Sunday, May 18, 2025
Kbank Laos โอน รับ จ่าย

ຫຼາຍຫ້າງຮ້ານໃນນະຄອນຫລວງວຽງຈັນ ສະຫລອງກຸດຫວຽດ-ຈີນຢ່າງຄຶກຄື້ນ

ເທດສະການກຸດຈີນ ແລະ ບຸນປີໃໝ່ປະຈຳຊາດ ຫວຽດນາມ ບັນດາເຈົ້າຂອງຫ້າງຮ້ານໃນນະຄອນຫລວງວຽງຈັນ, ໄດ້ສະຫລອງກັນຢ່າງຄືກຄື້ນ ໂດຍໄດ້ມີການເຊື້ອເຊີນໃຫ້ຄະນະສິງໂຕ ມາສະແດງພາຍໃນຮ້ານຂອງຕົນ, ຕາມຄວາມເຊື່ອມາແຕ່ບູຮານ ການເຊີດສິງໂຕແມ່ນຈະນຳເອົາຄວາມໂຊກດີມາໃຫ້, ຈະຊື້ໄດ້ຂາຍໝານ, ລ້ຳລວຍ ແລະ ຈະສາມາດປັດເປົ່າສິ່ງບໍ່ດີອອກໄປໃຫ້ໝົດ.

ທ່ານ ນາງ ສັນທະນີ ໃສມະນີວັນ ຫົວໜ້າຄະນະສິງໂຕ-ມັງກອນ ລູກຫລານພໍ່ເລັງ ໄດ້ໃຫ້ສຳພາດວ່າ: ການເຊີດສິງໂຕ ແມ່ນສິລະປະປະເພດໜຶ່ງ ທີ່ມີມາແຕ່ດົນນານແລ້ວ ແລະ ກາຍເປັນວັດທະນະທໍາທີ່ເປັນເອກະລັກສະເພາະ ໃນໂອກາດບຸນປີໃໝ່ປະຈໍາຊາດ ຂອງຊາວຫວຽດນາມ ແລະ ຊາວຈີນ. ເຊິ່ງການເຊີດສິງໂຕຕ້ອງມີເຕັກນິກທີ່ຄ່ອງແຄ້ວ ແລະ ລະອຽດ ໃນແຕ່ລະຈັງຫວະ, ຜູ້ສະແດງຕ້ອງເຊື່ອມຕົວເຂົ້າກັບສິງໂຕ ເພື່ອຖ່າຍທອດເຖິງຜູ້ຊົມໃຫ້ຮູ້ສຶກມ່ວນຊື່ນ ແລະ ໂກດແຄ້ນ, ຮັກແພງ, ຕ້ອງວາດພາບສິງໂຕປຽບເໝືອນສັດໂຕໜຶ່ງ ທີ່ກໍາລັງຈອບຫາເຫຍື່ອ ຫລື ກໍາລັງນອນພັກຜ່ອນ, ຮູບແບບການເຊີດສິງ ໂຕຊຸດເຄື່ອງແບບຕ້ອງມີສີສັນ, ຮຸ່ງເຮືອງເຫລືອງເຫລື້ອມພໍສົມຄວນ, ບັນຈຸກໍາລັງແຮງ, ຄວາມສວຍງາມ ແລະ ເຊື່ອກັນວ່າການເຊີດສິງໂຕ ແມ່ນຈະນຳຄວາມໂຊກດີມາສູ່, ສາມາດປັດເປົ່າສິ່ງໂຊກຮ້າຍໃຫ້ໝົດໄປ.

ນາງ ມີມີ່ ລິດດາວົງ ເຈົ້າຂອງຮ້ານຂາຍຄຳ ທັດສະພອນ ໄດ້ໃຫ້ຮູ້ວ່າ: ແຕ່ລະປີໄດ້ເຊີນໃຫ້ຄະນະສິງໂຕມາສະແດງພາຍໃນຮ້ານ ເພື່ອຈະໄດ້ນຳເອົາຄວາມໂຊກດີມາໃຫ້ ແລະ ປັດເປົ່າສິ່ງບໍ່ດີອອກໄປ, ພ້ອມທັງເປັນການອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີ ຂອງຊາວຫວຽດນາມ ແລະ ຈີນ ນຳອີກ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້