຂຽວຍົກສູງ ຊີວິດການເປັນຢູ່ ແລະ ເປັນ ການເພີ່ມລາຍຮັບໃຫ້ປະຊາຊົນ.

ເມື່ອຕັ້ງໂຈດກັນວ່າ: ໂຄງການພັດທະນາເຂດໃໝ່ວັງວຽງຈະມີຫຍັງແດ່ເກີດຂຶ້ນ ແລະ ຜົນປະໂຫຍດເບື້ອງ ປະຊາຊົນເດ? ຄໍາຕອບ ກໍຄືມີຫລາກຫລາຍຢ່າງຄົບເຄື່ອງ, ຈະສ້າງໃຫ້ເປັນ ແຫລ່ງທ່ອງທ່ຽວທີ່ເຕັມໄປດ້ວຍທໍາມະຊາດສີຂຽວ,   ນໍ້າສີຟ້າ, ພູເງິນພູຄໍາ, ເປັນບ່ອນພັກຜ່ອນ, ທ່ອງທ່ຽວ, ຊື້ສິນຄ້າ, ມີລະບົບພື້ນຖານ ໂຄງລ່າງທີ່ໝັ້ນຄົງມາດຕະຖານທຸກຢ່າງເຊັ່ນ: ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ, ສະຖາບັນການ ສຶກສາ, ວັດວາອາຮາມ, ສູນວັດທະນຳທໍາກາຍເປັນສະຫວັນເທິງດິນຂອງນັກທ່ອງທ່ຽວ.

ສ່ວນວ່າເບື້ອງຜົນປະໂຫຍດຂອງປະຊາຊົນນັ້ນ ກໍນັບແຕ່ການໃຫ້ບໍລິການພັກແຮມ (Home stay), ມີການຜະລິດ ແລະ ຈໍາໝ່າຍສິນຄ້າ, ມີລາຍຮັບເພີ້ມຂຶ້ນ, ມີກອງທຶນ ແລະ ມີເງິນໃນເມື່ອມີນັກທ່ອງທ່ຽວເພີ່ມ ຂຶ້ນກໍາລັງການຜະລິດ ແລະ ການຊື້ຂາຍສີນຄ້າຕ່າງໆ ກໍເພີ້ມຂຶ້ນ, ນີ້ຄືກົດເກນການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມຂອງທ້ອງຖິ່ນກໍຄືຂອງຊາດ.

ແນວໃດກໍດີ, ຕາມເຮົາ ວ່າ ກວ່າຈະເດີນທາງໄປ ຮອດຈຸດນັ້ນ ມັນກໍຕ້ອງມີ ຫລາຍຂັ້ນຕອນ ແລະ ຕ້ອງໄດ້ໃຊ້ເວລາໃນການສ້າງສາ ພັດທະນາ, ປັດຈຸບັນຫາກໍມີ ຂໍ້ລິເລີ້ມອອກແບບ ແລະ ເລີ່ມສໍາຫລວດໃນຈໍານວນ ເນື້ອທີ່ເປົ້າຫມາຍ 7.500 ກວ່າເຮັກຕາ. ໃນນີ້ໄດ້ກວມ ເອົາເນື້ອທີ່ທໍາມະຊາດຂອງ ລັດ ແລະ ການຜະລິດຂອງ ປະຊາຊົນ 20 ກວ່າບ້ານ. ໃນ ຈໍານວນພື້ນທີ່ທັງໝົດທີ່ກ່າວມານີ້, ແມ່ນຈະໄດ້ສ້າງ ເປັນເຂດພັດທະນາວັງວຽງ ໃໝ່, ສ່ວນເທສະບານ ເມືອງ ເກົ່າທີ່ມີໃນປັດຈຸບັນກໍຈະຖືກບູລະນະປັບປຸງ ແລະ ກໍ່ ສ້າງຄວບຄູ່ໄປຕາມແນວ ທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືການ ຂະຫຍາຍຕົວເສດຖະກິດ-ສັງຄົມຂອງປະເທດ.

ເຖິງຢ່າງໃດກໍດີ, ຕາມ ການລາຍງານຂອງອໍານາດການປົກຄອງທ້ອງຖິ່ນ  ແລະ ບໍລິສັດຜູ້ທີ່ຈະລົງມືໃນໂຄງການພັດທະນານີ້ໃຫ້ຮູ້ວ່າ: ພາລະກິດເລີ້ມຕົ້ນຕ້ອງໄດ້ ລົງສໍາຫລວດພາຍໃນກໍານົດເວລາ 18 ເດືອນ, ຫລັງ ຈາກສໍາເລັດແລ້ວ,ຈຶ່ງຈະໄດ້ລາຍງານຂັ້ນເທິງເພື່ອ ຂໍທິດຊີ້ນໍາ ແລະ ຕ້ອງໄດ້ດໍາ ເນີນໄປຕາມຂັ້ນຕອນ, ທັງວິເຄາະເບິ່ງຜົນໄດ້ຜົນເສຍ, ເຊິ່ງກ່ອນອື່ນໝົດແມ່ນ ເບື້ອງຜົນປະໂຫຍດຂອງ ປະຊາຊົນຕ້ອງມາກ່ອນ, ແຕ່ ເຮົາກໍເຊື້ອໝັ້ນຢ່າງແນ່ວແນ່ວ່າ: ຖ້າຫາກໂຄງການ ນີ້ເກີດຂຶ້ນຈິງ ຈະເປັນປັດໄຈ ແລະ ເງື່ອນໄຂກະຕຸກຊຸກຍູ້ ໃຫ້ຄົນເມືອງວັງວຽງຈະເລີນຮັ່ງມີ ແລະ ແນ່ນອນ ເມືອງວັງວຽງ ກໍຈະກາຍເປັນສູນກາງການທ່ອງ ທ່ຽວລະດັບຊາດ ແລະ ສາກົນຢ່າງແທ້ຈິງ./.

ທີ່​ມາ​: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,