ໄຟ​ຟ້າ​ລາວ ມີ​ແຜນ​ປັບ​ປຸງ​ຂອດ​ການ​ຕິດ​ຕັ້ງ ເພື່ອ​ຫຼຸດ​ອອກ​ຈາກ​ທ້າຍ​ຕາ​ລາງ​ອາ​ຊຽນ

ກົມ​ຄຸ້ມ​ຄອງ​ພະ­ລັງ­ງານ ແລະ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າລາວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້ຈັດ​ກອງ​ປະ­ຊຸມ​ຖອດ​ຖອນ​ບົດ­ຮຽນ​ ການ​ຄຸ້ມ​ຄອງ ແລະ ດຳ­ເນີນ​ທຸ­ລະ​ກິດ​ ບໍ­ລິ­ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າ ປະ­ຈຳ​ປີ 2018 ເຊິ່ງໄດ້ຊີ້ໃຫ້ເຫັນຂໍ້ບົກຜ່ອງ ໃນໄລຍະຜ່ານມາ, ພ້ອມທັງມີແຜນ​ປັບປຸງ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ ການ​ໃຫ້​ບໍລິການຕິດຕັ້ງໄຟຟ້າຮັບໃຊ້ປະຊາຊົນ ​ໃຫ້​ສັ້ນ​ລົງ ຈາກ 6 ຂັ້ນ​ຕອນ​ມາ​ເປັນ 3 ຂັ້ນ​ຕອນ ແລະ ຈາກ 134 ວັນ​ມາ​ເປັນ 50 ວັນ.

ທ່ານ ທອງ​ພັດ ອິນ​ທະ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກ່າວ​ວ່າ: ການ​ພັດທະ­ນາ​ອຸດ­ສາ­ຫະ­ກຳ​ພະ­ລັງ­ງານກໍ​ຄື​ການ​ດຳ­ເນີນ​ກິດ­ຈະ­ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ​ແມ່ນ​ຫລີກ​ລ້ຽງ​ບໍ່​ໄດ້ ​ທີ່​ຈະ​ມີ​ຈຸດ​ອ່ອນ ແລະ ຂໍ້​​ບົກ​ຜ່ອງ​ ທີ່​​ຕ້ອງ​ໄດ້​ພ້ອມ​ກັນ ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື ແລະ ແກ້​ໄຂ ເປັນ­ຕົ້ນ ຂອດ​ການ​ໃຫ້​ບໍ­ລິ­ການ​ຕິດ​ຕັ້ງ​ໄຟ­ຟ້າ​ຊັກ​ຊ້າ ເຮັດ​ໃຫ້​ມີ​ຫາງ​ສຽງ​ຈົ່ມ​ວ່າ​ຈາກ​ສັງ­ຄົມ ກໍ​ຄື ຜູ້​ຊົມ­ໃຊ້ເຊິ່ງລັດວິສາຫະກິດໄຟຟ້າລາວ ຕ້ອງຮີບຮ້ອນແກ້ໄຂ​ບັນຫາ​ດັ່ງກ່າວ ໃຫ້ສອດຄ່ອງ ແລະ ເໝາະສົມ. ປັດ ຈຸ­ບັນ ​ອີງ​ຕາມ​ການ​ປະ​ເມີນ​ຂອງ​ທະ­ນາ­ຄານ​ໂລກ​ປີ 2017 ດັດ­ຊະ­ນີ​ຍ່ອຍ​ຕົວ​ຊີ້​ວັດ​ການ​ຕິດ​ຕັ້ງ​ໄຟ­ຟ້າ​ລາວ​ ແມ່ນ​ຕິດ​ອັນ​ດັບ​ທີ 155 ຂອງ​ໂລກ ແລະ ເປັນ​ອັນ​ດັບ​ທ້າຍ​ສຸດ​ໃນ​ອາ​ຊຽນ (ມຽນ​ມາ ອັນ​ດັບ 149 ແລະ ກຳ­ປູ­ເຈຍ ອັນ​ດັບ 136). ສະ­ນັ້ນ ຕ້ອງ​ໄດ້​ພັດທະນາໃຫ້ກ້າວ​ຂຶ້ນ​ເລື້ອຍໆ ເພື່ອ​ແນ­ໃສ່​ເຮັດ​ໃຫ້​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ການ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝ ຕາມ​ທິດ​ພັດ­ທະ­ນາ​ແບບ​ເປັນ​ມິດ​ກັບ​ສິ່ງ ແວດລ້ອມ ແລະ ມີ​ລັກ­ສະ­ນະ​ຍືນ​ຍົງ ມີ​ຜົນ­ສຳ­ເລັດ​ເປັນ​ກ້າວໆ.

ທ່ານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ​ໃຫ້​ຮູ້​ອີກ​ວ່າ: ວຽກ​ງານ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ໄຟ­ຟ້າ ແມ່ນ​ວຽກ​ງານ​ສຳ­ຄັນ​ທີ່​ພົວ­ພັນ​ເຖິງ​ການ­ເຄື່ອນ­ໄຫວ ທຸກ​ກຸ່ມ​ເປົ້າ​ໝາຍ​ຂອງ​ຜູ້​ຊົມ­ໃຊ້ ຢູ່​ໃນ​ທົ່ວ​ສັງ­ຄົມ ເພື່ອໃຫ້ສາມາດເຂົ້າ​ເຖິງ​ການ​ຊົມ­ໃຊ້​ກະ­ແສ​ໄຟ­ຟ້າ​ ໃຫ້​ມີ​ຄວາມ​ສະ­ດວກ​ສະ­ບາຍ ເຊິ່ງໃນ​ໄລ­ຍະ​ຜ່ານ​ມາ ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ ພະ­ລັງ­ງານ​ໄຟ­ຟ້າ​ຢູ່​ລາວ​ ໄດ້​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ໜັກ​ແໜ້ນສົມຄວນ. ມາ​ຮອດ​ປັດ­ຈຸ­ບັນ ປະ­ເທດ​ລາວ​ມີ​ແຫລ່ງ​ ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ທັງ​ໝົດ 61 ແຫ່ງ ລວມ​ກຳ­ລັງ​ການ​ຕິດ​ຕັ້ງ 7.207 ເມ​ກາ​ວັດ, ສາ­ມາດ​ຜະ­ລິດ​ພະ­ລັງ­ງານ​ໄຟ­ຟ້າ​ໄດ້ 37.366 ກິ​ກາ​ວັດ​ໂມງ​ຕໍ່​ປີ. ໃນ​ນີ້, ມີ​ເຂື່ອນ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ ຂະ­ໜາດ​ກາງ​ຫາ​ໃຫຍ່ 32 ແຫ່ງ, ເຂື່ອນ​ຂະ­ໜາດ​ນ້ອຍ 15 ເມ​ກາ​ວັດ​ລົງ​ມາ​ມີ 21 ແຫ່ງ, ໄຟ­ຟ້າ​ຖ່ານ​ຫີນ 1 ແຫ່ງ, ໄຟ­ຟ້າ​ພະ­ລັງ­ງານ​ທົດ​ແທນ 2 ແຫ່ງ ແລະ ໂຄງການ​ໄຟ­ຟ້າ​ແສງ​ຕາ­ເວັນ 5 ແຫ່ງ. ພ້ອມ​ນີ້​, ຍັງ​ມີ​ໂຄງ­ການ​ກໍ່­ສ້າງ​ແຫລ່ງ​ ຜະ­ລິດ​ພະ­ລັງ­ງານ​ໄຟຟ້າ ທີ່​ພວມ​ດຳ­ເນີນ​ການ​ກໍ່­ສ້າງ ແລະ ຄາດ​ວ່າ​ຈະ​ສຳ­ເລັດ​ປີ 2019-2020 ຈຳ­ນວນ 36 ໂຄງ­ການ ມີ​ກຳ­ລັງ​ຕິດ​ຕັ້ງ 4.184 ເມ​ກາ​ວັດ ສາ­ມາດ​ຜະ­ລິດ​ພະ­ລັງ­ງານ​ໄດ້ 20.892,99 ກິ​ກາ​ວັດ​ໂມງ​ຕໍ່​ປີ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,