​ຍ້ອນ​ເຫດ​ຜົນ​ນີ້! ​ຈຶ່ງບໍ່​ຄວນ​ດື່ມ​ເຫຼົ້າ ເປັນ​ນິດ​ໄສ

ເຫຼົ້າເປັນສິ່ງທີ່ຢູ່ຄຽງຄູ່ກັບວັດທະນະທຳ-ສັງຄົມ ໂລກມາເປັນເວລາດົນນານ ແລ້ວ ແລະມັນກໍເປັນສິ່ງໜຶ່ງ ທີ່ສັງຄົມຍອມຮັບເຂົ້າໃນ ວັດທະນະທຳການກິນດື່ມ ເພື່ອສ້າງບັນຍາກາດໃນງານສັງສັນ ແລະ ພິທີກຳຕ່າງໆ ເຊິ່ງຍາກທີ່ຈະປະຕິເສດໄດ້. ແຕ່ກົງກັນຂ້າມການດື່ມເຫຼົ້າ ຈົນເມົາ ແລະ ດື່ມເປັນປະຈຳ ນັ້ນຖືວ່າເປັນອັນຕະລາຍ ຫຼາຍຢ່າງ. “ເຫຼົ້າ” ໃນທີ່ນີ້ຍັງລວມໄປເຖິງວາຍ, ເບຍຫຼື ເຄື່ອງດື່ມຕ່າງໆທີ່ມີສ່ວນປະສົມຂອງທາດ ເຫຼົ້າ ຫຼື (alcohol) ທຸກປະເພດ. ໃນ ຄຳສອນທາງພຸດທະສາສະໜາເຫັນວ່າເຫຼົ້າເປັນອັນຕະລາຍຕໍ່ຜູ້ດື່ມ 6 ຢ່າງດັ່ງນີ້:

1).ເຮັດໃຫ້ເສຍຊັບສິນເງິນຄຳເພາະວ່າການຈະໄດ້ດື່ມເຫຼົ້າແຕ່ລະຄັ້ງ ແມ່ນຕ້ອງໄດ້ຈົກເງິນໃນກະເປົາເພື່ອໃຫ້ໄດ້ມາຢ່າງພຽງພໍ. ການດື່ມເຫຼົ້າບໍ່ໄດ້ມີສະເພາະແຕ່ເຫຼົ້າ ແລະ ດື່ມພຽງຄົນດຽວ ເທົ່ານັ້ນ ແຕ່ມັນຍັງລວມ ເຖິງໝູ່ຄູ່ ແລະ ອົງປະກອບອື່ນໆ ເຊິ່ງນີ້ຄືການເລີ່ມຕົ້ນຂອງການເສຍຊັບ. ຖ້າຫາກດື່ມ ເປັນປະຈຳກໍຈະເຫັນໄດ້ຈະແຈ້ງວ່າເຫຼົ້າພາໃຫ້ເສຍຊັບ ຢ່າງແນ່ນອນ ເຊິ່ງບັນຫາມັກຕາມມາຄື ເງິນບໍ່ພໍໃຊ້ ຈ່າຍ, ກາຍເປັນໜີ້, ຄອບຄົວແຕກແຍກ ແລະ ກາຍເປັນປາ ກົດການຫຍໍ້ທໍ້ທາງສັງຄົມ.

2).ເຮັດໃຫ້ມີປາກສຽງ ແລະຜິດຖຽງກັນ ເພາະເມື່ອ ດື່ມ ເຫຼົ້າເຂົ້າໄປຫຼາຍ ແລ້ວ ເຊິ່ງລິດຂອງມັນຈະເຮັດໃຫ້ ສ່ວນປະສາດ ແລະ ເລືອດລົມຮ້ອນ, ຈິດໃຈຄົນກໍຮ້ອນ, ຈາກຄົນທີ່ບໍ່ມີຄວາມກ້າ, ບໍ່ ເຄີຍປາກກໍເວົ້າບໍ່ຢຸດ ແລະ ນີ້ຄືຈຸດເລີ່ມຕົ້ນການຜິດຖຽງກັນບາງວົງເຖິງຂັ້ນລົງ ໄມ້ລົງມື ແລະ ກໍ່ເຫດອາຊະ ຍາກຳກໍມີ.

3).ເຮັດໃຫ້ມີພະຍາດ ແຊກຊ້ອນ ຂໍ້ນີ້ກໍເປັນຄວາມ ຈິງທີ່ປະຕິເສດບໍ່ໄດ້ດັ່ງ ທີ່ ກະຊວງສາທາລະນະສຸກໄດ້ເຜີຍໃຫ້ເຫັນວ່າ ພະຍາດ ທີ່ເກີດຈາກການດື່ມເຫຼົ້າມີ 5 ຢ່າງຄື: ພະຍາດກະເພາະລຳໄສ້, ພະຍາດປະສາດ ມັກເຈັບຫົວ ແລະ ໜ້າມືດ ຕາມົວ, ພະຍາດກ່ຽວກັບລະບົບເລືອດເຮັດໃຫ້ຫົວ ໃຈເຕັ້ນໄວຜິດປົກກະຕິ, ພະຍາດຕັບແຂງ, ເບົາຫວານ ແລະ ມັກປວດຄໍ່ເຫຼົ່ານີ້ເປັນຕົ້ນ.

4).ເຮັດໃຫ້ເສຍຊື່ສຽງ ຄົນທີ່ຕິດການດື່ມເຫຼົ້າສ່ວນຫຼາຍມັກເຜີສະຕິ, ມີນິດໄສ   ຫຼົງລືມຕົວ, ເຮັດສິ່ງໃດໜຶ່ງໄປ ແບບບໍ່ຄິດ ແລະ ມັກເຜີເຮັດ ໃນສິ່ງທີ່ຜິດພາດພາໃຫ້ເສຍຊື່ສຽງ, ກຽດຕິຍົດຕໍ່ຕົນເອງ ແລະ ຕໍ່ອົງກອນ.

5).ເຮັດໃຫ້ອັບອາຍຂາຍໜ້າ ຂໍ້ນີ້ຄົງຕໍ່ເນື່ອງຈາກຂໍ້ເທິງເພາະເມື່ອດື່ມຈົນເມົາ ແລ້ວ ກໍຈະເຮັດໃຫ້ຫຼົງຕົວ, ຂາດຄວາມລະອາຍ ແລະ ກ້າເຮັດໃນສິ່ງທີ່ບໍ່ສົມຄວນເຮັດເຊັ່ນ ເວົ້າຈາຫຍາບຊາ ບໍ່ສຸພາບ, ຮ້າຍດ່າໄປທົ່ວທີບ ແລະ ອື່ນໆ.

6). ເຮັດໃຫ້ສູນເສຍສະ ຕິປັນຍາ ແລະ ຄວາມຈຳຂໍ ນີ້ອາດມີນັກຂຽນຫຼາຍຄົນ ຄັດຄ້ານວ່າບໍ່ແມ່ນຄວາມ ຈິງ ເພາະຫຼາຍຄົນເມື່ອດື່ມ  ເຫຼົ້າ ແລ້ວມັກຄິດຂຽນໄດ້ດີແຕ່ຖ້າຫາກດື່ມຫຼາຍກຳລັງ ຂອງສະໝອງກໍຈະເສື່ອມ ເສຍໄປນຳເພາະຖືກທຳລາຍ ດ້ວຍລິດເຫຼົ້າ.

ຈາກເຫດຜົນທັງໝົດ ທີ່ກ່າວມານີ້ເຫັນໄດ້ວ່າເຫຼົ້າ ມີຄວາມອັນຕະລາຍຕໍ່ຜູ້ດື່ມ, ຕໍ່ບົດບາດທາງສັງຄົມ ຈະເຫັນໄດ້ວ່າໃນສິນຫ້າ ຂໍ້ທີ 5 ຫ້າມດື່ມເຫຼົ້າຖ້າຫາກເຮົາ ສັງເກດໃຫ້ຄັກໆຈະເຫັນໄດ້ ວ່າ ການດື່ມເຫຼົ້າຈະເຮັດໃຫ້ ມີການລະເມີດຕໍ່ສິນຂໍ້ອື່ນ ໄປນຳ. ດັ່ງນັ້ນ, ສຳລັບນັກ ດື່ມທັງຫຼາຍກໍຄວນດື່ມຢ່າງ ພໍດີພໍງາມເພື່ອເປັນການຮັກ ສາສຸຂະພາບ ແລະ ກຽດສັກສີຂອງເຮົາເອງ./.

ທີ່​ມາ:ລາວ​ພັດ​ທະ​ນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...