Sunday, February 16, 2025

​ລມ​ຕ ພະລັງງານ-ບໍ່ແຮ່ ຍອມຮັບຜ່ານມາການບໍລິການໄຟຟ້າຍັງບໍ່ດີເທົ່າທີ່ຄວນ

ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຄໍາມະນີ ອິນທິລາດ ຍອມຮັບວ່າຜ່ານມາການບໍລິການຂອງຂະແໜງໄຟຟ້າຍັງບໍ່ດີເທົ່າທີ່ຄວນ, ອັນໄດ້ເຮັດໃຫ້ສາກົນຈັດອັນດັບດ້ານການຕິດຕັ້ງໄຟຟ້າຂອງປະເທດເຮົາຢູ່ລາກທ້າຍໝູ່ໃນບັນດາປະເທດອາຊຽນ.

 ບັນຫາດັ່ງກ່າວໄດ້ຍົກຂຶ້ນໃນໂອກາດໂອ້ລົມກອງປະຊຸມແລກປ່ຽນບົດຮຽນການຄຸ້ມຄອງ ແລະ ດຳເນີນທຸລະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ, ໂດຍທ່ານ ຄໍາມະນີ ຊີ້ໃຫ້ເຫັນວ່າ:

ການເຮັດວຽກຢ່າງບໍ່ເອົາໃຈໃສ່ ແລະ ຊັກຊ້າໃນຜ່ານມານັ້ນ, ບໍ່ພຽງແຕ່ເຮັດໃຫ້ການຂະຫຍາຍຕາໜ່າງໄຟຟ້າ, ການສະໜອງໄຟຟ້າ ແກ່ສັງຄົມບໍ່ທົ່ວເຖິງເທົ່ານັ້ນ, ແຕ່ມັນສະຜົນສະທ້ອນຫລາຍດ້ານຕໍ່ລະບົບເສດຖະກິດ ແລະ ຄວາມເຊື້ອໝັ້ນຈາກສັງຄົມ ກໍຄືນັກລົງທຶນ, ເຊິ່ງເມື່ອບໍ່ດົນນີ້, ອົງການການເງິນສາກົນຂອງກຸ່ມທະນາຄານໂລກໄດ້ປະເມີນດັດສະນີຍ່ອຍຕົວຊີ້ວັດທາງດ້ານການຕິດຕັ້ງໄຟຟ້າໃນທົ່ວໂລກ ເຫັນວ່າ ສປປລາວ ແມ່ນຕິດອັນດັບ 155 ຂອງໂລກ ແລະ ເປັນອັນດັບສຸດທ້າຍໃນອາຊຽນ, ຍ້ອນວ່າຂັ້ນຕອນການຂໍນຳໃຊ້ກະແສໄຟຟ້າຢູ່ລາວມີຫລາຍຂັ້ນຕອນ ແລະ ໃຊ້ເວລາຫລາຍເດືອນຈຶ່ງສາມາດຕິດຕັ້ງໄຟຟ້າໄດ້.

ນອກນີ້ ຍັງມີປັດໃຈອື່ນໆທີ່ພາໃຫ້ເກີດຄວາມຫຍຸ້ງຍາກຂຶ້ນຕື່ມ ເຊັ່ນ: ພະນັກງານຈໍານວນໜຶ່ງມີແນວຄິດຫາແຕ່ຜົນປະໂຫຍດສ່ວນຕົວຫລາຍກວ່າສ່ວນລວມ, ຖ້າບໍ່ມີຜົນປະໂຫຍດກໍບໍ່ຢາກຮ່ວມມື, ບໍ່ອໍານວຍຄວາມສະດວກ ຫລື ເຮັດແບບອືດອາດຊັກຊ້າ ແລະ ບັນຫາອື່ນໆ.

ດັ່ງນັ້ນໃນຕໍ່ໜ້ານີ້, ຕ້ອງໄດ້ປັບປຸງແກ້ໄຂໂດຍໄວ ນັບແຕ່ກົນໄກລະບຽບການ ແລະ ການບໍລິການຕ້ອງຫລຸດຂັ້ນຕອນຂໍອະນຸຍາດດ້ານຕ່າງໆໃຫ້ສັ້ນລົງ ແລະ ໃຊ້ເວລາອະນຸມັດບໍ່ດົນ, ສຶກສາອົບຮົມການເມືອງແນວຄິດຂອງພະນັກງານໃຫ້ເຫັນຜົນປະໂຫຍດສ່ວນລວມຫລາຍກວ່າສ່ວນຕົວ, ສືບຕໍ່ກວດຄືນການເຄື່ອນໄຫວຂອງແຕ່ລະພາກສ່ວນ ແລະ ໜ່ວຍງານຕ່າງໆ ເພື່ອປະຕິບັດໃຫ້ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເພື່ອສະໜອງການບໍລິການຕິດຕັ້ງໄຟຟ້ານັບທັງຂອງພາກລັດ ແລະ ພາກເອກະຊົນໃຫ້ດີ ແລະ ສະໜອງກະແສໄຟຟ້າໃຫ້ສັງຄົມ ແລະ ໂຄງການພັດທະນາຕ່າງໆໃຫ້ພຽງພໍ.

ທີ່​ມາ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.