Saturday, April 26, 2025
Kbank Laos โอน รับ จ่าย

​ສຸດຍອດ! ຜະລິດຕະພັນ ຫວາຍ-ໄມ້ປ່ອງ ສ້າງລາຍຮັບແກ່ປະຊາຊົນທ້ອງຖິ່ນ

ໂຄງການຫວາຍແບບຍືນຍົງ ຂອງ ອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ຈຸດປະສົງຂອງໂຄງການ ເພື່ອຮັບປະກັນການຮັບຮອງປ່າໄມ້, ສ້າງສາຍການຜະລິດຫວາຍທີ່ມີຄວາມຍືນຍົງ ແລະ ພັດທະນາການລົງທຶນ ທີ່ຍືນຍົງສໍາລັບທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອລົງທຶນ, ພ້ອມທັງສ້າງສະພາບແວດລ້ອມ ທີ່ເໝາະສົມສໍາລັບການພັດ ທະນາສາຍພັນຫວາຍ ແລະ ໄມ້ປ່ອງ.

ໂດຍຮ່ວມມືກັບສູນຄົ້ນຄວ້າປ່າໄມ້/ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມປ່າໄມ້ ທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດ IKEA ແລະ ອົງການພັດທະນາ ແລະ ການຮ່ວມມື ຂອງປະເທດສະວິດເຊີແລນ (SDC), ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 6 ເມືອງ ຂອງແຂວງ ບໍລິຄຳໄຊ, ເຊກອງ ແລະ ແຂວງສາລະວັນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.