ເມື່ອບໍ່ດົນມານີ້,
ສະຫະພັນແມ່ຍິງແຂວງບໍ່ແກ້ວ
ໄດ້ເຜີຍແຜ່ເອກະສານ ແມ່ຍິງກັບການອານຸລັກວັດທະນະທຳອັນດີງາມ ຂອງຊາດ, ເອກະສານເອົາໃຈໃສ່ອະນຸລັກ ແລະ ສົ່ງເສີມວັດທະນະທຳ
ການນຸງຖືຂອງແມ່ຍິງລາວ ໃຫ້ຄົງຢູ່ກັບສັງຄົມຕະຫລອດໄປ, ວັດທະນະທຳໃນການສອນລູກ, ມາລະຍາດທາງສັງຄົມ
ແລະ ເອກະສານ ມະຫັດສະຈັນແຫ່ງຊິວິດ ໃຫ້ແກ່ເອື້ອຍນ້ອງແມ່ຍິງພາຍໃນແຂວງ, ທັງນີ້ ກໍເພື່ອເປັນການປູກຈິດສຳນຶກ, ສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳຮີດຄອງ
ປະນີອັນດີງາມຂອງຊາດ ແລະ ຂອງເຜົ່າ, ເປັນການປັບປຸງແບບແຜນດຳລົງຊິວິດ,
ມີການພົວພັນເຊິ່ງກັນ ແລະ ກັນໃນສັງ ຄົມ
ໃຫ້ສອດຄ່ອງກັບວັດທະ ນະທຳ...
ວັດອິນແປງ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດ
ແລະ ວັດທະນະທຳ ເຊິ່ງຕັ້ງຢູ່ໃຈກາງເທດສະບານຂອງ ນະຄອນຫລວງວຽງຈັນ. ມີການເລົ່າຂານສືບທອດຕໍ່ກັນມາວ່າ:
ໃນໄລຍະການກໍ່ສ້າງວັດ ອິນແປງນີ້,
ໄດ້ມີພະຍາອິນ ແປງກາຍເປັນຜູ້ເຖົ້າມາຊ່ວຍເຫລືອ ແລະ ແນະນຳໃນການ
ກໍ່ສ້າງວັດ ແລະ
ຫລັງຈາກນັ້ນພະຍາອິນກໍຍັງໄດ້ແປງກາຍເປັນຄູບາເຖົ້າອົງໜຶ່ງເພື່ອມາຊ່ວຍສ້າງພຣະພຸດທະຮູບອິນແປງ
ອີກດ້ວຍ ຈຶ່ງເປັນທີ່ມາຂອງຊື່ວັດອິນແປງ ຈົນເທົ່າທຸກມື້ນີ້.
ວັດນີ້ຖືໄດ້ວ່າເປັນບູຮານສະຖານທີ່ເກົ່າແກ່ແຫ່ງໜຶ່ງໃນປະເທດລາວ
ຄ້າຍຄືກັນກັບ ວັດອົງຕື້, ວັດສີເມືອງ, ວັດສີສະເກດ ແລະ ຫໍພຣະແກ້ວ. ປະຊາຊົນລາວ ໃນນະຄອນຫລວງວຽງຈັນ
ລວມທັງນັກທ່ອງທ່ຽວທີ່ມາຈາກທ້ອງຖິ່ນອື່ນໄດ້ໃຫ້ຄວາມເຄົາລົບ ແລະ
ສັດທາວັດນີ້ຫລາຍເນື່ອງຈາກວ່າເປັນສະຖານທີ່ບັນຈຸວັດຖຸບູຮານອັນມີຄ່າ ແລະ
ສຳຄັນທາງສາດສະໜາພຸດ...
ຫຼາຍຄົນຈະເຄີຍເຫັນ ແລະ ເຄີຍໄປຮ່ວມບຸນຍົກຍອດ “ຊໍ່ຟ້າ” ໃສ່ສິມສາລາ, ພຣະເຈດີ ຖືເປັນການທານທີ່ດີທີ່ສຸດ ເພາະວ່າຢູ່ສູງທີ່ສຸດຂອງອາຄານ ແລະ ເປັນຈຸດເດັ່ນຂອງອາຄານນັ້ນ, ຊໍ່່ຟ້າ ນິຍົມເຮັດໄວ້ເຄິ່ງກາງ ເປັນສັດຕະ ຫຼື ຊໍ່ 5 ຊັ້ນ, 7 ຊັ້ນ ແລະ 9 ຊັ້ນ ເປັນຕົ້ນ.
ຖ້ານຕ່ຳລົງມາ “ແມ່ນລູກທາດ ຫຼື ດວງປີ” ເອົາໄວ້ສຽບຍອດ ຊໍ່ຟ້າ ຕ່ຳລົງມາແມ່ນ “ແທນບັນລັງ” ເປັນສ່ວນທີ່ຢອງຫຼັງຄາ ອີກຊັ້ນໜຶ່ງ, ອົງປະກອບທັງໝົດຂອງ ຊໍ່ຟ້າ ສາມຖ້ານຂ້າງເທິງ ແມ່ນເປັນຕົວແທນ ໃຫ້ລະບົບຈັກກະວານວິທະຍາ ຫຼື ເຂົາພະສຸເມນ ຕາມແນວຄະຕິ ຄວາມເຊື່ອຂອງຄົນອິນເດຍບູຮານ ລວມສາສະໜາພາມ ແລະ ສາສະໜາພຸດ.
ການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນ Digicon6 Asia ຄັ້ງທີ 3 ຈັດໂດຍ ມູນນິທິຍີ່ປຸ່ນ ແລະ ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ. ງານແຂ່ງຂັນຄັ້ງນີ້ໄດ້ມີການເປີດຮັບສະໝັກຜົນງານຕັ້ງແຕ່ 15 ສິງຫາ 2022 ທີ່ຜ່ານມາ ແລະ ໄດ້ປະກາດຜົນໃນ 3 ກັນຍາ 2022 ທີ່ກົມຮູບເງົາ