​ສອງ​ປະ​ເທດ ລາວ-ໄທ ແລກປ່ຽນບົດຮຽນການຄຸ້ມຄອງທີ່ດິນ

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ (ກຊສ) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄ້ອງທີ່ດິນຂອງລາວ ຮ່ວມກັບລາຊະອານະຈັກໄທ ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງດັ່ງກ່າວ, ທ່ານກຽດຕິຄຸນ ຊາດປະເສີດ ເອກອັກຄະລາຊະທູດ ລາຊະອານະຈັກໄທ ປະຈໍາລາວ ແລະ ອະທິບໍດີກົມທີ່ດິນ ກະຊວງມະຫາໄທ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຫົວໜ້າກົມທີ່ດິນ ໄດ້ນໍາສະເໜີລະບົບການຈັດການທີ່ດິນຂອງລາວວ່າ: ໂຄງການປະກອບການເຮັດວຽກຂອງທີ່ດິນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ, ມີນະໂຍບາຍກ່ຽວກັບທີ່ດິນຕາມກົດໝາຍຂອງລາວ, ມີການຈັດສັນທີ່ດິນ, ຂຶ້ນທະບຽນທີ່ດິນ, ປະເມີນລາຄາທີ່ດິນ-ສິ່ງປຸກສ້າງ ແລະ ຂໍ້ມູນໃນການຄຸ້ມຄອງ.

ພ້ອມນີ້, ນັກວິຊາການຝ່າຍໄທ ກໍໄດ້ລາຍງານກ່ຽວກັບຫລັກການຄຸ້ມຄອງທີ່ດິນຂອງລັດ ແລະ ທີ່ດິນພົນລະ ເມືອງໃນໄທ, ການແບ່ງລະດັບການຄຸ້ມຄອງທີ່ດິນແຕ່ລະປະເພດ, ແຕ່ລະຂະແໜງການ, ການແກ້ໄຂຂໍ້ຂັດແຍ່ງທີ່ດິນ, ສິດທິຂອງຄົນຕ່າງປະເທດເລື່ອງທີ່ດິນ, ການຄຸ້ມຄອງອະສັງຫາລິມະຊັບ ລວມທັງກຳມະສິດຂອງຄົນຕ່າງປະເທດໃນຄອນໂດມິນຽມ, ອາພາດເມັນ ແລະ ເຮືອນ, ການເຊົ່າ ແລະ ສໍາປະທານທີ່ດິນຂອງຄົນຕ່າງປະເທດ, Lands maps RTK ແລະ ການປະເມີນລາຄາຊັບສິນພາກລັດໃນປະເທດໄທ.

ເຈົ້າໜ້າທີ່ເຂັ້ມງວດເກືອດຫ້າມ ບັ້ງກະໂພກ ແລະ ວັດຖຸໄວໄຟອື່ນໆ ໃນໄລຍະບຸນປີໃໝ່ປະຈຳຊາດ ຫວຽດ ນາມ ແລະ ຈີນ.

ເພື່ອເຮັດໃຫ້ການສະເຫລີມສະຫຼອງບຸນປີໃໝ່ປະຈຳຊາດ ຫວຽດນາມ ແລະ ຈີນ ຢູ່ລາວ ມີບັນຍາກາດຝົດຟື້ນ ແລະ ປ້ອງກັນອັກຄີໄພ, ໃນວັນທີ 30 ມັງກອນ ນີ້, ເຈົ້າໜ້າທີ່ ພະແນກ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ເຈົ້າໜ້າທີ່ ຕຳຫລວດສະກັດກັ້ນ ແລະ ມອດໄຟ ນະຄອນຫລວງວຽງຈັນ ໄດ້ລົງກວດກາສິນຄ້າ ໂດຍສະເພາະ ບັ້ງກະໂພກ ແລະ ກວດກາລະບົບຟືນໄຟ ຢູ່ສູນການຄ້າຕະຫລາດຊັ່ງຈຽງ ແລະ ຕະຫລາດຫລາຍແຫ່ງໃນ ນະຄອນຫລວງວຽງຈັນ ເພື່ອຮັບປະກັນຄວາມປອດໄພ.

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດ ນາມ ແລະ ສປ ຈີນ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເຖິງບັນ ດາຫົວໜ່ວຍທຸລະກິດຜູ້ນຳເຂົ້າ ແລະ ຜູ້ຈຳໜ່າຍສິນຄ້າ, ຜູ້ປະກອບການທຸລະກິດຕະຫລາດ, ສູນການຄ້າ, ຮ້ານຊັບພະສິນຄ້າ ແລະ ສະຖານທີ່ຈຳໜ່າຍອື່ນໆ, ລວມທັງປະຊາຊົນລາວບັນດາເຜົ່າ ແລະ ຊາວຕ່າງປະເທດໃນທົ່ວນະຄອນຫລວງວຽງຈັນ ຫ້າມນຳເຂົ້າ, ຈຳໜ່າຍ ແລະ ມີໄວ້ຄອບຄອງ ວັດຖຸມີສຽງແຕກເຊັ່ນ: ບັ້ງກະໂພກ, ດອກໄມ້ໄຟ, ບັ້ງພຸ ແລະ ວັດຖຸເປັນແສງໄຟທີ່ເປັນອັນຕະລາຍຕໍ່ຊິວິດ ແລະ ຊັບສິນຂອງສັງຄົມ, ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນຫລວງວຽງຈັນ, ແນໃສ່ຊຸກຍູ້ຫົວໜ່ວຍທຸລະກິດການຄ້າໃຫ້ເຄື່ອນໄຫວຖືກຕ້ອງສອດຄ່ອງຕາມກົດໝາຍ. ຖ້າຫາກບຸກຄົນ ຫລື ນິຕິບຸກຄົນໃດລະເມີດຕໍ່ແຈ້ງການສະບັບນີ້, ຈະໄດ້ຢຶດເອົາສິນຄ້າດັ່ງກ່າວ.

ພ້ອມທັງປັບໄໝແຕ່ 1 ລ້ານ ຫາ 5 ລ້ານກີບ/ຄັ້ງ, ຕໍ່ກໍລະນີເຮັດເປັນປະຈຳແມ່ນຈະຖືກດຳເນີນຄະດີຕາມລະ ບຽບກົດໝາຍ ແລະ ໄດ້ມອບໝາຍໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເປັນເຈົ້າການສົມທົບກັບອົງການປົກຄອງເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານ ແລະ ອົງການປົກ ຄອງບ້ານ ລົງໂຄສະນາເຜີຍແຜ່ແຈ້ງການດັ່ງກ່າວ, ໃຫ້ປະຊາຊົນ, ບັນດາຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃນຂອບເຂດເມືອງຂອງຕົນ ໄດ້ຮັບຊາບເພື່ອໃຫ້ຢຸດຕິການນຳເຂົ້າ ແລະ ຈໍາໜ່າຍສິນຄ້າຕ້ອງຫ້າມດັ່ງກ່າວ.

ທີ່​ມາ: ໜັງ​ສື​ພິມ​ ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,